ຂ່າວລ່າສຸດ
ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ວັນທີ 18 ມີນາ 2023 ຜ່ານມາ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງຂັ້ນແຂວງ
ລົງເຄື່ອນໄຫວເຮັດວຽກກັບບໍລິສັດ ດາກຈຶງ ສໍາຫລວດແຮ່ທາດຈໍາກັດ ໂດຍມີ ທ່ານ ບຸ່ຍ ແອັງດຶກ ປະທານບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ຈໍາກັດ, ທ່ານ ບຸ່ຍວັນນາມ ອໍານວຍການບໍລິສັດດາກຈຶງ ສໍາຫລວດແຮ່ທາດຈໍາກັດ ແລະ ພະນັກງານ-ກໍາມະກອນ ເຂົ້າຮ່ວມ.
ການລົງເຄື່ອນໄຫວຄັ້ງນີ້, ເພື່ອເປັນການຕິດຕາມ, ກວດກາການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ຢູ່ເຂດບ້ານບຣ໋ອງນ້ອຍ ເມືອງດາກຈຶງ ທີ່ກຳນົດໃນແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ຖືກ ຕ້ອງຕາມລະບຽບຫລັກການທີ່ກຳນົດໄວ້ຢ່າງເຂັ້ມງວດ ແນໃສ່ເຮັດໃຫ້ການຂຸດຄົ້ນມີຄວາມເປັນລະ ບຽບຮຽບຮ້ອຍ ແລະ ຖືກຕ້ອງສອດຄ່ອງຕາມ
ລະບຽບກົດໝາຍຂອງລັດ. ພ້ອມນີ້, ຍັງເປັນການປຶກສາຫາລືກັບບໍລິສັດຜູ້ລົງທຶນກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເພື່ອຊອກຫາວິທີທາງແກ້ໄຂ ໃນ
ສະເພາະໜ້າ ແລະ ຍາວນານ, ສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ, ທັງຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດດໍາເນີນໄປດ້ວຍດີ, ຖືກຕ້ອງຕາມຂັ້ນຕອນ, ຮັກສາໄດ້ສິດ ແລະຜົນປະໂຫຍດຂອງທັງສອງຝ່າຍ.
ທ່ານ ບຸ່ຍ ວັນນາມ ອໍານວຍການບໍລິສັດ ດາກຈຶງ...
ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຊຸດໃຫຍ່ເດີນທາງໄປເນປານ ເພື່ອເຂົ້າຮ່ວມ ການແຂ່ງຂັນບານເຕະນັດມິດຕະພາບ 3 ປະເທດ
admin - 0
ຕອນບ່າຍ ຂອງວັນທີ 19 ມີນາ 2023 ທີ່ ສະໜາມບີນສາກົນ ວັດໄຕ ຄະນະນຳ, ໄປ ບາງກອກ (ປະເທດໄທ) ເພື່ອຕໍ່ຍົນໄປ Kathmandu ປະເທດ ເນປານ. ເພື່ອເຂົ້າຮ່ວມ ການແຂ່ງຂັນບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກປະເທດເນປານ (FIFA day) ທີ່ ປະເທດ ເນປານ ໃນລະຫວ່າງວັນທີ 22-31 ມີນາ 2023.
ເຊີ່ງຈະແຂ່ງຂັນແບບພົບກັນໝົດທັງ 3 ທີມຄື: 1. Nepal ( ເຈົ້າພາບ ) 2. Bhutan🇧🇹 3. Laos
ຕາຕະລາງ ການແຂ່ງຂັນມີດັ່ງນີ້: ວັນທີ 22/03/2023 ທີມຊາດເນປານ ພົບ ທີມຊາດລາວ ເວລາ 18:00ໂມງ. ວັນທີ 25/03/2023 ທີມຊາດລາວ ພົບ ທີມຊາດບູຖານ ເວລາ 18:00ໂມງ.
ວັນທີ 28/03/2023 ທີມຊາດເນປານ ພົບ...
ບໍ່ມີຄວາມຫມາຍ ອີກໜຶ່ງຄົນ ທີ່ຈຳໃຈລານ້ອງໆນັກຮຽນ ເມື່ອເປັນຄູອາສາ 5 ປີບໍ່ມີຫຍັງເປັນຂອງຕົວເອງເລີຍ
admin - 0
ອີກແລ້ວ ສາວຄູອາສາ 5 ປີ ບໍ່ໄດ້ໂກຕ້າຂໍລາອອກດີກວ່າ ສາເຫດທີ່ເປັນຄູອາສາມາ5ປີແລ້ວບໍ່ມີຄວາມຫມາຍຍ້ອນ!ປັດຈຸບັນຄູອາສາໃນ ສປປ ລາວເຮົາ ມີຈຳນວນຫຼາຍ ສາວຄູຂໍລາອອກອີກແລ້ວ ຕ້ອງໄດ້ອຳລານ້ອງໆນັກຮຽນ ແລະ ອາຊິບທີຮັກມີຄວາມຝັນຢາກເປັນຄູມາແຕ່ນ້ອຍສຸດທ້າຍແລ້ວກໍ່ຕ້ອງມາຈົບລົງແບບບໍ່ມີຄວາມໝາຍ5ປີ ຂໍໃຫ້ສາວຄູໄດ້ເຈິສິ່ງດີໆເດີ້ ບໍ່ວ່າຈະເຮັດຫັຍງ ອາຊີບຫັຍງກໍ່ຕາມ ເຖິງແມ່ນວ່າຈະບໍ່ປະສົບຜົນກັບສິ່ງທີ່ຄາດຫັວງກໍ່ຕາມ ຂໍໃຫ້ສູ້ເຮັດສິ່ງໃໝ່ບາງທີ່ອາດຈະດີກວ່ານີ້ ເພາະຊີວິດເຮົາກໍ່ບໍ່ແມ່ນວ່າຈະໂຊກຮ້າຍສະເໝີໄປ ຂໍເປັນອີກໜຶ່ງກຳລັງໃຈໃຫ້ເດີ້
ບໍ່ມີຄວາມຫມາຍອີກໜຶ່ງຄົນ ທີ່ຈຳໃຈລານ້ອງໆນັກຮຽນ ເມື່ອເປັນຄູອາສາ 5 ປີບໍ່ມີຫຍັງເປັນຂອງຕົວເອງເລີຍ
ບໍ່ມີຄວາມຫມາຍອີກໜຶ່ງຄົນ ທີ່ຈຳໃຈລານ້ອງໆນັກຮຽນ ເມື່ອເປັນຄູອາສາ 5 ປີບໍ່ມີຫຍັງເປັນຂອງຕົວເອງເລີຍ
ບໍ່ມີຄວາມຫມາຍອີກໜຶ່ງຄົນ ທີ່ຈຳໃຈລານ້ອງໆນັກຮຽນ ເມື່ອເປັນຄູອາສາ 5 ປີບໍ່ມີຫຍັງເປັນຂອງຕົວເອງເລີຍ
ບໍ່ມີຄວາມຫມາຍອີກໜຶ່ງຄົນ ທີ່ຈຳໃຈລານ້ອງໆນັກຮຽນ ເມື່ອເປັນຄູອາສາ 5 ປີບໍ່ມີຫຍັງເປັນຂອງຕົວເອງເລີຍ
ບໍ່ມີຄວາມຫມາຍອີກໜຶ່ງຄົນ ທີ່ຈຳໃຈລານ້ອງໆນັກຮຽນ ເມື່ອເປັນຄູອາສາ 5 ປີບໍ່ມີຫຍັງເປັນຂອງຕົວເອງເລີຍ
ບໍ່ມີຄວາມຫມາຍອີກໜຶ່ງຄົນ ທີ່ຈຳໃຈລານ້ອງໆນັກຮຽນ ເມື່ອເປັນຄູອາສາ 5 ປີບໍ່ມີຫຍັງເປັນຂອງຕົວເອງເລີຍ
ທີ່ມາສາວຄູຄົນງາມ
ອີງຕາມ ຫນ່ວຍກູ້ໄພອາສາເພື່ອປະຊາຊົນ ຈຶ່ງໄດ້ອອກກວດສອບເຫດພົບຜູ້ປະສົບເຫດ ໃນວັນທີ 19/3/2023 ເວລາ 22:30 ນາທີ ໄດ້ເກີດເຫດ ຄົນຖືກແທງ ທີ່ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫລວງວຽງຈັນ.ຈາກການກວດສອບຂອງເຈົ້າໜ້າທີ່ພົບວ່າ: ພົບຜູ້ປະສົບເຫດ1 ຄົນຜູ້ທີ 1 ເພດຊາຍ ອາການເບື້ອງຕົ້ນແມ່ນຖືກແທງ 2 ຈຸດ ຖືກຈຸດສໍາຄັນເຮັດໃຫ້ຜູ້ກ່ຽວເສຍຊີວິດ, ປະຈຸບັນເຈົ້າຫນ້າທີ່ພວມເກັບກຳຂໍ້ມູນ ແລະ ເລັງນໍາຕົວຜູ້ກະທໍາຜິດມາຮັບໂທດ ສ່ວນສົບແມ່ນຫນ່ວຍກູ້ໄພຝາກໄວ້ທີໂຮງເຢັນໂຮງຫມໍມິດຕະພາບ ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດດ້ວຍ
ເກີດເຫດ ຄົນຖືກແທງເສຍຊີວິດ ທີ່ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫລວງວຽງຈັນ
ເກີດເຫດ ຄົນຖືກແທງເສຍຊີວິດ ທີ່ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫລວງວຽງຈັນ
ເກີດເຫດ ຄົນຖືກແທງເສຍຊີວິດ ທີ່ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫລວງວຽງຈັນ
ແຫຼ່ງຂ່າວ: ຫນ່ວຍກູ້ໄພອາສາເພື່ອປະຊາຊົນ
ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງນະຄອນຫຼວງວຽງຈັນທີ່ເປັນເມືອງເອກ ຂອງ ສປປ ລາວໃຫ້ມີຄວາມສະອາດສວຍງາມ ພະແນກເຕັກໂນໂລຊີ ແລະການສື່ສານ ແຕ້ງໃຫ້ບັນດາບໍລິສັດທີ່ໃຫ້ບໍລິການດ້ານໂທລະຄົມມະນາຄົມ ຮີບຮ້ອນໄປແກ້ໄຂສາຍຂອງຕົນທີ່ເກາະຕາມເສົາໄຟຕ່າງໆ ໃຫ້ເອົາລົງດິນກ່ອນວັນທີ 26 ມີນາ 2023 ນີ້.
ໂດຍພະແນກເຕັກໂນໂລຊີ ແລະການສື່ສານ ນະຄອນຫຼວງວຽງຈັນໄດ້ແຈ້ງເຖິງ ບັນດາບໍລິສັດ ທີ່ໃຫ້ບໍລິການດ້ານໂທລະຄົມມະນາຄົມ ຢູ່ນະຄອນຫຼວງວຽງຈັນທີ່ມີສາຍໂທລະສັບ, ສາຍເຄເບີ້ນ, ສາຍອິນເຕີເນັດ ແລະ ສາຍອື່ນໆ ຂອງຕົນທີ່ເກາະຫ້ອຍຕາມເສົາໄຟຟ້າ ຕາມທາງເລກ 13 ໃຕ້ ເຂດສວນວັດທະນະທໍາລ້ານຊ້າງ ເຊິ່ງຕັ້ງຢູ່ ກົງກັນຂ້າມກັບສະຫນາມກິລາແຫ່ງຊາດຫຼັກ 16.
ຂໍຄວາມຮ່ວມມືໃຫ້ຮີບຮ້ອນລົງໄປແກ້ໄຂ ແລະ ນໍາເອົາລະບົບສາຍໂທລະຄົມມະນາຄົມ ຂອງຕົນອອກ ຫຼື ເອົາລົງດິນ ໃຫ້ສໍາເລັດກ່ອນ ວັນທີ 26 ມີນາ 2023 ຖ້າຫາກກາຍກໍານົດເວລາທາງຄະນະຮັບຜິດຊອບໂຄງການ ຈະຮື້ຖອນເສົາໄຟຟ້າ ອອກຈາກບໍລິເວນດັ່ງກ່າວ ແລະ ຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍໃດໆທີ່ເກີດຂຶ້ນ.ດັ່ງນັ້ນ, ຈຶ່ງໄດ້ແຈ້ງການມາຍັງບັນດາທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້.
ກ່ອນອື່ນຕ້ອງຂໍຊົມເຊີຍຄົນພິການຕາລາວ ທີ່ສ້າງຜົນງານໂດດເດັ່ນໃຫ້ກັບປະເທດຊາດກໍຄື ທີມບານເຕະຄົນພິການຕາລາວ ສາມາດຄວ້າຮອງແຊັມ ຫຼື ອັນດັບ 2 ໃນການແຂ່ງຂັນໃນລາຍການໃຫຍ່ລາຍການ Asia & Pacific Invitational Blind Football Tournament 2023 ທີ່ສະໜາມ Aimphan Sport ຈັງຫວັດນົນທະບູລີ ປະເທດໄທ ລະຫວ່າງວັນທີ 13-19 ມີນາ 2023.
ສໍາລັບ ລາຍການດັ່ງກ່າວມີ 4 ປະເທດເຂົ້າຮ່ວມແຂ່ງຂັນຄື: ໄທ ເຈົ້າພາບ, ອິນເດຍ ຄາຊັກສະຖານ ແລະ ລາວ ແຂ່ງຂັນແບບພົບກັນໝົດ ເພື່ອຄັດເອົານທີ 1 ກັບ ທີ 2 ໄປຊີງຊະນະເລີດ, ສ່ວນ ທີ 3 ກັບ ທີ 4 ໄປຊີງອັນດັບ 3.
ປາກົດວ່າ: ທີມບານເຕະຄົນພິການຕາລາວ ລົງສະໜາມນັດທໍາອິດສາມາດເອົາຊະນະ ອິນເດຍ 1-0 ແລະ ນັດທີ 2 ກໍຍັງໂດດເດັ່ນເອົາຊະນະ ກາຊັກສະຖານ 2-0...
ຈົບລົງໄປແລ້ວ ສໍາລັບງານ Sabaidee Fest 2023 ທີ່ USA ແຕ່ຄວາມຊົງຈໍາ ແລະ ປະສົບການຂອງ ສິນລະປິນໄວລຸ້ນລາວກຸ່ມນີ້ຍັງຄົງຢູ່ ອີກໜຶ່ງນັກຮອງສາວສຽງດີຢ່າງນັດດາວ ທີ່ນຸ່ງຊຸດຂຶ້ນເວທີສາກົນໃນງານນີ້ ນັດດາວໄດ້ນໍາເອົາຊຸດຕິບເຂົ້າໜຽວຂຶ້ນໂຊ ແລະ ກໍມີຕ່າງປະເທດບອກວ່າເຮັດໃຫ້ເພິ່ນຫິວເຂົ້າ ເປັນໂມເມັ້ນທີ່ໜ້າຮັກ ແລະ ເປັນການນໍາເອົາວັດທະນະທໍາຂອງລາວໄປເຜີຍແຜ່ ເຮັດໃຫ້ເປັນຈຸດເດັ່ນ ແລະ ເປັນທີ່ສົນໃຈຂອງຕ່າງປະເທດ ໂດຍເຈົ້າໂຕໄດ້ໂພສວ່າ
ຍືນເທິງເວທີທີ່ຄົນເບີ່ງກວ່າ6000ຄົນ ໂຄດດຕື່ນເຕັ້ນ ຕື້ນຕັນ ດີໃຈ ພູມໃຈ ຫຼາຍອາລົມແຮງຕອນຢູ່ເທິງເວທີ ບໍ່ຄິດບໍ່ຝັນວ່າເດັກນ້ອຍບ້ານນອກມາໄກບ້ານໄກເມືອງສິມີຄົນຮັກຄົນແພງຫຼາຍປານນີ້
ບໍ່ຮູ້ບອກຄໍາໃດນອກຈາກຂອບໃຈຂອບໃຈfcທຸກຄົນ ຂອບໃຈອ້າຍSalong Namsa ທີ່ເຮັດໃຫ້ມີ Sabaidee Fest ຂອບໃຈທີມງານເບື້ອງຫຼັງທຸກໆຄົນທີ່ເຮັດໃຫ້ງານອອກມາດີທີ່ສຸດຂອບໃຈຊ່າງຫນ້າຊ່າງຜົມ ຂອບໃຈຊຸດຕິບເຂົ້າຫນຽວງາມໆຈາກ Kan Khanxay Theamphoukham , ຂອບໃຈຊ່າງຕັດຊຸດ Jame Xayyavong , ຂອບໃຈກໍາລັງໃຈຈາກທຸກຄົນຈາກຄອບຄົວແລະຂອບໃຈແມວ3ໂຕຂອງຂ້ອຍ
ນັດດາວ ນຸ່ງຊຸດຕິບເຂົ້າໜຽວເພື່ອໂຊວັດທະນະທໍາລາວ ເທິງເວທີງານ Sabaidee Fest 2023
ນັດດາວ ນຸ່ງຊຸດຕິບເຂົ້າໜຽວເພື່ອໂຊວັດທະນະທໍາລາວ ເທິງເວທີງານ Sabaidee Fest 2023
ຄົນເກີດວັນອາທິດ:ການງານ ຊື່ສຽງຂອງທ່ານຢູ່ໃນເກນທີ່ດີເພາະຄວາມສຳເລັດທີ່ຕົນເອງສ້າງຂຶ້ນມາ ການເງິນຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງດ້ວຍຄວາມສຳເລັດທາງດ້ານທຸລະກິດຄວາມຮັກຈະພົບໝູ່ເພື່ອນຄູ່ຄິດທີ່ດີ ແລະ ອາດພັດທະນາຄວາມສຳພັນເປັນຄົນຮັກໄດ້ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ 8
ຄົນເກີດວັນຈັນ:ການງານໃຊ້ຄວາມສະຫຼຽວສະຫຼາດໃນການຕິດຕໍ່ເຈລະຈາປະສົບຄວາມສຳເລັດ ການເງິນ ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ອາດເປັນຄົນທີ່ເຂົ້າມາຊ່ວຍເຫຼືອ ຄວາມຮັກການງານນຳພາໄປພົບຮັກທີ່ດີ ຊຶ່ງອາດເປັນຄົນທີ່ທ່ານກໍຮູ້ຢູ່ແກ່ໃຈ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີຂາວ ເລກນຳໂຊກ0
ຄົນເກີດວັນອັງຄານ:ການງານການເຮັດທຸລະກິດງານດ້ານການບັນເທີງ ເຮັດທຸລະກິດດ້ານການຄ້າອາຫານ ເຮັດທຸລະກິດດ້ານການສຶກສາ ໃນໄລຍະນີ້ໄດ້ຜົນກຳໄລຫຼາຍຂຶ້ນຢ່າງເຫັນໄດ້ແຈ້ງ ການເງິນຈະພົບຄວາມເຄັ່ງຄຽດດ້ານການເຮັດທຸລະກິດທາງດ້ານການເງິນ ຄວາມຮັກໄລຍະນີ້ຈະມີຄົນເຂົ້າມາໃຫ້ເລືອກຫຼາຍກວ່າ 1 ຄົນ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ6
ຄົນເກີດວັນພຸດ:ການງານໄລຍະນີ້ກຳລັງປຶກສາກັບຫຸ້ນສ່ວນຫຼືທີມງານທີ່ຈະຂະຫຍາຍທຸລະກິດ ການເງິນມີໂຊກຈາກທາງຊັບສິນ ອາດຈະໄດ້ຂາຍທີ່ດິນ ຫຼື ຊື້ທີ່ດິນທີ່ລາຄາເປັນກັນເອງ ຄວາມຮັກຈະພົບຮັກກັບຄົນທີ່ຢູ່ໄກຕົວ ແຕ່ກໍອາດເປັນຄົນທີ່ທ່ານບໍ່ເຄີຍຄິດ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີແດງ ເລກນຳໂຊກ3
ຄົນເກີດວັນພະຫັດ:ການງານກຳລັງເລີ່ມທຸລະກິດທີ່ຈະນຳພາໂອກາດ ແລະ ຄວາມສຳເລັດທີ່ດີມາສູ່ຕົນ ການເງິນ ຈະໄດ້ເງິນກ້ອນໃຫຍ່ເຂົ້າມາເພີ່ມຂຶ້ນ ໃນໄລຍະນີ້ ຄວາມຮັກຕ້ອງໃຊ້ເວລາເບິ່ງໃຈກັນຕໍ່ໄປຈຶ່ງຈະດີ ເພາະໄລຍະນີ້ທ່ານ ແລະ ຄົນຮັກມີບັນຫາກັນທຸກເວລາ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີເຫຼືອງ ເລກນຳໂຊກ 5
ຄົນເກີດວັນສຸກ:ການງານເຮັດທຸລະກິດດ້ານຮ້ານອາຫານ ເຮັດທຸລະກິດດ້ານເສື້ອຜ້າ ມີໂອກາດປະສົບຄວາມສຳເລັດ ການເງິນຈະໄດ້ເງິນກ້ອນໃຫຍ່ເຂົ້າມາເພີ່ມຂຶ້ນ ຄວາມຮັກຄວນໃຊ້ເຫດຜົນທີ່ດີເວົ້າກັບຄົນຮັກຈະສ້າງຄວາມສຳພັນທີ່ລົງຕົວຈະເຮັດໃຫ້ຄວາມຮັກໝັ່ນຄົງ ເຄື່ອງມຸງຄຸນເງິນ ສີມຸງຄຸນສີບົວ ເລກນຳໂຊກ4
ຄົນເກີດວັນເສົາ:ການງານໄລຍະນີ້ຕ້ອງໃຊ້ຄວາມພະຍາຍາມຫຼາຍເປັນພິເສດຈຶ່ງຈະເກີດຄວາມສຳເລັດ ການເງິນມີໂຊກຈະໄດ້ເງິນເຂົ້າມາເຮັດໃຫ້ຮູ້ສຶກດີໃຈ ຄວາມຮັກຍັງປະຕິເສດ ແລະ ຍັງບໍ່ເຊື່ອຖືຄົນທີ່ບໍ່ມີຄວາມຈິງໃຈ...