ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ຢູ່ພາຍໃນປະເທດລາວເຮົາ ຍັງສືບຕໍ່ມີການແຜ່ເຊື້ອໃນຊຸມຊົນ, ມາເຖິງປະຈຸບັນມີບາງເມືອງຂອງບາງແຂວງ ຍັງມີຜູ້ຕິດເຊື້ອພະຍາດໂຄວິດ 19 ຢູ່ໃນບາງວັນ, ເວົ້າສະເພາະແຂວງວຽງຈັນ ເປັນຕົ້ນໃນທ້າຍເດືອນມິຖຸນາ 2021 ຜ່ານມານີ້ ຢູ່ເມືອງໂພນໂຮງ ໄດ້ມີກໍລະນີຜູ້ຕິດເຊື້ອພະຍາດໂຄວິດ 19 ຈາກຊຸມຊົນ, ອີງຕາມຜົນການກວດວິເຄາະຜູ້ພົວພັນໃກ້ສິດ ກໍ່ຄືກຸ່ມມີຄວາມສ່ຽງ ມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງໄວວາ ແລະ ໜ້າເປັນຫ່ວງທີ່ສຸດ
ຕົວເລກຜູ້ຕິດເຊື້ອຍັງບໍ່ທັນຢຸດນິ້ງ, ອັນໄດ້ສົ່ງຜົນກະທົບຕໍ່ແນວຄິດຈິດໃຈຂອງລູກຫລານ-ພໍ່ແມ່ປະຊາຊົນ ກໍຄືຊັ້ນຄົນຕ່າງໆ, ທົ່ວສັງຄົມຕ່າງກໍມີຄວາມຢ້ານກົວວິຕົກກັງວົນບໍ່ໜ້ອຍ, ຕໍ່ກັບສະພາບການລະບາດຂອງພະຍາດດັ່ງກ່າວໃນເທື່ອນີ້ ອົງການປົກຄອງຂອງແຂວງວຽງຈັນ, ຄະນະສະເພາະກິດທຸກຂັ້ນ ກໍ່ໄດ້ຂຸ້ນຂ້ຽວເຂົ້າໃຫ້ ການຊ່ວຍເຫລືອຈຸດທີ່ມີຜູ້ຕິດເຊື້ອ, ຄະນະແພດໝໍຈາກຂະແໜງສາທາລະນະສຸກ ໄດ້ເປັນເຈົ້າການປະຕິບັດໜ້າທີ່ວິ ຊາສະເພາະ, ຮີບຮ້ອນປິ່ນປົວຜູ້ຕິດເຊື້ອ ແລະ ຍົກລະດັບມາດຕະການປ້ອງກັນໃນເຂດມີການລະບາດດ້ວຍຄວາມຈິງຈັງ.
ຈາກສະພາບທີ່ກ່າວມານັ້ນ ຄະນະພັກ-ຄະນະນໍາຂອງເມືອງທຸລະຄົມ ໂດຍສະເພາະຄະນະສະເພາະກິດເມືອງ ໄດ້ຮີບຮ້ອນປະຊຸມວາງແຜນ, ປຶກສາຫາລື ຄົ້ນຄວ້າສ້າງຄວາມເອກະພາບ ຊີ້ນໍາບ້ານເຂດທີ່ມີຊາຍແດນເຊື່ອມຈອດກັບເມືອງໂພນໂຮງ-ເມືອງນາຊາຍທອງ ຄື: ບ້ານຫລິ່ງຊັນ, ບ້ານໂພນແພງ, ບ້ານຫາດສ້ຽວ ໃຫ້ຈັດຕັ້ງ
ປ້ອງກັນເວນຍາມ, ຕັ້ງຈຸດກວດກາຄັດກອງຄົນເຂົ້າອອກບ້ານ, ຈໍາກັດການເດີນທາງຂອງຜູ້ທີ່ບໍ່ມີວຽກຈໍາເປັນ, ໄດ້ຜັນຂະຫຍາຍແຈ້ງການຂອງປະທານຄະນະສະເພາະກິດແຂວງ ເປັນຂອງເມືອງ, ຊີ້ນໍາທຸກພາກສ່ວນ ສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ແລະ ບັນດາຄໍາສັ່ງ-ແຈ້ງການຕ່າງໆທີ່ຂັ້ນເທິງວາງອອກ;
ພ້ອມກັນນັ້ນ ໃນຕອນບ່າຍ ວັນທີ 1 ກໍລະກົດ 2021 ນີ້ ທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງໆທຸລະຄົມ, ຫົວໜ້າຄະນະສະເພາະກິດເມືອງ ພ້ອມດ້ວຍ ທ່ານ ຊັບຈະເລີນ ພິມມະສານ ຫົວໜ້າຫ້ອງວ່າການເມືອງ ຄະນະສະເພາະກິດເມືອງ ແລະ ຄໍາພອນ ຈັນທະວົງສັກ ຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຫົວໜ້າກອງເລ ຂາ ໄດ້ລົງໄປຊຸກຍູ້ຕິດຕາມການປ້ອງກັນເວນຍາມຢູ່ທີ່ ບ້ານຫາດສ້ຽວ, ບ້ານໂພນແພງ ແລະ ບ້ານຫລິ່ງຊັນ ເພື່ອໃຫ້ກໍາລັງໃຈອ້າຍນ້ອງ
ໜ່ວຍປ້ອງກັນຂອງບ້ານ, ໄດ້ເນັ້ນໜັກໃຫ້ 3 ບ້ານເຂດຊາຍແດນຕໍ່ເມືອງໂພນໂຮງ ຈົ່ງສືບຕໍ່ເອົາໃຈໃສ່ປະຈໍາການ-ປະຕິບັດໜ້າທີ່ ເພື່ອສະກັດກັ້ນເຊື້ອພະຍາດໂຄວິດ 19 ບໍ່ໃຫ້ເຂົ້າມາເມືອງທຸລະຄົມເທົ່າທີ່ຈະສາມາດຢັບຢັ້ງຄວບຄຸມໄດ້ ເຮັດໃຫ້ທົ່ວເມືອງປາສະຈາກເຊື້ອພະຍາດຕິດຕໍ່ຊະນິດນີ້ຢ່າງສິ້ນເຊີງ.
ພາບ-ເນື້ອໃນ: ຫ້ອງການ ຖວທ ເມືອງທຸລະຄົມ.