ຈາກຜົນວິໄຈໃຫ້ຮູ້ວ່າ ອາຫານ 4 ຊະນິດຕໍ່ໄປນີ້ ທີ່ກິນແລ້ວຊ່ວຍເພີ່ມໃຫ້ ” ນົມໃຫຍ່ ” ແບບທຳມະຊາດ
1. ນໍ້າເຕົ່າຫູ່ : ໃນນໍ້າເຕົາຮຫູ່ເປັນແຫລ່ງລວມຂອງໂປຼຕິນ ແລະ ໄຂມັນທີ່ດີມີປະໂຫຍດຕໍ່ຮ່າງການທັງຍັງມີວິຕາມິນ ແລະ ບຳລຸງສະໝອງ ເພີ່ມຄວາມຈື່ຈຳ ແລະ ສຳຄັນທີ່ສຸດຍັງມີໄຟໂຕຼເອສໂຕຼເຈນ ຫລື ຮໍໂມນຂອງເພດຍິງ ຊ່ວຍໃຫ້ຜິວງາມ ແລະ ນົມໃຫຍ່ຂຶ້ນເປັນທຳມະຊາດ
2. ຜັກສະລັດ : ນໍ້າໃນຜັກກາດຫອມສົດໆມີຄຸນຄ່າສູງ ແລະ ຫລາຍຄົນກໍ່ຮູ້ດີວ່າຜັກກາດຫອມຊ່ວຍເພີ່ມຂະໜາດໃຫ້ນົມໃຫຍ່ຂຶ້ນໄດ້ດີ ເພາະມີສ່ວນຊ່ວຍໃນການໄຫລວຽງຂອງເລືອດ ໂດຍສະເພາະບໍລິເວນນົມ ແຖມຍັງມີສານບໍາລຸງຜິວໃຫ້ນຸ້ມຊຸ່ມຊື່ນໄດ້ອີກ
3. ງາດຳ : ໃນງາດຳມີສານທີ່ອຸດົມໄປດ້ວຍວິຕາມິນອີ ຊ່ວຍເສີມການພັດທະນາຮັງໄຂ່ ແລະ ນົມ ດັ່ງນັ້ນໃຜທີ່ກິນງາດຳເປັນປະຈຳຈະເຮັດໃຫ້ນົມໃຫຍ່ຂຶ້ນໄດ້ແນ່ນອນ
4. ປີກໄກ່ : ເປັນເລື່ອງຈິງທີ່ຫລາຍຄົນໄດ້ຍິນມາວ່າກິນປີກໄກ່ແລ້ວນົມຈະໃຫຍ່ຂຶ້ນ ເພາະໃນປີກໄກ່ມີຄໍລາເຈນທີ່ອຸດົມໄປດ້ວຍໂປຼຕິນ ເຊິ່ງເຮັດໃຫ້ນົມໃຫຍ່ຂຶ້ນ ແຕ່ກໍ່ບໍ່ແນະນຳໃຫ້ກິນຫລາຍຈົນເກີນໄປຕໍ່ມື້