ອີງຕາມສູນຂ່າວສານການແພດສຸຂະສຶກສາແຈ້ງປະກາດປະກາດວັນທີ 23 ມິຖຸນາ 2021ນີ້ໃຫ້ຮູ້ວ່າ: ທຸກໆຂັ້ນຕອນຂອງການສັກວັກຊີນກັນພະຍາດໂຄວິດ-19 ແມ່ນບໍ່ໄດ້ເສຍຄ່າ.ຜູ້ທີ່ເກັບເງິນ ແລະ ຜູ້ທີ່ເຫັນດີຈ່າຍເງິນແມ່ນມີຄວາມຜິດ.ການສັກວັກຊີນກັນພະຍາດໂຄວິດ-19 ທີ່ປອດໄພ ແລະ ໄດ້ປະສິດທິຜົນຕ້ອງສັກຢູ່ຈຸດ
ບໍລິການເທົ່ານັ້ນ. ຖ້າມີບຸກຄົນໃດແອບອ້າງ ຫຼື ໂຄສະນາວ່າສາມາດຈັດສັນ ແລະ ໃຫ້ບໍລິການສັກວັກຊີນກັນພະຍາດໂຄວິດ-19 ໄດ້ກັບທີ່ ໃຫ້ທ່ານແຈ້ງຫາກະຊວງສາທາລະນະສຸກທັນທີ. ນອກຈາກທ່ານຈະເສຍເງິນແລ້ວ, ວັກຊີນທີ່ທ່ານໄດ້ຮັບແມ່ນຈະບໍ່ໄດ້ຄຸນນະພາບ ແລະ ມີຄວາມອັນຕະລາຍຕໍ່ໂຕຂອງທ່ານ.ຂໍໃຫ້ລາຍງານຫາກະຊວງສາທາລະນະສຸກ ຜ່ານສາຍດ່ວນ 165/166.
ການສັກວັກຊີນ ແມ່ນບໍ່ໄດ້ເສຍເງີນຜູ້ທີ່ເກັບເງິນ ແລະ ຜູ້ທີ່ເຫັນດີຈ່າຍເງິນແມ່ນມີຄວາມຜິດ
ການສັກວັກຊີນ ແມ່ນບໍ່ໄດ້ເສຍເງີນຜູ້ທີ່ເກັບເງິນ ແລະ ຜູ້ທີ່ເຫັນດີຈ່າຍເງິນແມ່ນມີຄວາມຜິດ
ທີ່ມາ: ສູນຂ່າວສານການແພດສຸຂະສຶກສາ