ແຟນໆຄົງຈະຈື່ໜ້າຈໍາຕາ ນ້ອງ ອ້ອມ ມະນີວົງ ໄດ້ເປັນຢ່າງດີ ຊຶ່ງເປັນນັກຮ້ອງທີ່ມີຊື່ສຽງໂດ່ງດັງຂອງກໍາລັງປ້ອງກັນຄວາມສະຫງົບ.
ດ້ວຍຄວາມງາມ ແລະ ນໍ້າສຽງທີ່ເປັນເອກະລັກ, ອ້ອມ ໄດ້ປະກອບຖ່າຍທອດຜົນງານເພງຊົມເຊີຍກໍາວັນສ້າງລັງປ້ອງກັນຄວາມສະຫງົບ ມາແລ້ວຢ່າງຫຼາກຫຼາຍ ເຊັ່ນ: ບົດເພງ 5 ເມສາໝັ້ນຍືນ, ສຽງເຕືອນຈາກສາວຈະລາຈອນ, ແລະ ພິເສດທີ່ສຸດຄືຜົນງານເພງ ມື້ເອິຫຕັ້ງ ປກສ (ວັນສ້າງຕັ້ງ ປກສ) ທີ່ຂັບຮ້ອງເປັນພາສາຊົນເຜົ່າກຶມມຸ ແລະ ດຶງດູດແຟນເພງໄດ້ຢ່າງຫຼວງຫຼາຍ.
ນອກຈາກຂັບຮ້ອງເພງກ່ຽວກັບກໍາລັງປ້ອງກັນຄວາມສະຫງົບແລ້ວ, ອ້ອມ ຍັງມີຜົນງານເພງອື່ນໆອີກທີ່ມີຊື່ສຽງບໍ່ໜ້ອຍ.
ບົດເພງ ມັກເອື້ອຍຊັ້ນຫວາ ເປັນຜົນງານເພງໃໝ່ຫຼ້າສຸດ ທີ່ຫາກໍປ່ອຍອອກໃຫ້ແຟນໆໄດ້ຮັບຟັງໃນຮູບແບບຂອງ Audio ຜ່ານທາງຢູທູບ ໂດຍເນື້ອຫາຂອງເພງເປັນເລື່ອງກ່ຽວກັບບ່າວລຸ້ນນ້ອງ ຖືກໃຈສາວລຸ້ນເອື້ອຍ ຊຶ່ງຈະເປັນແນວໃດນັ້ນ ສາມາດຮັບຟັງໄດ້ເລີຍ