ປະຊາຊົນຫຼັງໄຫຼເຂົ້າສອບຖາມການເພີ່ມຂື້ນຂອງຄ່າໄຟຟ້າ ແບບຜິດປົກກະຕິ ລັດວິສາຫະກິດໄຟຟ້າລາວໄດ້ເປີດຈຸດຮັບຄໍາຮ້ອງກ່ຽວກັບການບໍລິການໄຟຟ້າ ລັດ
ວິສາຫະກິດໄຟຟ້າລາວ ເລີ່ມເປີດຮັບຄຳຮ້ອງ ແກ້ໄຂຂໍ້ສົງໃສຂອງປະຊາຊົນ ກ່ຽວກັບການບໍລິການໄຟຟ້າ, ການຄິດລາຄາໄຟ, ການຈົດເລກໝໍ້ນັບໄຟ, ການຂໍຕິດຕັ້ງ
ໝໍ້ນັບໄຟໃໝ່, ການອອກບິນຄ່າໄຟ ແລະ ການເພີ່ມຂື້ນຂອງຄ່າໄຟຟ້າຂອງຜູ້ຊົມໃຊ້ໄຟ ໂດຍເລີ່ມເປີດໂຕະຮັບຄຳຄິດເຫັນ ໃນວັນທີ 28 ມີຖຸນາ 2021 ເປັນຕົ້ນໄປ
ທີ່ ສໍານັກງານຝ່າຍລະບົບຈໍາໜ່າຍ ລັດວິສາຫະກິດໄຟຟ້າລາວ (ບ້ານໜອງບຶກ) ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເຊິ່ງມີປະຊາຊົນໃຫ້ຄວາມສົນໃຈ
ເຂົ້າມາສອບຖາມເປັນຈຳນວນຫລາຍ ແລະ ທ່ານທີ່ມີຂໍ້ສົງໃສໃນການບໍລິການ ທ່ານ ສາມາດເຂົ້າມາພົວພັນກັບຫນ່ວຍສະເພາະກິດໄດ້ ໃນໂມງລັດຖະການ ວັນຈັນ – ວັນສຸກ ເວລາ 08:00-18:00 ໂມງ