ເຫດລົດໃຫ່ຍ ຕ ຳ ກ ັ ນ 15 ຄັນ ເຮັດໃຫ້ມີຄົນ ເ ສ ຍ ຊ ີ ວ ິ ດ 12 ຄົນ ແລະ ບາດເຈັບຈຳນວນຫຼາຍ

0
496

ເກີດອຸບັດຕິເຫດ ລົດໃຫ່ຍຕຳກັນ 15 ຄັນ ເຮັດໃຫ້ມີຄົນເສຍຊີວິດ 12 ຄົນ ແລະ ມີຄົນເຈັບຈຳນວນຫຼາຍເຫດເກີດຂຶ້ນໃນຕອນບ່າຍວັນເສົາທີ່ຢູ່ຖະໜົນຫຼວງໃນ Butler County, Alabama, ທີ່ອາເມລິກາ.ເຈົ້າໜ້າທີ່ຄາດວ່າລົດຄັນໜຶ່ງໄດ້ເສຍຫຼັກຍ້ອນຝົນຕົກໜັກ ແລະ ນໍ້າຖ້ວມລໍ້ບໍ່ຕິດກັບທາງ, ເຮັດໃຫ້ລົດ 15 ຄັນ

ຂາດການຄວບຄຸມຄືກັນ.ເປັນເຫດໃຫ້ມີຜູ້ເສຍຊີວິດ 12 ຄົນ, ໃນນັ້ນມີເດັກນ້ອຍ 10 ຄົນ– ຜູ້ເສຍຊີວິດ 8 ຄົນ, ອາຍຸ 4-17 ປີ ທີ່ຢູ່ໃນລົດເມ, ຜູ້ຂັບລົດລອດ

ຊີວິດ ແລະ ໄດ້ຮັບການຊ່ວຍເຫຼືອຈາກຜູ້ເຫັນເຫດການເພື່ອໃຫ້ອອກຈາກລົດໃນເວລານັ້ນ.ແລະ ຫຼາຍຄົນໄດ້ພະຍາຍາມຊ່ວຍເຫຼືອເດັກ ແຕ່ລົດເມຄັນດັ່ງກ່າວກໍ່ລຸກໄໝ້

ເປັນແປວໄຟ, ດັ່ງນັ້ນຈື່ງບໍ່ສາມາດຊ່ວຍໄດ້ ອີກ 2 ຄົນແມ່ນຢູ່ໃນລົດທີ່ລົ້ມພິກຂ້ອມ, ເຮັດໃຫ້ພໍ່ອາຍຸ 29 ປີໄດ້ເສຍຊີວິດທັນທີ ແລະ ລູກສາວອາຍຸ 9 ເດືອນໄດ້ເສຍຊີວິດຢູ່ໂຮງໝໍ