ແກ້ໄຂໄດ້ທັນສະພາບການ ຜ່ານການແຈ້ງທາງເບີວ໋ອດແອບຂອງພົນລະເມືອງພັທ ບົວໄລ ໄຊຍະລາດ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ໄວ ປກສ ນວ ໃຫ້ຮູ້ວ່າ: ໃນວັນທີ 21 ມິຖຸນາ 2021 ກອງພັນປ້ອງກັນເຄື່ຶອນທີ່ໄວ ຫຼື ກອງພັນ 08 ປກສ ນວ ໄດ້ຮັບແຈ້ງຈາກພົນລະເມືອງ ຜ່ານເບີວ໋ອດແອບ ປກສ ນວ ວ່າ: ມີກຸ່ມ
ໄວລຸ້ນ ຂັບຂີ່ລົດແຂ່ງກັນ ຢູ່ເຂດເສດຖະກິດສະເພາະບຶງທາດຫຼວງ ເມືອງໄຊເຊດຖາ ແລະ ຖະໜົນຕັດໃໝ່ໜອງບຶກ ເມືອງສີໂຄດຕະບອງ ນວ, ພາຍຫຼັງໄດ້ຮັບແຈ້ງ ເຈົ້າໜ້າທີ່ ຈຶ່ງໄດ້ແຕ່ງຕັ້ງກຳລັງລົງແກ້ໄຂສະພາບ ດັ່ງກ່າວ. ຜ່ານການອອກກວດກາລາດຕະເວນ ແລະ ແກ້ໄຂຂອງເຈົ້າໜ້າທີ່ ເວລາ 16:00 ໂມງ ໄດ້ພົບເຫັນ
ເຫດການຕາມການແຈ້ງຄວາມ ຈຶ່ງໄດ້ກັກຕົວກຸ່ມໄວລຸ້ນ ຈຳນວນ 20 ຄົນ, ຍິງ 1 ຄົນ ທີ່ກຳລັງຕັ້ງກຸ່ມແກ້ງຂັບຂີ່ລົດແຂ່ງກັນ ຢູ່ເຂດເສດຖະກິດບຶງທາດຫຼວງ ເມືອງໄຊເຊດຖາ ແລະ ຖະໜົນຕັດໃໝ່ໜອງບຶກ ຈຶ່ງໄດ້ເຂົ້າກັກຕົວ ພ້ອມລົດຈັກດັດແປງສະພາບເຕັກນິກ 15 ຄັນ ໄດ້ນຳມາກອງພັນປ້ອງກັນເຄື່ອນທີ່ໄວ ເພື່ອສອບປະຫວັດການເຄື່ອນໄຫວ ຈາກນັ້ນ ກໍໄດ້ເຮັດບົດບັນທຶກ ມອບໃຫ້ຜູ້ປົກຄອງຮັບເອົາເມືອ ເພື່ອລໍຖ້າສຶກສາອົບຮົມພາຍຫຼັງ