ຄົນເກີດວັນຈັນ:ການງານ ການເຈລະຈາຕໍ່ລອງຈະເກີດຄວາມສຳເລັດ ການເງິນ ຈະໄດ້ເງິນກ້ອນໃຫຍ່ ເຂົ້າມາໃນການໃຊ້ຈ່າຍ ຄວາມຮັກ ໄດ້ພົບຮັກກັບຄົນໃຈບຸນເຂົ້າມາໃຫ້ທ່ານໄດ້ຮູ້ຈັກ
ຄົນເກີດວັນອັງຄານ:ການງານ ການເຈລະຈາຕໍ່ລອງກັບຜູ້ໃຫຍ່ຈະເກີດຄວາມສຳເລັດ ການເງິິນ ພົບເລື່ອງເຄັ່ງຄຽດກ່ອນແລ້ວຈະໄດ້ຊັບສິນເຂົ້າມາໃນການໃຊ້ຈ່າຍ ຄວາມຮັກ ພົບຄົນມີສະເໜ່ເຂົ້າມາໃຫ້ຮູ້ຈັກ ມີອາຍຸຫຼາຍກວ່າ
ຄົນເກີດວັນພຸດ:ການງານ ຄ້າຂາຍຈະເລີນຮຸ່ງເຮືອງດີ ເປັນຄົນມີຄວາມສາມາດ ການເງິນ ມີຖານະລໍ່າລວຍກວ່າແຕ່ກ່ອນໃນໄລຍະນີ້ ຄວາມຮັກ ໄດ້ພົບຄົນມີສະເໜ່ ຊ່ວຍເຫຼືອທຸຢ່າງ ທ່ານຈະນຳຄວາມລ້ຳລວຍມາສູ່ທ່ານ
ຄົນເກີດວັນພະຫັດ:ການງານ ໃຊ້ເງິນລົງທຶນຊື້ສິນຄ້າກຽມພ້ອມທີ່ຈະຂາຍໃຫ້ໄດ້ກຳໄລງາມ ການເງິນ ໄດ້ເງິນກ້ອນໃຫຍ່ຫຼາຍກວ່າທີ່ເຄີຍໄດ້ຮັບມາກ່ອນໜ້ານີ້ ຄວາມຮັກ ໄດ້ພົບຄູ່ຄອງທີ່ຖືກໃຈເຂົ້າມາເປັນສ່ວນໜຶ່ງຂອງທ່ານ
ຄົນເກີດວັນສຸກ:ການງານ ເຮັດທຸລະກິດດ້ານວົງການບັນເທີງມີຊື່ສຽງໂດ່ງດັງ ການເງິນ ເສຍຊັບໃຫ້ກັບບໍລິວານ ຕ້ອງລະວັງເລື່ອງລາຍຈ່າຍ ຄວາມຮັກ ຄົນຮັກບໍ່ຄ່ອຍມີເວລາໃຫ້ເລີຍໃນໄລຍະນີ້ ວຽກງານອາດຫຼາຍກວ່າແຕ່ກ່ອນ
ຄົນເກີດວັນເສົາ:ການງານ ທຸລະກິດເລັ່ງແຕ່ໄດ້ກຳໄລງາມເຂົ້າມາເປັນທຶນໃນການເກັບກໍາ ການເງິນ ໄດ້ເງິນກ້ອນໃຫຍ່ເຂົ້າມາຊ່ວຍໃນການບໍລິຫານທຸລະກິດ ຄວາມຮັກ ໝູ່ເພື່ອນຈະແນະນຳໃຫ້ຮູ້ຈັກຄົົນທີ່ມີສະເໜ່ ເກັ່ງ ມີຄວາມສາມາດ
ຄົນເກີດວັນອາທິດ:ການງານ ເຮັດທຸລະກິດຈະເລີນຮຸ່ງເຮືອງດີແຕ່ຕ້ອງລະວັງເລື່ອງການລົງທຶນ ການເງິນ ໄດ້ຊັບຫຼາຍເປັນພິເສດ ແຕ່ກໍມີລາຍຈ່າຍຫຼາຍເປັນພິເສດ
ຄວາມຮັກ ໄດ້ພົບຮັກກັບຄົນໃກ້ຕົວ ເປັນຄົນທີ່ມີຄວາມພະຍາຍາມໃນເລື່ອງຄວາມຮັກ