ຈາກການລາຍງານຂອງພົນລະເມືອງດີ ໃນເວລາ 23ໂມງ 00 ນາທີ ຂອງວັນທີ່ 25 ມິຖຸນາ 2021 ວ່າ: ມີກຸ່ມຄົນຈໍານວນໜຶ່ງໄດ້ພາກັນຕັ້ງວົງຊຸມແຊວເຫຼົ້າເບຍ ຢູ່ຮ່ອມ 09 ບ້ານໄຊສົມບູນ ເມືອງໄຊທານີ ນວ, ເຈົ້າໜ້າທີ່ສະຖານີ 1191 ໄຊສົມບູນສົມ ສົມທົບກັບອຳນາດການປົກຄອງບ້ານລົງກວດກາຕົວຈິງພົບເຫັນກຸ່ມຄົນ
ຈຳນວນໜຶ່ງກຳລັງຊຸມແຊວເຫຼົ້າເບຍກັນ ຈຶ່ງໄດ້ສຶກສາອົບຮົມ ກ່າວເຕືອນພ້ອມທັງເຮັດບົດບັນທຶກໄວ້, ນອກນີ້ ຍັງກວດກາພົບເຫັນຮ້ານອາຫານ ຈຳນວນ 3 ຮ້ານທີ່ລັກລອບເປີດໃຫ້ບໍລິການທີມີລັກສະນະຊຸມແຊວເຫຼົ້າເບຍຈຶ່ງໄດ້ສຶກສາອົບຮົມພ້ອມທັງເຮັດບົດບັນທຶກ ຖ້າມີການລະເມີດອີກຈະດຳເນີນຕາມກົດໝາຍຢ່າງເຂັ້ມງວດ.
ຈາກບັນຫາດັ່ງກ່າວເຫັນວ່າ ຍັງມີກຸ່ມຄົນຈຳນວນໜຶ່ງຖືເບົາຕໍ່ກັບຄຳສັ່ງ, ແຈ້ງການ ຂອງຂັ້ງເທິງທີ່ໄດ້ວາງອອກ, ຈຶ່ງເປັນບັນຫາທີ່ເຮັດໃຫ້ການແຜ່ລະບາດຂອງພະ
ຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດ. ສະນັ້ນ, ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຊັ້ນຄົນແມ່ນໃຫ້ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດຄຳສັ່ງ, ແຈ້ງການຂອງຂັ້ນເທິງທີ່ໄດ້ວາງອອກໃນແຕ່ລະໄລຍະ ເພື່ອຄວບຄຸມສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ໝົດໄປ ແລະ ຂໍໃຫ້ປະຕິບັດພັນທະ
ຊ່ວຍເຈົ້າໜ້າທີ່ພົບເຫັນເຫດການເຄື່ອນໄຫວທີ່ຜິດຕໍ່ກົດໝາຍໃຫ້ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.