ໜີບໍ່ລອດກຸ່ມແກ໋ງ ຂ້ າ ປຸ້ ນ ເອົາລົດຈັກ ຢູ່ເສັ້ນທາງບ້ານຫ້ວຍຫ້ອມ ປີ 2020

0
408

ກຸ່ມແກ໋ງ ທີ່ກໍ່ເຫດ ຂ້ າ ປຸ້ ນ ຊັບ ( ລົດຈັກ) ໃນຄັ້ງວັນທີ 8 ກໍລະກົດ 2020 ຢູ່ເສັ້ນທາງເຂດບ້ານຫວ້ຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ຕິດຕາມຈັບ ມາດຳເນີນຄະດີ ໄດ້ທັງໝົດ 9 ຄົນ.

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ເປີດເຜີຍໃຫ້ຮູ້ວ່າ: ຄະດີດັ່ງກ່າວ ສາມາດຕິດຕາມຈັບ ຫົວໂປ່ ທີ່ລວມກັນກໍ່ເຫດໄດ້ 3 ຄົນ ຄື ທ້າວ ດຳນອງ ຫຼື ດຳ ອາຍຸ 46 ປີ ຢູ່ບ້ານດ່ານຄຳ ຈັບໄດ້ວັນທີ 24 ສິງຫາ 2020, ທ້າວ ເປ່ເລ້ ອາຍຸ 26 ປີ ຢູ່ບ້ານຈັນສະຫວ່າງ ຈັບ ໄດ້ວັນທີ 17 ກຸມພາ 2021, ທ້າວ ສຸວັນນະກອນ ຫຼື ກົ້ງ ອາຍຸ 23 ປີ ຢູ່ບ້ານໂນນຂີ້ເຫຼັກ ຈັບໃນວັນທີ 7 ເມສາ 2021 ທັງສາມບ້ານຂຶ້ນກັບເມືອງສີໂຄດຕະບອງ ແລະ ສອບຂະຫຍາຍຜົນຕິດຕາມຈັບກຸ່ມແກ໋ງ ໄດ້ອີກ 6 ຄົນ ພ້ອມເກັບກູ້ຂອງກາງລົດຈັກ ມອບຄືນໃຫ້ຍາດພີ່ນ້ອງຂອງຜູ້ເສຍຊີວິດ.

ຜ່ານການສອບສວນ ພວກກ່ຽວຮັບສາລະພາບວ່າ: ກ່ອນລົງມືກໍ່ເຫດໃນຄັ້ງນີ້, ພວກກ່ຽວໄດ້ມີ ການວາງແຜນແບ່ງຄວາມຮັບຜິດຊອບກັນຄັກແນ່ ເພື່ອຊອກປຸ້ນເອົາລົດຈັກ ຢູ່ເຂດເມືອງສັງທອງ ນະ ງຄອນຫຼວງວຽງຈັນ, ໃນວັນທີ 8 ກໍລະກົດ 2020, ທ້າວດຳນອງ, ທ້າວເປ່ເລ້ ແລະ ທ້າວ ສຸວັນນະກອນ ໄດ້ພາກັນອອກຊອກປຸ້ນຊັບ ( ລົດຈັກ) ພໍເລາະໄປຮອດໜ້າປ້ຳນ້ຳມັນ ບ້ານຫ້ວຍຫ້ອມ ກໍພົບເຫັນເປົ້າໝາຍທີ່ຈະປຸ້ນຈີ້ເອົາລົດ, ໄດ້ຂັບຂີ່ລົດຈັກ ຢາມາຮາ R-15 ມຸ້ງໜ້າໄປທາງເມືອງສັງທອງ.

ຈາກນັ້ນ, ພວກກ່ຽວທັງສາມ ກໍພາກັນຂັບຂີ່ລົດຈັກໄລ່ຕາມໄປທັນ ແລ້ວທ້າວດຳນອງ ໄດ້ຮ້ອງບອກໃຫ້ເປົ້າ ໝາຍຈອດລົດ ແຕ່ເປົ້າໝາຍບໍ່ຈອດ. ຈາກນັ້ນ, ທ້າວສຸວັນນະກອນ ກໍຈົກເອົາປືນທີ່ກຽມມາຍິງໃສ່ດ້ານຫຼັງເປົ້າໝາຍ1 ບາດ ເຮັດໃຫ້ຜູ້ກ່ຽວລົ້ມລົງ, ແລ້ວກໍລົງໄປເອົາລົດ ຂັບຂີ່ໜີໄປຫາທ້າວໂກ ເປັນຫົວໜ້າແກ໋ງຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ.ຈາກນັ້ນ, ຈຶ່ງພາກັນລົບໜີ, ບາງຄົນໜີໄປຢູ່ຕ່າງແຂວງ ແລະ ບາງຄົນລົບໜີໄປປະເທດໄທ.

ປັດຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໄດ້ສະຫຼຸບສຳນວນຄະດີ ສົ່ງໄອຍະການ ສັ່ງຟ້ອງສານຕັດສີນຕາມກົດໝາຍ.