ອິນໂດເນເຊຍ ຕ ິ ດ ເ ຊ ື ້ ອ ໂ ຄ ວ ິ ດ ລາຍວັນ20.000ກວ່າຄົນ ຂປລ.ສຳນັກຂ່າວChannel News Asia ລາຍງານ ໃນວັນທີ25ມິຖຸນານີ້, ທ່ານ ບູດີ ກູນາດີ ຊາດີກິນ,ລັດຖະມົນຕີ ກະຊວງ ສາທາລະນະສຸກ ອິນໂດເນເຊຍ ພວມກຽມ ໂຮງໝໍ ຊົ່ວຄາວ ແລະ ຕຽງນອນ ຄົນເຈັບເພີ່ມຂຶ້ນ ຫລັງພົບຜູ້ຕິດເຊື້ອ ໂຄ
ວິດ-19 ລາຍວັນ ສູງເຖິງ 20.574ຄົນ ເຮັດໃຫ້ຍອດຜູ້ຕິດ ເຊື້ອສະສົມ ທັງໝົດ 2.072.867ຄົນ ແລະ ເສຍຊີວິດ56.371ຄົນ.ຂະນະທີ່ ໂຮງໝໍ ບາງແຫ່ງຢູ່ ແຂວງຈາວາ ພວມຂາດແຄນ ຖັງອົດຊີເຈນ ເຊິ່ງຕອນນີ້ ສາມາດ ຕອບສະໜອງ ອົກຊີເຈນ ໄດ້ພຽງ25% ຈາກທັງໝົດ ຖືກນຳມາໃຊ້ ສຳລັບ ທາງການແພດ.ກ່ອນ
ໜ້ານີ້ ບຸກຄະລາກອນ ທາງການແພດ ອິນໂດເນເຊຍ 350ຄົນ ຕິດເຊື້ອ ໂຄວິດ-19 ເຖິງວ່າ ເກືອບທັງໝົດ ໄດ້ຮັບວັກຊິນ ຄົບໂດສແລ້ວ ໂດຍສະເພາະ ກັບສາຍພັນ ທີ່ມີອັດຕາ ການລະບາດ ຢ່າງຮຸນແຮງ ໃນຂະນະນີ້./.
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ