ອີງຕາມການລາຍງານຂອງຄະນະສະເພາະກິດແຂວງໄຊຍະບູລີ ວັນທີ 28 ມິຖຸນາ 2021ນີ້ ໃຫ້ຮູ້ວ່າ: ໄຊຍະບູລີພົບຜູ້ຕິດເຊື້ອໃໝ່ 1 ກໍລະນີ ເປັນກໍລະນີຕິດເຊື້ອນໍາເຂົ້າ ຈາກປະເທດໄທ ຜ່ານດ່ານນໍ້າເຫືອງເມືອງແກ່ນທ້າວ ແຂວງໄຊຍະບູລີ ເພດຊາຍ, ອາຍຸ 52 ປີ, ສັນຊາດໄທ, ອາຊີບ: ພະນັກງານຂັບລົດຂົນສົ່ງເຄື່ອສິນຄ້າ
ບ້ານຢູ່ປະຈຸບັນ: ປະເທດໄທ, ບໍ່ມີຈໍ້ມູນພະຍາດປະຈໍາຕົວ, ມີອາການບໍ່ສະບາຍເລັກນ້ອຍ ໂດຍມີປະຫວັດການເຄື່ອນໄຫວຄື:ວັນທີ 24 ມິຖຸນາ 2021 ເວລາ 14:00 ໂມງ ເດີນທາງມາຮອດດ່ານນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ດ້ວຍລົດຂົນສົ່ງເຄື່ອງກໍ່ສ້າງ ບໍລິສັດ ຊໍການຊ່າງ ເຂື່ອນໄຟຟ້ານໍ້າຂອງ ແຂວງຫຼວງພະບາງ
ພາຍຫຼັງເຂົ້າມາດ່ານໄດ້ຜ່ານການກວດວັດແທກອຸນຫະພູມ ແມ່ນປົກກະຕິ ແລະ ໄດ້ເກັບຕົວຢ່າງສົ່ງກວດ 26 ມິຖຸນາ 2021.ຈາກນັ້ນ ພະນັກງານ ຕມ 2 ທ່ານ ໄດ້ກວດກາເອກກະສານຕາມລະບຽບການມາດຕະຖານວິຊາການມີພະນັກງານອາກອນຢູ່ຫ້ອງການ 5 ຄົນ ແລະ ໄດ້ສືບຕໍ່ເດີນທາງໄປແຂວງຫຼວງພະບາງ.ພັກລົດຢູ່ທີ່ດ່ານສົ້ນຂົວບ້ານທ່າເດື່ອ ເມືອງໄຊຍະບູລີ ແຂວງ ໄຊຍະບູລີມີໝູ່ນໍາກັນ 2 ຄົນ, ຜູ້ຂັບລົດ (TL96) ແລະ ພັກຜ່ອນຢູ່ໃນລົດ.ວັນທີ 25 ມິຖຸນາ 2021
ສົ່ງເຄື່ອງຢູ່ໂຄງການກໍ່ສ້າງແລ້ວກກຽໝເດີນທາງກັບໄທ
18:00 ໂມງ ອອກເດີນທາງຮອດໜ້າດ່ານ (ລາວ) ດ່ານນໍ້າເຫືອງພ້ອມກັບຫມູ່ 3 ຄົນ. •19:30 ໂມງ ນອນພັກຜ່ອນໃນລົດບໍ່ໄດ້ໄປໃສ ແລະ ມີອາການບໍ່ຄ່ອຍສະບາຍ ,ວັນທີ 26 ມິຖຸນາ 2021 ເດີນທາງອອກຈາກຊາຍແດນ.09:30 ໂມງ ເຂົ້າເຕີມນໍ້າມັນທີ່ປໍ້າບາງຈາກອໍາເພີທ່າຈີ່ຈັງຫວັດເລີຍ ແລະ ອອກເດີນທາງເພື່ອກັນສູນ. • 18:00 ໂມງ ຮອດສູນນາງເຕີຍ ແລ້ວພັກຜ່ອນບໍ່ໄດ້ໄປໃສ.ວັນທີ 27 ມິຖຸນາ 2021 , ໄປກວດ ໂ ຄ ວ ິ ດ ທີ່ໂຮງພະຍາບານ ກາລຸນເວດ ອໍາເພີບາງປະອິນ ຈັງຫວັດ ນະຄອນສີອາຍຸດທະຍາ ປະເທດໄທ ພ້ອມໝູ່ 4 ຄົນ ຈົນຮອດເວລາ 12:00 ໂມງ
13:00 ໂມງ ເອົາລົດພ່ວງໄປເຕີມນໍ້າມັນທີ່ບໍ້ບາງເຕີຍປະຕູ 2 , 14:00 ໂມງ ມີຄວາມຮູ້ສຶກບໍ່ສະບາຍຈຶ່ງໄດ້ໄປພົບແພດອີກຄັ້ງໜຶ່ງທີ່ ໂຮງພະຍາບານ ກາລຸນເວດອໍາເພີບາງປະອິນ ຈັງຫວັດ ນະຄອນສີອາຍຸດທະຍາ ທາງໂຮງຫມໍໄດ້ເຈາະເລືອດ, ກວດນໍ້າລາຍ, ກວດປອດ ແລະ ທາງໂຮງຫມໍໄດ້ແນະນໍາໃຫ້ມາກວດ ໂ ຄ ວ ິ ດໃນວັນທີ 28 ມິຖຸນາ2021 ກວດອີກຄັ້ງທີ່ສອງ.ຜົນກວດຢັ້ງຢືນຈາກສູນວິເຄາະລະບາດວິທະຍາປະເທດໄທຄັ້ງວັນທີ 27 ມິຖຸນາ 2021 (ເປັນຜົນບວກ) ປັດຈຸບັນຜູ່ກ່ຽວເຂົ້ານອນປິ່ນປົວຢູ່ໂຮງຫມໍ ກາລຸນເວດ ອໍາເພີ ບາງປະອິນ ຈັງຫັວດ ນະຄອນສີອາຍຸດທະຍາ ປະເທດໄທ