ເກີດແຜ່ນດິນໄຫວ ຢູ່ແຂວງຫລວງນໍ້າທາຄວາມແຮງສັ່ນສະເທືອນວັດແທກໄດ້ 2.7 ຣີກເຕີ

0
248

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໄດ້ລາຍງານສະພາບການເກີດແຜ່ນດິນໄຫວ ໃນວັນທີ 20 ມີຖຸນາ 2021 ເວລາ 22:40 ໂມງ ຂອງໂມງທ້ອງຖິ່ນ, ໄດ້ພົບສັນຍານແຜ່ນດິນໄຫວ ພາຍໃນປະເທດລາວ ຈໍານວນ 01 ຄັ້ງ ໃນບໍລິເວນ ແຂວງຫລວງນໍ້າທາ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ເສັ້ນຂະໜານທີ 20.89

ອົງສາເໜືອ ແລະ ເສັ້ນແວງທີ 101.05 ອົງສາຕາເວັນອອກ ດ້ວຍຄວາມແຮງສັ່ນສະເທືອນວັດແທກໄດ້ 2.7 ຣີກເຕີ ມີຄວາມເລິກຈາກເທິງໜ້າດິນປະມານ 1 ກິໂລແມັດ ຈຸດສູນກາງເກີດເຫດ ຢູ່ເມືອງລອງ ແຂວງຫລວງນໍ້າທາ ຫ່າງຈາກເທສະບານ ເມືອງລອງ ປະມານ 27 ກິໂລແມັດ, ຈາກເຫດການເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.