ຖ້າພົບເຫັນການຖິ້ມຂີ້ເຫຍື້ອຊະຊາຍໃຫ້ແຈ້ງຂໍ້ມູນ ເບີໂທ 020 22222107 ຜູ້ແຈ້ງຈະໄດ້ຮັບຄ່າຕອບແທນ 30%

0
407

ສະພາບການລັກຖີ້ມຂີ້ເຫຍື້ອຊະຊາຍຕາມແຄມທາງ ພາບຖ່າຍວັນທີ 28 ມິຖຸນາ 2021 ຢູ່ເສັ້ນທາງຕັດໃໝ່ໜອງບົວທອງ-ໜອງບຶກ ເມືອງສີໂຄດຕະບອງ

ນະຄອນຫລວງວຽງຈັນ.ການຖີ້ມຂີ້ເຫຍື້ອຊະຊາຍ ເປັນການທຳລາຍສິ່ງແວດລ້ອມ, ສ້າງກິ່ນເຫມັນ, ເປັນພາບບໍ່ງາມຕາຕໍ່ຜູ້ທີ່ທຽວທາງຜ່ານຈຸດດັ່ງກ່າວ ແລະ ຍັງສ້າງ

ຄວາມບໍ່ສວຍງາມໃຫ້ບ້ານເມືອງນຳອີກດ້ວຍ.ຕໍ່ສະພາບການດັ່ງກ່າວຖ້າພົບເຫັນການຖິ້ມຂີ້ເຫຍື້ອຊະຊາຍໃຫ້ແຈ້ງຂໍ້ມູນຂອງຜູ້ກະທຳຄວາມຜິດ ພ້ອມພາບຖ່າຍ

ເຊັ່ນ:ປ້າຍທະບຽນລົດ ສະຖານທີ່ ໃຫ້ຫ້ອງການ ຄບຕ ເບີໂທ 020 22222107 ຜູ້ແຈ້ງຈະໄດ້ຮັບຄ່າຕອບແທນ 30% ຂອງມູນຄ່າປັບໃໝ ການປັບໃໝຄິດໄລ່ 1 ກິໂລ 400 ກີບຄູນ 10 ເທົ່າ.