ເລື່ອງລາວທີ່ແອັດຈະນໍາສະເໜີຕໍ່ໄປນີ້ ຂໍໃຫ້ຖືເປັນອີກເຫດການອຸທາຫອນສອນໃຈ ເຕືອນໄພໃກ້ຕົວທຸກຄົນກ່ຽວກັບໄຟຟ້າ ບໍ່ຄວນຖືເບົາເດັດຂາດ ບໍ່ດັ່ງນັ້ນ ໄພອັນຕະລາຍຈະມາຮອດແນ່ນອນ.
ຜູ້ໃຊ້ເຟສບຸກຊື່ ສິງໂຕ ໂລງສົບ ໄດ້ໂພສພາບ ພ້ອມຂໍ່ຄວາມເຕືອນໄພກ່ຽວກັບໄຟຟ້າໄວ້ວ່າ: ເປັນບົດຮຽນລາຄາແພງໃນຊິວິດຂ້ອຍ ໄຟຟ້າດັບລະຂ້ອຍລ໋ອກຕູຫ້ອງອອກໄປນອກ.
ແຕ່ຂ້ອຍເປີດໄດເປົ່າຜົມໄວ້ ເພາະຄວາມເຄີຍຊິນເວລາອອກເຮືອນ ຊ້ຳພັດລືມວ່າໄຟບໍ່ມາເລີຍເປີດຄ້າງໄວ້.
ຜູ້ກ່ຽວເວົ້າອີກວ່າ: ເວົ້າສັ້ນໆເລີຍ ຢາກໃຫ້ເປັນບົດຮຽນໃຫ້ທຸກຄົນແລະຂ້ອຍເອງ ໄຟຟ້າບໍມາລະດັບກົງເຕິ້ໄວ້ເລີຍໂລດ ໄຟມາລະຈຶງເປີດຂຶ້ນມາໃຊ້ ເສຍຫາຍຫຼາຍ ລຳໂພງທີ່ຂ້ອຍຮັກ ໂທລະທັດ 75ນິ້ວຂ້ອຍ ລວມມູນຄາ 50ກວ່າລ້ານ ເພພັງໝົດ.
ແຕ່ຍັງດີທີ່ຂ້ອຍສູນເສຍເທົ່ານີ້ ຂໍໃຫ້ເລື່ອງນີ້ເປັນສິ່ງເຕືອນສະຕິ ຖ້າໄຫມ້ໝົດເຮຶອນລະດັບເລິຍ ທີມງານສິງໂຕໂລງສົບນິ.
ແນວໃດກໍ່ຕາມ ແອັດຂໍໃຫ້ທຸກຄົນຖືເອົາເລື່ອງນີ້ເປັນບົດຮຽນ ຢ່າລະເຫຼີງເດັດຂາດ ແລະ ສະແດງຄວາມເສຍໃຈກັບການສູນເສຍຊັບສິນຂອງສີງໂຕ ໂລງສົບໃນຄັ້ງນີ້ດ້ວຍ.