ເຖີງແມ່ສິທຸກ ຂໍໃຫ້ລູກມີຄວາມສຸກໃນມື້ຕໍ່ໜ້າ ສຸດຍອດແມ່ລ້ຽງດ່ຽວ ເລີ່ມຈາກສູນສູ້ຊີວິດເຮັດທຸກຢ່າງທີ່ໄດ້ເງິນ

0
268

ຈາກເຟສບຸກ Ning Souliya ໄດ້ໂພສບົດຄວາມເພື່ອເປັນແຮງບັນດານໃຈSinglemother ແມ່ລ້ຽງດ່ຽວ ຂໍເອີ້ນໂພສນີ້ວ່າ ແຮງບັນດານໃຈ ຍາກຫຼາຍເດີ່ ສຳຫຼັບຜູ້ຍິງ ໂຕຄົນດຽວ ທີ່ຊີວິດເລີ່ມຕົ້ນມາຈາກສູນ(0) ຕັ້ງແຕ່ນ້ອຍ ຈົນແຕ່ງງານສ້າງຄອບຄົວ 5 ປີ ແລ້ວກໍ່ໄດ້ແຍກທາງກັນ ຊີວິດແມ່ລ້ຽງດ່ຽວຕອນນັ້ນ ມີເງີນ

ຕິດໂຕພຽງ 250,000ກີບ ລົດຖີບ ສິຂີ່ ຍັງບໍ່ມີ ອົດທົນສູ້ຊົນມາຕະຫຼອດ ຕອນນັ້ນເປີດຮ້ານເສີມສວຍ ຫາລ້ຽງລູກ ຕໍ່ມາ ມີລົດຈັກຄິກໄອ້ຂີ່ລະຈົນມາຮອດ ປີ2013
ມີລູກຄົນທີ່ 2 (ບໍ່ມີພໍ່) ຫາເງີນ ທ້ອນເງີນປັກໃຈໃສ່ ຢາກມີລົດວີໂກ່ ພາແມ່ໄປຊື້ເຄື່ອງມາຂາຍ ຮອດວັນທີ່ 12/04/2014 ຂາຍຄຳທີ່ມີຢູ່ມາໂຮມໃສ່ເງີນທີ່ມີຢູ່ ຍັງບໍ່

ພໍ ພໍ່ແມ່ຕື່ມໃຫ້ 1,000$ ມາຊື້ລົດຢູ່ນະຄອນຫຼວງ (ມາກັບໝູ່ 1 ກັບນ້ອງຮັກ 1 ຄວາມເກ່ງຂອງນາງ ພໍ່ແມ່ບໍ່ມາ) ຕໍ່ມາອີກ 6 ເດືອນ ຊື້ດີນຢູ່ບ້ານ ໄດ້ 2 ຕອນ (100ລ້ານກີບ)ຊີວິດຖາມວ່າ ໜັກບໍ?: ຕອບໄດ້ເລີຍວ່າໜັກຫຼາຍ ກັບການທີ່ຕົ້ນທືນບໍ່ມີສູ້ຊົນມາຈົນເຖີງທຸກມື້ນີ້ ການທີ່ຕ້ອງການເປັນລູກທີ່ດີຂອງພໍ່ແມ່ແລະ

ເປັນແມ່ທີ່ຂອງລູກໆຍ້ອນຄຳວ່າສູ້ຊົນ ບໍ່ແມ່ນແຕ່ຫາເງີນລ້ຽງແຕ່ຂ້ອຍຢາກສ້າງ ແລະ ວາງອົດນາຄົດໃວ້ໃຫ້ລູກໃຫ້ມີຕົ້ນທືນທີ່ດີ ຈົນຕ້ອງກາຍເປັນວ່າ ຕ້ອງພາກຈາກລູກ ຕັ້ງແຕ່ທ້າຍປີ 2016 ອອກຈາກບ້ານ ໄປເປີດ ຮ້ານ ຄາຣາໂອເກະ ຢູ່ພຽງໂຕຄົນດຽວ ບໍລິຫານຮ້ານ ໃຫ້ຢູ່ ໃຫ້ລອດ ໂດຍທີ່ມີ ນ້ອງໆ ສາວເສີບ ເຮັດວຽກຊ່ວຍ

ນອນເດີກທຸກຄືນ ບາງຄືນ ກະຈົນແຈ້ງຈາກຊີວິດ ທີ່ຫາເງີນກາງຄືນ ມີຮ້ານອອນໄລນ໌ຢູ່ແລ້ວ ຫັນມາຂາຍອອນໄລນ໌ ເດືອນ 10 ປີ 2018 ຂາຍເລີ່ມແລກ ຜົນຕອບ
ຮັບດີ ກໍ່ເລີ່ມມາຂາຍຈີງຈັງ ຂາຍຫຼາຍໆຢ່າງ ມີຫຼາຍໆຄົນຖາມ-ເງີນເອົາໄປໃວ້ໃສ(ກີນໃສ່ປາກຂີ້ອອກນີ້ລະ) -ຄືຂາຍຫຼາຍຢ່າງແທ້ (ເອົາທຸກຢ່າງ ທີ່ສຸດຈະລິດ ທີ່ບໍ່ບຽດ

ບຽນໃຜ) -ເຮັດແຊຣນວິດຂາຍ (ເອົາທຸກຢ່າງ ທີ່ມັນໄດ້ເງີນ)ເພາະຄົນທີ່ຕົກວຽກຕົກງານ ບໍ່ມີໂອກາດຫາເງີນ ເອົາເງີນມີຫຼາຍ ມາຮອດ 25/01/21 ຊື້ດີນຢູ່
ນະຄອນຫຼວງໄດ້ 1 ຕອນ (ໂຄດພູມໃຈ)ມາຮອດຕອນນີ້ຄິດຮອດລູກນ້ຳຕາໄຫຼຈົນປຽກແກ້ມທັງສອງຂ້າງ ໂດຍທີ່ບໍ່ຮູ້ໂຕ ເຂົ້າໃຈລູກເລີຍ ວ່າທຸກໆເທື່ອ ທີ່ໄປສົ່ງລູກຢູ່

ຄິວລົດສາຍໄຕ້ ເພື່ອເມືອບ້ານ ເປັນຫຍັງລູກຄືໃຫ້ (ຍ້ອນຄວາມຄ້ອຍໃຈ ຄິດຮອດແມ່)ໃຜທີ່ຂື້ນຊື່ວ່າແມ່ ຈະຮູ້ດີເນາະ ຄວາມຮູ້ສືກນີ້ ແລະຄວາມອົດທົນ ຄວາມ
ເມື່ອຍຕ່າງໆ ເປັນຫຍັງຄືເຮັດໄດ້ ເປັນຫຍັງ ຄືອົດທົນມາໄດ້ ແລະກະຕ້ອງຜ່ານມັນໃຫ້ໄດ້ອີກ ມື້ນີ້ເຖີງແມ່ສິທຸກ ໃນໃຈກະຂໍ ຢາກໃຫ້ລູກມີຄວາມສຸກໃນມື້ຕໍ່ໜ້າໄປ

ຊີວິດມັນບໍ່ງ່າຍເລີຍ ແຕ່ຂໍເປັນກຳລັງໃຫ້ແມ່ລ້ຽງດ່ຽວທຸກໆຄົນເດີ່(ເຖີງເຮົາ ສີບໍ່ສາມາດ ເປັນທຸກຢ່າງໃຫ້ລູກໄດ້ ແຕ່ຖ້າມີລູກແລ້ວ ກໍ່ຂໍເຮັດທຸກຢ່າງ ໃຫ້ມັນດີທີ່ສຸດສຳລັບລູກ ເທົ່າທີ່ເຮົາມີຄວາມສາມາດເຮັດ ກໍ່ພໍ) Single mother ສູ້ໆຂອບໃຈທີ່ອ່ານຈົບ