ຂ່າວດີ ປະເທດລາວຈະໄດ້ຮັບວັກຊິນທັງໝົດ 6.606.084 ຫຼອດ

0
474

ມາຮອດປະຈຸບັນ ວັກຊິນທີ ສປປ ລາວ ນໍາໃຊ້ມີ 4 ຊະນິດຄື: ຊິໂນຟາມ, ແອສຕາເຊເນກາ, ໄຟເຊີ ແລະ ສະປຸກນິກ ໃນນັ້ນໄດ້ສັກເຂັມທີ 1 ໃຫ້ປະຊາຊົນໄປແລ້ວ ຈໍານວນ 953.782 ຄົນ, ແລະ ສັກເຂັມທີ 2 ແລ້ວ 494.477 ຄົນ.ອີງຕາມການຖະແຫຼງຂ່າວ ຂອງ ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃນຕອນເຊົ້າວັນທີ 23 ມິຖຸນາ 2021 ທີ່ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ລັດຖະບານລາວ ມີຄວາມມຸ່ງໝັ້ນ ຈະສູ້

ຊົນເຮັດໃຫ້ອັດຕາການສັກວັກຊິນປ້ອງກັນ ພະຍາດໂຄວິດ-19 ໃຫ້ກວມໄດ້ 50%ຂອງປະຊາກອນ ສະນັ້ນ, ຈະຕ້ອງສັກໃຫ້ໄດ້ 3.700.000 ຄົນ, ເບື້ອງລັດຖະບານໄດ້ປະສານກັບອົງການສາກົນ ໃນການຈັດສັນວັກຊິນ, ເພື່ອສັກໃຫ້ປະຊາຊົນທຸກພາກສ່ວນ ໃນສັງຄົມໃຫ້ສາມາດບັນລຸຕາມຄາດໝາຍ ຫຼືຫຼາຍກວ່ານັ້ນ, ເຊິ່ງປະຈຸບັນ ສປປ ລາວ ມີໂຄຕ້າ ທີ່ຈະໄດ້ຮັບວັກຊິນທັງໝົດ 6.606.084 ຫຼອດ ແຕ່ຍ້ອນການຈັດສັນວັກຊິນນັ້ນ ອາດຈະບໍ່ຕອບສະໜອງໄດ້ຕາມຄວາມຕ້ອງການ ຂອງ

ປະເທດເຮົາ, ເຖິງຢ່າງໃດກໍຕາມ ພັກ ແລະ ລັດຖະບານ ສປ ຈີນ ໄດ້ມີຄວາມເປັນຫ່ວງເປັນໃຍ ຕໍ່ປະຊາຊົນລາວ ແລະ ໄດ້ສະໜອງວັກຊິນແກ່ປະເທດເຮົາທັງໝົດເກືອບ 2 ລ້ານຫຼອດ, ເຊິ່ງກວມເອົາ 90% ຂອງວັກຊິນທີ່ມີໃນ ສປປ ລາວ.ມາຮອດປະຈຸບັນ, ອົງການອະນາໄມໂລກ ໄດ້ຮັບຮອງໃຫ້ວັກຊິນຊິໂນຟາມ ສາມາດໃຊ້ໄດ້ກັບຜູ້ສູງອາຍຸ ແລະ ຜູ້ມີພະຍາດຊໍ້າເຮື້ອແລ້ວ, ສະນັ້ນບໍ່ໃຫ້ພໍ່ແມ່ປະຊົນລັ່ງເລໃຈ, ເມື່ອມີວັກຊິນເຂົ້າມາແລ້ວ ທາງຈຸດບໍລິການ ແຕ່ລະແຫ່ງຈະແຈ້ງໃຫ້ທ່ານຊາບ,

ໃຫ້ແພດໝໍເປັນຜູ້ຕັດສິນໃຫ້.ດຣ ພອນປະເສີດ ອຸນາພົມ ແຈ້ງໃຫ້ຮູ້ຕື່ມວ່າ: ສໍາລັບຢູ່ນະຄອນຫລວງວຽງຈັນ ວັກຊິນຊິໂນຟາມ ແລະ ໄຟເຊີເຂັມທີ 1 ໄດ້ສັກໝົດແລ້ວ, ແຕ່ຍັງສືບຕໍ່ສັກເຂັມທີ 2 ເທົ່ານັ້ນ, ສະນັ້ນຈຶ່ງຮຽກຮ້ອງໃຫ້ຜູ້ມີກໍານົດສັກເຂັມທີ 2 ຈົ່ງເຂົ້າໄປໃຊ້ບໍລິການ ຄືຊີໂນຟາມຄົບ 21 ຫາ 28 ວັນ ແລະ ແອສຕາເຊເນກາ 8 ຫາ 12ອາທິດ.