ພາກທຸລະກິດ! ຈະມີສ່ວນຮ່ວມໃນການຈັດຫາງົບປະມານ ເພື່ອຊື້ວັກຊິນປ້ອງກັນໂຄວິດ-19 ໃຫ້ບັນລຸຕາມເປົ້າໝາຍ ຂອງລັດຖະບານ ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ກ່າວໃນໂອກາດເຂົ້າຮ່ວມເວທີສົນທະນາ ກ່ຽວກັບວັກຊິນ ແລະ ການສັກວັກຊິນກັນ
ພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 22 ມິຖຸນາ 2021 ທີ່ຜ່ານມາວ່: ປັດຈຸບັນພວກເຮົາຍັງມີຊ່ອງຫວ່າງ ຕໍ່ກັບຄວາມຮຽກຮ້ອງຕ້ອງການວັກຊິນກັນພະຍາດໂຄວິດ-19 ແມ່ນຍັງບໍ່ພຽງພໍ ຕໍ່ຄວາມຮຽກຮ້ອງຕ້ອງການທີ່ຈະບັນລຸ 50% ປະມານ 7 ແສນກວ່າໂດສ ຕາມທີ່ລັດຖະບານໄດ້ວາງຄາດໝາຍໄວ້ໃນທ້າຍປີ 2021.
ຕໍ່ກັບບັນຫາດັ່ງກ່າວ, ທາງລັດຖະບານ ສປປ ລາວ ໄດ້ມີການລະດົມທຶນຈາກພາກເອກະຊົນເຂົ້າມາໃຫ້ມີສ່ວນຮ່ວມ ເພື່ອເຮັດໃຫ້ບັນດາໂຮງຈັກ, ໂຮງງານ ຫລື ພາກທຸລະກິດ ໃຫ້ເຂົ້າມາມີສ່ວນຮ່ວມໃນການຈັດສັນຫາງົບປະມານ ເພື່ອມາຈັດຊື້ວັກຊິນ. ພ້ອມນັ້ນ, ກໍໄດ້ມີການສົບທົບກັບບັນດາປະເທດເພື່ອນມິດຍຸດທະສາດ ໂດຍໄດ້
ສະເໜີ ສືບຕໍ່ການສະໜັບສະໜູນ ແລະ ຊື້ຈາກ ສປ ຈີນ ຕື່ມອີກ, ເຊິ່ງຖ້າຫາກລໍຖແຕ່ການຊ່ວຍເຫລືອຈາກໂຄງການສະໜອງວັກຊິນ ຫລື COVAX ແມ່ນຈະໄດ້ຊ້າ ເພາະໂຄງການດັ່ງກ່າວ ໄດ້ມີການສະໜອງວັກຊິນໃຫ້ກັບຫລາຍປະເທດໃນໂລກ. ມາຮອດປັດຈຸບັນ ປະຊາຊົນເຂົ້າຮັບວັກຊິນເຂັມທີ 1 ບັນລຸໄດ້ 11,26% ຫລື
826.031 ຄົນ ແລະ ເຂັມທີ 2 ບັນລຸ 6,56% ຫລື 481.406 ຄົນ. ທ່ານ ດຣ. ພອນປະເສີດ ອຸນາພົມ ຍັງໃຫ້ຮູ້ຕື່ມວ່າ: ປັດຈຸບັນລາວເຮົາ ໄດ້ຮັບການຢັ້ງຢືນຈາກໂຄງການສະໜອງວັກຊິນ ຫລື COVAX, ຈາກທະນາຄານໂລກ ແລະ ລັດຖະບານຈີນ, ເຊິ່ງພວກເຮົາມີຕົວເລກການໄດ້ຮັບວັກຊິນ ເພີ່ມອີກ 6.660.084 ໂດສ, ເຊິ່ງຈຳນວນວັກຊິນເຫລົ່ານີ້ ຈະເຂົ້າມາທັນກຳນົດໃນປີ 2021 ຫລື ບໍ່