ສ່ອງປະຫວັດ 6 ຄົນ ທີ່ ຕ ິ ດ ເ ຊ ື ້ ອ ໃນນະຄອນຫຼວງວຽງຈັນ ວັນທີ 23 ມິຖຸນາ 2021

0
315

ໃນວັນທີ 23 ມິຖຸນາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ລາຍງານວ່າ:ໃນຕົວເລກ 9 ຄົນ ທີ່ຕິດເຊື້ອໃນມື້ນີ້ ມີກ່ຽວກັບ 6 ຄົນ ທີ່ຕິດເຊື້ອໃໝ່ ໃນນະຄອນຫຼວງວຽງຈັນ, ໂດຍມີປະຫວັດດັ່ງຕໍ່ໄປນີ້:ຄົນທີ 1: ເພດຍິງ,ອາຍຸ 24 ປີ, ສັນຊາດລາວ, ບ້ານໂນນແກ້ວ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ,  ຜູ້ກ່ຽວມີ

ໄຂ້, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 22 ມີຖຸນາ 2021 ຢູ່ບ້ານໂນນແກ້ວ ແລະ ຜົນກວດພົບເຊື້ອ.
ຄົນທີ 2: ເພດຊາຍ, ອາຍຸ: 24 ປີ, ສັນຊາດລາວ, ບ້ານໂພນຕ້ອງສະຫວ່າງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 22 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ;ຄົນທີ 3: ເພດຊາຍ, ອາຍຸ: 25 ປີ,

ສັນຊາດລາວ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 22 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ.ຄົນທີ 4: ເພດຍິງ, ອາຍຸ: 48 ປີ, ສັນຊາດລາວ, ບ້ານດອນດູ່, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີອາການໄຂ້, ໄອ, ຫາຍໃຈຝືດ, ເຈັບຄໍ, ຂີ້ມູນກຍ້ອຍ ແລະ ເມື່ອຍ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ, ໄປເກັບ

ຕົວຢ່າງ ໃນວັນທີ 22 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ;ຄົນທີ 5: ເພດຊາຍ, ອາຍຸ 4 ປີ,​ ສັນຊາດລາວ, ບ້ານເກົ້າລ້ຽວ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 22 ມີຖຸນາ 2021 ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ ແລະຄົນທີ 6: ເພດຊາຍ, ອາຍຸ: 26 ປີ, ສັນຊາດລາວ, ບ້ານວາທ່າ,​ ເມືອງສີໂຄດຕະບອງ,​ ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 22 ມີຖຸນາ 2021 ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ.