ອີງຕາມ ຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ເລກທີ 393/ຈນວ ລົງວັນທີ 08/06/2021 ວ່າດ້ວຍການກຳນົດຂອບເຂດເມືອງໃໝ່ ໂດຍມີເນື້ອໃນໃຈຄວາມດັ່ງນີ້:
ມາດຕາ 1 ກໍານົດເອົາຂອບເຂດ 24 ບ້ານ ທີ່ຂຶ້ນກັບ ເມືອງ ໄຊທານີ້ ຄື: ບ້ານ ນາໂງມເກົ່າ, ນາໂງມໃໝ່, ນາກາຍ, ນາຄັນທຸງ, ໂພນແພງ, ຫົວຂົວ, ຫົວນາ, ນາຕານ, ຊໍາບອນ,ທົ່ງມັ່ງ, ຂຸດສາມບາດ, ຫາດກ້ຽງ, ນາກຸງ, ໂພນຄໍ້, ໂພນໄຮ່ຄຳ, ໂພນໂຮງ, ຫາດພະອິນ, ດວງບຸດດີ, ນາແຖ, ທ່າດິນແດງເໜືອ, ທ່າດິນແດງໃຕ້, ເວີນແທ່ນ,ທ່າຈຳປາ ແລະ ບ້ານໄຮ່ ໃຫ້ເປັນຂອບເຂດພື້ນທີ່ເມືອງທີ່ຈະຕັ້ງຂຶ້ນໃໝ່ ຂອງນະຄອນຫຼວງວຽງຈັນ.
ມາດຕາ 2 ໃຫ້ຄະນະຮັບຜິດຊອບຄົ້ນຄ້ວາສ້າງຕັ້ງເມືອງໃໝ່ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອສໍາຫຼວດເກັບກຳຂໍ້ມູນ ສ້າງແຜນທີ່ຂອບເຂດເມືອງ,ແຜນຜັງຕົວເມືອງ,ແຜນທີ່ການນຳໃຊ້ທີ່ດິນກະສິກຳ,ການຈັດສັນທີ່ດິນແຕ່ລະປະເພດ ໃຫ້ສອດຄ່ອງກັບຍຸດທະສາດການພັດທະນາຂອງເມືອງ ແລະ ວຽກງານປິ່ນອ້ອມອື່ນໆ ເພື່ອປະກອບເຂົ້າໃນບົດວິພາກຂອງການສ້າງຕັ້ງເມືອງ.
ມາດຕາ 3 ຄະນະຮັບຜິດຊອບຄົ້ນຄ້ວາສ້າງຕັ້ງເມືອງໃໝ່, ຄະນະຈັດຕັ້ງ, ຫ້ອງວ່າການ, ພະແນກພາຍໃນ, ພະແນກກະສິກຳ ແລະ ປ່າໄມ້, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ,ອົງການປົກຄອງ ເມືອງ ໄຊທານີ ,ອົງການປົກຄອງບ້ານ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ເພື່ອຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ ແລະ ລາຍງານຢ່າງເປັນປົກກະຕິ.
ມາດຕາ 4 ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.