13 ນິໄສຂອງຄົນທີ່ ມີແວວວ່າຂ້ອຍຈະລວຍໃນອະນາຄົດ

0
309

1 ມັກເຂົ້າຫາສັງຄົມທີ່ເຂົ້າກັບຕົນເອງໄດ້ສະເໝີ ໝາຍຄວາມວ່າຈະບໍ່ມັກເສຍເວລາກັບກຸ່ມຄົນທີ່ຕົນເອງເຂົ້າຫາບໍ່ໄດ້ ຫຼື ກຸ່ມຄົນທີ່ເຂົ້າຫາຕົນແລ້ວໄປກັນບໍ່ໄດ້

2 ຕື່ນແຕ່ເຊົ້າ ເກືອບ 50% ຂອງຄົນລວຍມີເວລາຢ່າງ ໜ້ອຍ 3 ຊົ່ວໂມງໃນຕອນເຊົ້າມືດກ່ອນທີ່ພວກເຂົາຈະເລີ່ມເຮັດວຽກຕົວຈິງ (ຕົວຢ່າງ: ເລີ່ມເຮັດວຽກຕອນ 8, ຕື່ນນອນຕອນ 5 ໂມງເຊົ້າ).

3 ແຫຼ່ງລາຍຮັບຫຼາຍທາງ 65% ຂອງຄົນລວຍມັກມີລາຍຮັບຫຼາຍທາງ ເພາະມັນສາມາດເປັນຕົວສ້າງຄວາມໝັ້ນຄົງ ແລະ ຍັງສາມາດແບ່ງຄວາມສ່ຽງໃຫ້ກັບການເງິນຂອງເຮົາໄດ້ໃນລະດີເລີຍ.

4 ອ່ານໜັງສືໃຫ້ເປັນປົກກະຕິ 88% ຂອງຄົນລວຍ ມັກອ່ານຢ່າງໜ້ອຍ 30 ນາທີໃນແຕ່ລະມື້ ເພາະມັນຈະສ້າງທັກສະໃນການຄິດ ແລະ ຄວາມຮູ້ໃໝ່ໆເຂົ້າມາສະເໝີ ສັງເກດງ່າຍໆຜູ້ບໍລິຫານ ຫຼື ນັກທຸລະກິດມັກຈະອ່ານໜັງສືພິມ,ວາລະສານໃໝ່ໆ ໃນຊ່ວງຕອນເຊົ້າຢູ່ສະເໝີ

5 ອອກກຳລັງກາຍເປັນປະຈຳ 76% ຂອງຄົນລວຍມັກອອກກຳລັງກາຍທຸກມື້ ເພາະມັນຈະສ້າງຄວາມແຂງແຮງຂອງສຸຂະພາບຂອງເຮົາໃຫ້ສາມາດສູ້ກັບວຽກໄດ້ເຕັມທີ່ ແລະ ຜ່ອນຄາຍຄວາມອິດເມື່ອຍໄປໃນຕົວ

6 ຄິດໃນແງ່ດີ. ຜູ້ຂຽນບົດສຶກສານີ້ເນັ້ນໜັກວ່າການຄິດໃນແງ່ບວກແມ່ນປັດໃຈສຳຄັນຫຼາຍຂອງຄົນລວຍ ເພາະການເບິ່ງໂລກໃນແງບວກມັກຈະສ້າງໂອກາດຫຼາຍກວ່າການເບິ່ງໃນແງ່ລົບສະເໝີ

7 ຢ່າວຸ້ນວາຍກັບກະແສສັງຄົມ ແຕ່ຄົນລວຍມັກຈະສ້າງກະແສໃຫ້ຕົວເອງຕ່າງຫາກ. ບາງເທື່ອການສ້າງກະແສໃຫ້ກັບຕົນກໍ່ອາດເປັນອີກໜຶ່ງການຕະຫຼາດຂອງນັກທຸລະກິດ ຫາກເປັນກະແສດ້ານບວກ ແຕ່ຫາກໃຊ້ກະແສຜິດກາລະເທສະ ມັນກໍ່ບໍ່ຕ່າງຫຍັງຈາກດາບສອງຄົມເຊັ່ນກັນ

8 ຊອກຫາທີ່ປຶກສາດ້ານຊີວິດ ທີ່ປຶກສາບໍ່ ຈຳ ເປັນຕ້ອງມີຄວາມສາມາດ ຫຼື ອາວຸໂສຫຼາຍກ່ອນຕົນສະເໝີໄປ.ບາງທີ່ຄົນທີ່ເຮົາສາມາດປຶກສາເລື່ອງລາວຊີວິດໄດ້ກໍ່ບໍ່ຈຳເປັນຕ້ອງເປັນຄົນທີ່ມີຄວາມຮູ້ຫຼາຍກວ່າເຮົາສະເໝີໄປ ບົດຮຽນດີໆບໍ່ຈຳເປັນຕ້ອງຢູ່ໃນປື້ມລາຄາແພງ ແລະ ເກົ່າແກ່ສະເໝີໄປ

9 ມີພຶດຕິກຳ, ກະທຳທີ່ເໝາະສົມ, ຄົນລວຍຮູ້ສິ່ງທີ່ຄວນເຮັດໃນບາງໂອກາດ. ຄວນຮູ້ໂອກາດໃນການລົງມືເຮັດ ແລະ ຄວາມຮູ້ເວລາໃນການລໍຖ້າທີ່ຈະລົງມືເຊັ່ນກັນ

10 ເຕັມໃຈທີ່ຈະຊ່ວຍຄົນອື່ນໃຫ້ປະສົບຜົນສຳເລັດເຊັ່ນກັນ. ບາງທີ່ການທີ່ເຮົາເຕັມໃຈຊ່ວຍໃຜຄົນໝຶ່ງໃຫ້ປະສົບຜົນສຳເລັດໃນດ້ານໃດດ້ານໜຶ່ງ ມັນອາດມີບົດຮຽນອັນມະຫາສານໃນນັ້ນກໍ່ເປັນໄດ້ ຫາກແຕ່ເຮົາເຕັມໃຈແທ້ໆ

11 ມັກຟັງສຽງສະທ້ອນຈາກຄົນອື່ນໃນດ້ານບວກ ແລະ ດ້ານລົບ ເຖິງວ່າຈະເປັນຄົນລວຍແລ້ວກໍ່ບໍ່ໝາຍວ່າຈະຖີືກສະເໝີໄປ. ບາງທີ່ສິ່ງທີ່ເຮົາເຮັດເຮົາວ່າດີຢູ່ແລ້ວໃນສາຍຕາຂອງເຮົາ ແຕ່ຖ້າລອງເປີດໃຈຟັງສຽງສະທ້ອນຈາກຄົນອື່ນ ມັນມັກຈິມີບົດຮຽນໃໝ່ເຂົ້າມາໃຫ້ເຮົາໄດ້ຄິດ ແລະ ແກ້ໄຂຢູ່ສະເໝີ

12 ມັກພຸ່ງຫາເປົ້າໝາຍທີ່ຕັ້ງໃຈໄວ້ຢ່າງມີຄວາມກະຕືລືລົ້ນຢູ່ສະເໝີ ຫາກຕັ້ງເປົ້າໄວ້ແລ້ວຖ້າມີຄວາມຕັ້ງໃຈ ບໍ່ມື້ໃດກໍ່ມື້ໜຶ່ງຕ້ອງປະສົບຜົນສຳເລັດແນ່ນອນ.

13 ໃຫ້ເວລາກັບຕົວເອງ. ຄົນລວຍມັກຈະໃຊ້ເວລາໃນການສ້າງຕົນໃຫ້ລວຍຢູ່ສະເໝີເຊັ່ນ : ຈະບໍ່ຍອມເສຍເວລາເພື່ອທີ່ຈະມາທໍ້ ຫຼື ສິ້ນຫວັງ ແຕ່ຈະໃຫ້ເວລາກັບຕົວເອງເພື່ອສ້າງມັນຈົນສຳເລັດຈົນໄດ້