ເອີ້ນໄດ້ວ່າເປັນອີກເລື່ອງລາວໜຶ່ງທີ່ໜ້າຊື່ນຊົມປະຊາຊົນ ທີ່ຊ່ວຍເຈົ້າໜ໊າທີ່ເຮັດວຽກໄດ້ເປັນຢ່າງດີ ຈົນຈັບໄດ້ໂຈນຮ້າຍເລາະລັກລົດມາລົງໂທດໃຫ້ສາສົມ.
ໃນເວລາ 9 ຖມງຂອງວັນທີ່ 20.6.2021 ປະຊາຊົນບ້ານກະເພີ ເມືອງປາກຊ່ອງ ແຂວງຈໍາປາສັກ ໄດ້ຊ່ວຍກັນຈັບໂຈນທີ່ມາລັກລົດປະຊາຊົນ, ສ່ວນໂຈນຜູ້ຖຶກຈັບແມ່ນ ເປັນຄົນບ້ານບຶງໄຊ ແຂວງສະຫວັນນະເຂດ.
ເຈົ້າໜ້າທີ່ ແລະ ປະຊາຊົນ ຈັບຕົວຜູ້ກ່ຽວໄດ້ ໃນຂະນະທີ່ໂຈນຄົນນີ້ກໍາລັງລັກລົດໃຫຍ່ ແລະ ຕອນນີ້ແມ່ນຖືກເຈົ້າໜ້າທີ່ຄວບຄຸມຕົວໄວ້ ລໍຖ້າດໍາເນີນຄະດີຕາມກົດໝາຍ.
ແນວໃດກໍ່ຕາມ ເຫດການທີ່ເກີດຂຶ້ນໃນຄັ້ງນີ້ ຂໍຍົກຄວາມດີຄວາມຊອບ ແລະ ຊົມເຊີຍເຈົ້າໜ້າທີ່ ແລະ ປະຊາຊົນທີ່ຮ່ວມກັນຈັບໂຈນໄດ້, ທັ້ງນີ້ກໍ່ຍັງເປັນການຫຼຸດຜ່ອນໂຈນຜູ້ຮ້າຍທີ່ອາດໄປກໍ່ເຫດເຮັດໃຫ້ຜູ້ອື່ນເດືອດຮ້ອນໄປຫຼາຍກວ່ານີ້.