ຕອນເຊົ້າວັນທີ 25 ມິຖຸນາ 2021 ນີ້, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ປິດຮຽນ ພ້ອມມອບໃບປະກາສະນີຍະບັດໃຫ້ນັກຮຽນນາຍສິບຊຸດທີ 24 ແລະ ນັກຮຽນກໍ່ສ້າງເລັ່ງລັດລະບົບ 1 ປີຊຸດທີ 3ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ, ມີກົມໂຮງຮຽນ,ກົມກຳລັງພົນ,ກົມອົບຮົມ,ກົມກອງອອ້ມຂ້າງ, ພະນັກງານ – ຄູອາຈານ,ນັກຮຽນໃນ 2 ລະບົບ ເຂົ້າຮ່ວມ ທີ່ເດີ່ນຜາມໄຊໂຮງຮຽນ.
ໃນພິທີສະຫາຍ ພັນເອກ ພູເວີນ ວົງຄຳຊາວ ຫົວໜ້າການເມືອງໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ຂື້ນຜ່ານບົດສະຫຼຸບໝາກຜົນຂອງການປັບປຸງກໍ່ສ້າງພະນັກງານຮຸ່ນສືບທອດ ປະຈຳສົກຮຽນ 2020-2021 ເປັນຕົ້ນ ລະບົບວັດທະນະທຳ ຕອນປາຍ ມ6, ມ7 ນັກຮຽນມີໜ້າສອບເສັງທັງໝົດ 525 ສະຫາຍ, ມ6 ມີ 257 ສະຫາຍ,ເສັງໄດ້ 100%, ມ7 ມີ 268 ສະຫາຍ ຍັງລໍຖ້າສອບເສັງຕາມແຜນການຂອງກະຊວງສຶກສາທິການ ແລະ ກິລາ, ໃນນັ້ນ ໄດ້ຈັດຕັ້ງອົບຮົມ ລະບົບກໍ່ສ້າງເລັ່ງລັດ ການທະຫານ,ການເມືອງ ຂັ້ນໝວດ,ກອງຮ້ອຍ ລະບົບ 1 ປີ ມີ 10 ວິຊາຮຽນ,ແບ່ງເປັນ 2 ເຫຼົ່າຄື: ເຫຼົ່າການເມືອງ,ເຫຼົ່າການທະຫານເສັງໄດ້ 100% ແລະ ກໍ່ສ້າງນາຍສິບທະຫານຮາບ ຊຸດທີ 24 ຂອງສົກຮຽນ2020 – 2021 ນັກຮຽນມີໜ້າສອບເສັງ 266 ສະຫາຍ ສອບເສັງໄດ້ 100% ໃນນີ້ ລະດັບການຮຽນດີຫຼາຍ 60 ສະຫາຍ = 22,56% (ທຽບໃສ່ແຜນການ ລື່ນຄາດໝາຍ 59,8%) ລະດັບການຮຽນດີ 203 ສະຫາຍ =76,32% ຕີລາຄາຄຸນທາດການເມືອງ ປະເພດແຂງ 179 ສະຫາຍ,ກາງ 87 ສະຫາຍ ພ້ອມນີ້ຍັງໄດ້ມອບໝາຍໜ້າທີ່ບັນຊາ ຂັ້ນຮອງໝວດ 50 ສະຫາຍ =18,79% ບັນຊາຫົວໜ້າໝູ່ 183 ສະຫາຍ =68,79%,
ບັນຊາຂັ້ນຮອງໝູ່ 33 ສະຫາຍ =12,40% ນັກຮຽນຍັງໄດ້ຮັບການເລື່ອນຊັ້ນ ສິບຕີ ຂື້ນສິບເອກ 214 ສະຫາຍ,ຊັ້ນ 2 ເລື່ອນຂື້ນສິບເອກ 52 ສະຫາຍ,ພອ້ມນີ້ ຍັງໄດ້ມອບໃບປະກາສະນີຍະບັດ ໃຫ້ນັກຮຽນໃນ 2 ລະບົບ ເປັນກຽດມອບຂອງສະຫາຍ ພັນເອກ ພູເວີນ ວົງຄຳຊາວ ພ້ອມຄະນະຢ່າງສົມກຽດ. ໂອກາດກ່າວປິດ ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ປະທານພິທີ ໄດ້ໂອລົມ ແລະ ຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ເຂົ້າໃນການກໍ່ສ້າງພະນັກງານຮຸ່ນສືບທອດຂອງກອງທັບໃນ 2 ລະບົບ ທີ່ຈົບໄປປະກອບສ່ວນຢູ່ໃນບັນດາກົມກອງຕ່າງໆໃນທົ່ວປະເທດຕົນສັງກັດຢູ່ດ້ວຍຄຸນນະພາບສູງ,ນອກນີ້ສະຫາຍ ຍັງໄດ້ຍົກໃຫ້ເຫັນ ສະພາບການຂອງໂລກ ແລະ ພາກພື້ນທີ່ສົ່ງຜົນກະທົບມີທັງສິ່ງທີ່ເອື້ອອຳນວຍ ແລະ ສີ່ງທ້າທາຍຕໍ່ປະເທດເຮົາໂດຍສະເພາະແມ່ນພະຍາດໂຄວິດ 19 ທີ່ພວມແຜ່ລາມໃນໂລກ ກໍຄືໃນປະເທດລາວເຮົາ ແຕ່ພວກເຮົາກຳລັງປະກອບອາວຸດ ຕ້ອງມີສະຕິ
ກຽມພ້ອມສູ້ຮົບ ທັງເປັນກຳລັງປະຈັນບານ ໃຫ້ແກ່ປະເທດຊາດ ໃຫ້ມີຄວາມສະຫງົບ ປອດໄພ ແລະ ເນັ້ນໃຫ້ນັກຮຽນທີ່ຈົບໄປ ຕ້ອງເອົາໃຈໃສ່ບົດຮຽນທີ່ຮຽນມາ ນຳໄປໝູນໃຊ້ຢູ່ໃນກົມກອງທີ່ຕົນສັງກັດຢູ່ ດ້ວຍຄວາມຮັບຜິດຊອບສູງ,ມີຄຸນນະພາບຂອງວຽກງານ, ພ້ອມກັນເອົາໃຈໃສ່ ປະຕິບັດມະຕິຄຳສັ່ງຂອງຂັ້ນເທິງ ຢ່າງເຂັ້ມງວດ,ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງຊາດຂອງກອງທັບໄວ້ໃຫ້ໝັ້ນຄົງຕະຫຼອດໄປ,ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານສືບທອດທີ່ດີຂອງກອງທັບ.
ຂ່າວ: ຄຳແປງ ຟອງສາຍໄໝ