ຂໍນຳເອົາຄຳສັ່ງສອນຂອງພຣະພຸດທະເຈົ້າ ກ່ຽວກັບ ໝູ່ແທ້ ເຂົາຈະມີລັກສະນະແບບນີ້

0
146

ຂໍນຳເອົາຄຳສັ່ງສອນຂອງພຣະພຸດທະເຈົ້າ ກ່ຽວກັບ ມິດແທ້ ຫຼື ກັນລະຍານະມິດ ມານຳສະເໜີ ເຊິ່ງມີຢູ່ 4 ປະເພດຄື:
1 ມິດອຸປະກາລະ ຄືໝູ່ເພື່ອນທີ່ຄອຍຊ່ວຍເຫຼືອ ແລະປົກປ້ອງໝູ່ໃນທຸກໆດ້ານ

2 ມິດຮ່ວມສຸກຮ່ວມທຸກ: ຄືໝູ່ເພື່ອນທີ່ສະໜິດສະໜົມຄືກັບພີ່ນ້ອງ ເວົ້າຈາກັນໄດ້ທຸກເລື່ອງ ໄວ້ວາງໃຈກັນໄດ້ ຄອຍຊ່ວຍເຫຼືອເກື້ອກູນກັນແລະກັນສະເໝີ.


3 ມິດແນະນຳປະໂຫຍດ: ຄືໝູ່ເພື່ອນທີ່ຄອຍແນະນຳແຕ່ໃນທາງທີ່ດີ ຄືກັບເປັນຄູປະຈຳໂຕຂອງເຮົາ ສິ່ງໃດຜິດກໍກ້າຕັກເຕືອນກັນ ບໍ່ໃຫ້ຫຼົງຜິດໄປໄກກວ່າເກົ່າ ແລະໃນຍາມທີ່ມີບັນຫາກໍຄອຍຊ່ວຍແກ້ບັນຫາ ຢູ່ຄຽງຄ້າງກັນແລະກັນ.

4 ມິດມີຄວາມຮັກໃຄ່: ຄືໝູ່ເພື່ອນທີ່ເປັນ “ໝູ່ຕາຍ” ບໍ່ວ່າຈະສຸກຫຼືທຸກ ກໍຈະຢູ່ຄຽງຂ້າງສະເໝີ ຖ້າໝູ່ທຸກກໍໃຫ້ຄວາມຊ່ວຍເຫຼືອທຸກດ້ານ, ພະຍາຍາມປອບໃຈ ແລະຢູ່ຄຽງຂ້າງ ຫຼືຖ້າໃນຍາມທີ່ໝູ່ມີຄວາມສຸກ ກໍຈະສຸກພ້ອມ ແລະທີ່ສຳຄັນບໍ່ນິນທາໝູ່ລັບຫຼັງ.

ເມື່ອອ່ານຈົບແລ້ວ ສະຫຼຸບວ່າ “ໃນຊີວິດຂອງເຈົ້ານັ້ນ ມີມິດແທ້ທໍ່ໃດຄົນແລ້ວ

ຈາ​ກ: ນັກທຸລະກິດ New CEO Laos