ລັດວິສາຫະກິດໄຟຟ້າລາວ ຈະເປີດຈຸດຮັບຄຳຮ້ອງເພື່ອແກ້ໄຂບັນຫາລາຄາໄຟຟ້າ ຂ່າວດີ ລາຄາໄຟຟ້າຢູ່ເຮືອນທ່ານ ຂຶ້ນສູງ ໂດຍບໍ່ຮູ້ສາເຫດຫຼືບໍ່ ? ເລີ່ມແຕ່ວັນທີ 28 ມີຖຸນາ 2021 ເປັນຕົ້ນໄປ, ລັດວິສາຫະກິດໄຟຟ້າລາວ ຈະເປີດຈຸດຮັບຄຳຮ້ອງເພື່ອແກ້ໄຂບັນຫາລາຄາໄຟຟ້າ ແລະ ການບໍລິການ, ຢູ່ທີ່ສຳນັກງານ ຝ່າຍລະບົບຈຳຫນ່າຍ, ຊັ້ນ1 ບ້ານ ຫນອງບຶກ, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ແຕ່ວັນຈັນ ຫາ ວັນສຸກ, ເວລາ 08:00 ໂມງ ຫາ 18:00 ໂມງ.ສະນັ້ນຂໍເຊີນຊວນຜູ້ທີ່ມີບັນຫາ ຫຼື ສົງໃສກ່ຽວກັບຄ່າໄຟເຂົ້າໄປປຶກສາທາງລັດວິສະຫະກິດໄຟຟ້າລາວເດີ້
ລັດວິສາຫະກິດໄຟຟ້າລາວ ຈະເປີດຈຸດຮັບຄຳຮ້ອງເພື່ອແກ້ໄຂບັນຫາລາຄາໄຟຟ້າ