ກະຊວງປ້ອງກັນປະເທດມອບເງີນ 200,000 ໂດລາໃຫ້ ສສ ຫວຽດນາມ

0
154

ຕອນເຊົ້າຂອງວັນທີ 23 ມິຖຸນາ 2021 ນີ້. ກະຊວງປ້ອງກັນປະເທດໄດ້ຈັດພິທີມອບວັດຖຸປັດໃຈຈໍານວນ 200,000 ໂດລາ ເພື່ອຊ່ວຍເຫຼືອ ສສ ຫວຽດນາມ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. ເຊິ່ງເປັນກຽດມອບໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍະລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກ່າວຮັບໂດຍ ສະຫາຍ ຫງວຽນບາຮຸ່ງ ເອກອັກຄະລັດສະທູດຫວຽດນາມປະຈໍາລາວ.

ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດລາວກ່ວາວ່າ: ການຊ່ວຍເຫຼືອຂອງກະຊວງປ້ອງກັນປະເທດໃຫ້ແກ່ ສສ ຫວຽດນາມໃນຄັ້ງນີ້, ເຖິງວ່າເປັນຈໍານວນບໍ່ຫຼາຍ, ແຕ່ມັນກໍ່ເປັນການຊ່ວຍມາຈາກໃຈຈິງຂອງພະນັກງານ-ນັກຮົບທົ່ວກອງທັບ ກໍ່ຄືປະຊາຊົນລາວທັງຊາດ, ເຊິ່ງຫວັງຢ່າງຍິ່ງວ່າທາງການຫວຽດນາມຈະນໍາເອົາວັດຖຸປັດໃຈດັ່ງກ່າວນໍາໄປປະສົມປະສານກັນແຜນຫງົບປະມານລວມຂອງລັດຖະບານຫວຽດນາມ ເພື່ອນໍາເຂົ້າໃນການສະກັດກັ້ນພະຍາດດັ່ງກ່າວໃຫ້ຫາຍຂາດໄວເທົ່າທີ່ຈະໄວໄດ້. ສະຫາຍ ຫງວຽນບາຮຸ່ງ ເອກອັກຄະລັດສະທູດຫວຽດນາມປະຈໍາລາວ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງກະຊວງປ້ອງກັນປະເທດ ກໍ່ຄືລັດຖະບານລາວທີ່ໃຫ້ການຊ່ວຍເຫຼືອລັດຖະບານ ສສ ຫວຽດນາມ ໂດຍຕະຫຼອດມາ, ນັບທັງການຊ່ວຍເຫຼືອໄພພິບັດ ກໍ່ຄືການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19,

ເຊິ່ງລວມທັງການຊ່ວຍເຫຼືອຂອງລັດຖະບານລາວ ແລະ ນັກທຸລະກິດຊາວລາວ. ໃນນາມຜູ້ຕ່າງໜ້າລັດຖະບານຫວຽດນາມ ກໍ່ຄືປະຊາຊົນຫວຽດນາມ ຂໍສະແດງຄວາມຂອບໃຈຢ່າງຍິ່ງໃນການຊ່ວຍເຫຼືອເພື່ອບັນເທົາທຸກໃນຄັ້ງນີ້ ແລະ ສັນຍາວ່າຈະນໍາຈໍານວນເງີນດັ່ງກ່າວໄປໃຫ້ເຖິງເຂດທີ່ມີການລະບາດໜັກຂອງປະເທດ ເພື່ອເປັນຫງົບປະມານເສີມໃນການສະກັດກັ້ນພະຍາດດັ່ງກ່າວໃຫ້ຫາຍຂາດໂດຍໄວເທົ່າທີ່ໄວໄດ້.