ຄົ້ນພົບກະໂຫລກຫົວມະນຸດບູຮານ ມີອາຍຸ 146.000 ປີ

0
1697

ຄົ້ນພົບກະໂຫລກຫົວມະນຸດບູຮານ ມີອາຍຸ 146.000ປີ ຂປລ.ໜ່ວຍ​ງານ​ ນັກຄົ້ນຄວ້າ ຈາກ​ອັງ​ກິດ ​ແລະ ສະພາ​ບັນດິດ ​ວິທະຍາສາດ​ຈີນ ​(CAS)ເປີດ​ເຜີຍ​ ໃນ​ວັນ​ທີ່26​ມິຖຸນາ​ນີ້ວ່າ:ຄົ້ນພົບ​ ມະນຸດ​ ບູຮານ ສາຍ​ພັນ​ໃໝ່ ທີ່​ເຄີຍ​ດຳລົງ​ຊີວິດ ​ໃນ​ທາງ​ຕາ​ເວັນ​ອອກ ​ສ່ຽງ​​ເໜືອ ​ຂອງ​ຈີນ ມີ​ອາຍຸ ປະມານ 146.000 ປີ ​ໂດ​ຍມະນຸດ ​

ບູຮານ ທີ່​ມີ​ສາຍ​ພັນ​ ວິວັດທະນາ​ການ ທີ່​ໃກ້ຊິດ ​ທີ່​ສຸດ ​ກັບ​ມະນຸດ ສະ​ໄໝ​ຍຸກ ​ປັດຈຸບັນ​ ຫລາຍ​ທີ່​ສຸດ ​ໄດ້​ຮັບ​ຊື່ວ່າ ມະນຸດ​ມັງກອນ(Dragon Man)ມີການຄົ້ນພົບ ​ກະ​ໂຫລ​ກຫົວ ​ຂະໜາດ​ໃຫຍ່ ​ຂອງ​ມະນຸດ​ ບູຮານ ​ເພດ​ຊາຍ ​ອາຍຸ 50ປີ ທີ່​ເມືອງ​ຮາ​ບິນ ​ແຂວງ​ເຮ​ຍຫລົງ​ເຈຍ ຄົ້ນພົບ ຕັ້ງ​​ແຕ່​ປີ 1933 ​ແຕ່​ຫາ​ກໍ​ ໄດ້​ຮັບ​ຄວາມ​ສົນ​ໃຈ ​ແລະ ຖືກ​ນຳ​ໄປ​ສຶກສາ ວິ​ເຄາະ​ໂດຍ ​ນັກຄົ້ນຄວ້າ ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໄດ້​ນຳຮູບ ຈຳລອງ​ ໃບ​ໜ້າ​ຂອງ ມະນຸດ​ ມັງກອນ(Homo longi)ທີ່​​ເປັນຊົນ​ເຜົ່າ ​ຄົນ​ບູຮານ

ທີ່​ມີ​ວິວັດທະນາ​ການ ​ແຍກ​ສາຍ​ອອກ​ໄປ​ຈາກ ບັນພະ​ບູລຸດ ທີ່​ມີ​ຮ່ວມ​ກັບ​ ມະນຸດ​ຍຸກ​ໃໝ່ ຫລື ​ໂຮ​ໂມ ​ເຊ​ປຽນ (Homo sapiens)ນັບ​ເປັນ​ສາຍ​ພັນ ​ທີ່​ເປັນ​ຍາດ ​ໃກ້ຊິດກັບ​ ມະນຸດ​ ຍຸກ​ໃໝ່​ ຫລາຍ​ທີ່​ສຸດ ​ໃນ​ບັນດາ​ ມະນຸດ​ ບູຮານ ທີ່​ສູນພັນ​ ໄປ​ແລ້ວ ​ເໜືອ​ນກັນ​ເຊັ່ນ: ​ແອນ​ເດີ​ທໍລ (Neanderthal)ຫລື ​ໂຮ​ໂມ ອີ​ເຣັກຕັສ(Homo Erectus)

ຮຽບຮຽງ​ໂດຍ ສະ​ໄຫວ ລາດ​ປາກ​ດີ