ນໍ້າຖ້ວມຢູ່ແຂວງໄຊຍະບູລີ ສ້າງຄວາມເສຍຫາຍກວ່າ 136 ຕື້ກີບ ມີ 130 ບ້ານ 4.816 ຄອບຄົວ ໄດ້ຮັບຜົນກະທົບ

0
316

ໄພພິບັດນໍ້າຖ້ວມທີ່ເກີດຂຶ້ນຢູ່ແຂວງໄຊຍະບູລີ ຄັ້ງວັນທີ 14 ມິຖຸນາ ສ້າງຄວາມເສຍຫາຍກວ່າ136ຕື້ກີບ ກວມເອົາ 8 ເມືອງທີ່ໄດ້ຮັບຜົນກະທົບ, ມີ 130 ບ້ານ, ມີ 4.816 ຄອບຄົວ. ຕໍ່ສະພາບດັ່ງກ່າວໃນຕອນເຊົ້າຂອງວັນທີ 23 ມິຖຸນາ ທີ່ສະໂມສອນຫ້ອງວ່າການແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມ ສະຫຼຸບຖອດຖອນບົດຮຽນກ່ຽວກັບ ການຈັດຕັ້ງປະຕິບັດວຽກງານແກ້ໄຂຜົນກະທົບໄພນໍ້າຖ້ວມທົ່ວແຂວງ ໄຊຍະບູລີ ໂດຍການເປັນປະທານຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ປະທານຄະນະຄຸ້ມຄອງໄພພິບັດຂັ້ນແຂວງ.

ໃນກອງປະຊຸມ ທ່ານ ໜູເກນ ພັນລັກ ວ່າການຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານແກ້ໄຂຜົນກະທົບໄພພິບັດນໍ້າຖ້ວມທີ່ເກີດຂຶ້ນຢູ່ແຂວງໄຊຍະບູລີ ຄັ້ງວັນທີ 14 ມິຖຸນາ 2021 ວ່າ: ນໍ້າຖ້ວມແຂວງ ໄຊຍະບູລີ ຄັ້ງນີ້ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງເປັນຕົ້ນແມ່ນ: ນໍ້າຖ້ວມເຮືອນປະຊາຊົນ, ຖ້ວມເນື້ອທີ່ການຜະລິດ, ເສັ້ນທາງຈໍານວນໜຶ່ງຖືກຕັດຂາດ, ຕາຂ່າຍໄຟຟ້າ ແລະ ເສົາໄຟຟ້າ

ຫັກໂຄ້ນ, ຈັກປັ່ນນໍ້າເພື່ອຜະລິດນ້ຳປະປາຖືກຈົ່ມ ແລະ ດິນຖົມ, ສັດລ້ຽງຖືກນໍ້າພັດໄຫຼໜີ ແລະ ລົ້ມຕາຍຈໍານວນຫຼວງຫຼາຍ.ປະຊາຊົນຂາດທີ່ຢູ່ອາໄສຈໍານວນໜຶ່ງ, ຂອບເຂດຂອງໄພພິບັດຄັ້ງນີ້ກວມເອົາ 8 ເມືອງທີ່ໄດ້ຮັບຜົນກະທົບ, ມີ 130 ບ້ານ, ມີ 4.816 ຄອບຄົວ ໃນນີ້ ຢູ່ເມືອງໄຊຍະບູລີ ໄດ້ຮັບຜົນກະທົບຫຼາຍກວ່າໝູ່, ລວມມູນຄ່າເສຍຫາຍທັງໝົດໃນທົ່ວແຂວງ 136ຕື້ກວ່າກີບ, ເຫດໄພນໍ້າຖ້ວມຄັ້ງນີ້ແມ່ນບໍ່ຄົນເສຍຊີວິດມີແຕ່ບາດເຈັບເລັກນ້ອຍ.ການຈັດຕັ້ງປະຕິບັດຊ່ວຍເຫຼືອປະຊາຊົນໃນເວລາເກີດເຫດການ ຄະນະນໍາຂອງແຂວງ, ຂອງເມືອງ ກໍຄືຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄດ້ສົມທົບກັບກອງກໍາລັງປ້ອງກັນຊາດ-ປ້ອງກັນ

ຄວາມສະຫງົບ, ພະນັກງານ-ລັດຖະກອນ, ໜ່ວຍງານກູ້ຊີບ-ກູ້ໄພ ແລະ ຊາວໜຸ່ມຢູ່ພາຍໃນພະແນກການອ້ອມຂ້າງແຂວງ, ເມືອງ ໄຊຍະບູລີ, ທີມງານຄຸ້ມຄອງໄພພິບັດ ແລະ ໜ່ວຍກູ້ໄພ ແຂວງຫຼວງພະບາງ ແລະ ກໍາລັງ ທະຫານເມືອງນານ, ຊຶ່ງໄດ້ເຄື່ອນຍ້າຍປະຊາຊົນຜູ້ທີ່ຕົກຢູ່ເຂດໄພອັນຕະລາຍ ແລະ ວັດຖຸສິ່ງຂອງທີ່ຈໍາເປັນຈໍານວນໜຶ່ງໄປຢູ່ຈຸດປອດໄພ, ໄດ້ນຳໃຊ້ພາຫະນະປະເພດ: ກົນຈັກໜັກຈໍານວນ 7 ຄັນ, ລົດບັນທຸກ ຈໍານວນ 38 ຄັນ, ເຮືອກູ້ໄພ-ເຮືອກູ້ຊີບ-ເຮືອທ້ອງແບນ 7 ລໍາ; ໃນນັ້ນ ມີເຮືອທ້ອງແບນຈາກແຂວງຫຼວງພະບາງຈໍານວນ 3 ລໍາ, ພາຫະນະລົດລາກແກ່ ແລະ ບັນທຸກເຄື່ອງ 5 ຄັນ.ຫຼັງນໍ້າຖ້ວມແມ່ນໄດ້ຮີບຮ້ອນລົງເກັບ

ກໍາຂໍ້ມູນຄວາມເສຍຫາຍຂອງປະຊາຊົນ, ລົງຊ່ວຍເຫຼືອໃນການອະນາໄມບ້ານເຮືອນ, ສໍານັກງານອົງການຂອງລັດ, ລົງແຈກຢາຍນໍ້າກິນ-ນໍ້າໃຊ້, ເຂົ້າສານອາຫານແຫ້ງ, ເຄື່ອງນຸ່ງຮົ່ມ, ເຄື່ອງໃຊ້ເຮືອນຄົວ ແລະ ປຸກເຮືອນໃຫ້ຄອບຄົວທີ່ຖືກນໍ້າພັດໄຫຼ.ສໍາລັບການລະດົມທຶນຈາກຫຼາຍພາກສ່ວນທັງພາກລັດ ແລະ ເອກະຊົນ ພາຍໃນ ແລະ ຕ່າງແຂວງ ທີ່ເປັນວັດຖຸ ແລະ ເງິນສົດ ຮອດປະຈຸບັນລວມທັງໝົດ 1,7 ຕື້ກວ່າກີບ.ຈາກນັ້ນກອງປະຊຸມກໍໄດ້ມີການປະກອບຄໍາຄິດຄໍາເຫັນ, ເຊິ່ງແຕ່ລະທ່ານທີ່ມີຄໍາເຫັນນັ້ນແມ່ນໄດ້ຍົກໃຫ້ເຫັນສະພາບຕົວຈິງໃນການຊ່ວຍເຫຼືອປະຊາຊົນໃນມື້ນໍ້າຖ້ວມ ແລະ ຫຼັງນໍ້າຖ້ວມ, ບັນຫາຫຍຸ້ງຍາກທີ່ພົບເຫັນໃນການຊ່ວຍເຫຼືອ, ພ້ອມດຽວກັນກໍ່ໄດ້ຮ່ວມກັນວາງແຜນການໃນການຟື້ນຟູ ແລະ ໃຫ້ການຊ່ວຍເຫຼືອປະຊາຊົນໃນໄລຍະຍາວ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ