ສາເຫດທີ່ຜູ້ຊາຍມັກມີເມຍນ້ອຍ ມີ 4 ຂໍ້ ໂດຍສະຫຼຸບໄດ້ດັ່ງນີ້:
1. ຕົ້ນທຶນບໍ່ດີຢູ່ກ່ອນແລ້ວ ອັນນີ້ເຈົ້າເລືອກຄົນເຈົ້າຊູ້ (ໂດຍສັນດານເອງ)ເພາະຄົນເຈົ້າຊູ້ສ່ວນຫຼາຍມີສະເໜ່ໜ້າຕາດີ ບຸກຄະລິກດີ ມັນທ້າທາຍກັບການເອົາຊະນະໃຈຄົນເຈົ້າຊູ້ ແມ່ນບໍ່?
ສາວໆທັງຫຼາຍ ເມື່ອສາວໆເລືອກສາມີເປັນຄົນແບບນີ້ຢູ່ແລ້ວແນວໃດ ເຈົ້າຕ້ອງພົບກັບສະຖານະເມຍຫຼວງຢູ່ແລ້ວ ພັນລະຍາເອງເລືອກເອົາຊີວິດຂອງຕົນເອງໄປຈົມຢູ່ກັບຄວາມທຸກທີ່ “ຕ້ອງໃຊ້ຄວາມອົດທົນ ຊະນິດກະເບື້ອງກາຊ້າງຍັງອາຍ”
2. ເຈົ້າເປັນຄົນພັກດັນໃຫ້ສາມີເຈົ້າຊູ້ (ອັນນີ້ສາມີບໍ່ໄດ້ເປັນຄົນເຈົ້າຊູ້ແຕ່ຕົ້ນ)ການທີ່ເປັນແຕ່ແຟນກໍ່ຫວານຊື່ນໃຈດີ ແຕ່ພໍຫຼັງແຕ່ງງານ ພັນລະຍາເອງເຮັດໂຕຄືແມ່ ເຮັດໂຕຈຸກຈິກ ບໍ່ດູແລໂຕເອງ ປ່ອຍໃຫ້ໂຕເອງໂຊມ ຊວນໄປໃສກໍ່ບໍ່ໄປ ຈົ່ມໆຢ່າງດຽວ
ຜູ້ຊາຍເມື່ອພົບກັບສິ່ງເຫຼົ່ານີ້ຕະຫຼອດ ພວກເຂົາໂຫຍຫາ ແຟນສາວຄົນທີ່ເຄີຍນ່າຮັກເອົາໃຈໃສ່ເຂົາ ເຄີຍສວຍງາມເວົ້າຈາອ່ອນຫວານ …ບໍ່ວ່າໃຜ ຫາກກັບບ້ານແລ້ວມັນຮ້ອນ ກໍ່ຄົງບໍ່ຢາກກັບ ດັ່ງນັ້ນວິທີການແກ້ໄຂ …ກໍ່ຕ້ອງ ເມື່ອ
ກ່ອນເປັນແຟນແບບໃດ ເມື່ອເປັນພັນລະຍາກໍ່ຕ້ອງສະໝ່ຳສະເໝີ…ຢ່າປ່ອຍໃຫ້ໂຕເອງໂຊມ ເວົ້າຈາກັບສາມີອ່ອນຫວານ ອ້ອນເຂົາແນ່ ຜູ້ຊາຍເກືອບທຸກຄົນມັກຄົນຂີ້ອ້ອນ
3. ເລື່ອງສຳຄັນຂອງຊີວິດຄູ່ເລີຍ ຄືເລື່ອງ SEX ຖ້າຄອບຄົວໃດຂາດເລື່ອງນີ້ ຫຼື ມັນຈຳເຈ ຊ້ຳຊາກ ກໍ່ເປັນເຫດຜົນໜຶ່ງທີ່ສາມີ ມີເມຍນ້ອຍ“ Sex ໃນບ້ານອີ່ມ ແຕ່ບໍ່ແຊບ”“Sex ນອກບ້ານແຊບ ແຕ່ບໍ່ອີ່ມ”ການແກ້ໄຂຂອງເຈົ້າເອງ ກໍ່ຕ້ອງເຕັມທີ່ກັນແນ່ ກໍ່ເປັນສາມີພັນລະຍາກັນແລ້ວກໍ່ຕ້ອງລົມໆກັນລອງເບິ່ງ ທີ່ໃຫ້ Sex ໃນບ້ານແຊບແລະອີ່ມ
ຖ້າມັນນ່າເບື່ອ ຊ້ຳຊາກ ກໍ່ຫັນມາປ່ຽນສະຖານທີ່ແລະບັນຍາກາດກັນດີກວ່າ ຫຼືຖ້າຢາກໃຫ້ມັນເລົ້າໃຈກໍ່ໜັງ ເອວີ ນັ້ນລະ ບາງທີກໍ່ຈຳລອງເລື່ອງສະຖານະການຕ່າງໆໃນເລື່ອງແບບນີ້ ກໍ່ຄົງຈະກະຕຸ້ນຄວາມຄຶກຄັກໃນເລື່ອງເທິງຕຽງຂອງເຈົ້າໄດ້ຈະບໍ່ໄດ້ຈືດຊືດ ແຕ່ຕື່ນເຕັ້ນໄດ້
4.ເນື່ອງຈາກຜູ້ຊາຍເຂົ້າໄລຍະ 40ອັບ (ເຂົ້າສູ່ໄວກາງຄົນ) ຈະເປັນໄລຍະທີ່ສາມີເລີ່ມເບື່ອພັນລະຍາ ແລະ ຢາກຈະມີສາວໆເອາະໆມາໃຫ້ກະຊຸ່ມກະຊວຍ ໃນຊີວິດ..ມີອາການ ຢາກມີເມຍນ້ອຍ
ແຕ່ເຮົາກັບເບິ່ງວ່າ ຜູ້ຊາຍທີ່ເຂົ້າສູ່ໄວກາງຄົນມັນຈະເບິ່ງມີພູມຖານ ສະຖານະການເງີນ ການງານໝັ້ນຄົງ ແລະ ຮູ້ເທົ່າທັນຄວາມຕ້ອງການຂອງຝ່າຍຍິງເປັນຢ່າງດີ
ຈື່ງບໍ່ຕ້ອງແປກໃຈເລີຍວ່າເປັນຫຍັງ? ສາວນ້ອຍສາວໃຫຍ່ຈຶ່ງມັກຫຼົງຄາລົມ ຫຼັງການເອົາອົກເອົາໃຈໝຸ່ມໃຫຍ່ເຫຼົ່ານີ້ທີ່ສຳຄັນໜຸ່ມໃຫຍ່ເຫຼົ່ານີ້ສາມາດຈັບຈ່າຍສິ່ງຕ່າງໆທີ່ສາວໆຕ້ອງການໄດ້ສະເໝີ ບາງເທື່ອຊາຍໄວກາງຄົນ ອາດຈະຖືກສາວນ້ອຍຍ່າງເຂົ້າມາເອງກໍ່ໄດ້ ເຖິງຈະເປັນແບບນັ້ນເປັນໃຜກໍ່ຫວັ່ນໄຫວເມື່ອພົບກັບສາວສົດໃໝ່ແບບນີ້
+ ວິທີການແກ້ໄຂ : ໃນຂໍ້ນີ້ ເຫັນທີພັນລະຍາຈະຕ້ອງຄຸ້ມເກມໃຫ້ຢູ່ ໂດຍສະເພາະເລື່ອງຄ່າໃຊ້ຈ່າຍ ເງີນທອງ ຢ່າໃຫ້ສາມີມີເຫຼືອຈົນສາມາດໄປມີເມຍນ້ອຍໄດ້ ເພາະສ່ວນຫຼາຍ ສາວໆຍອມເປັນນ້ອຍໃຫ້ກັບຜູ້ຊາຍໄວນີ້ ກໍ່ຫວັງສະບາຍທາງອ້ອມທັງນັ້ນ ມີສ່ວໜ້ອຍທີ່ຈະຮັກຫຼືບໍ່ມີເລີຍ
ເຈົ້າຮູ້ບໍ່ວ່າ ພວກສາວໆທີ່ຍອມເປັນເມຍນ້ອຍ ພວກເຂົາຈະບໍ່ທົນຢູ່ກັບຊາຍສູງໄວດອກນີ້ແຫຼະເລື່ອງຈິງ …ຮູ້ແບບນີ້ກໍ່ຕັດທາງການເງີນຂອງເຂົານຳເດີ້