ວັນຈັນ:ການງານ ມີໂອກາດໄດ້ເລື່ອນຂັ້ນ ເລື່ອນຕຳແໜ່ງ ຜູ້ທີ່ມີຂ່າວສານເລື່ອງຄວາມກ້າວໜ້າ ມີໂອກາດໄດ້ຮັບຂ່າວດີ ການເງິນ ຊ່ວງນີ້ຕ້ອງໝຸນຫາໃຊ້ຈ່າຍຈົນເຈັບຫົວ ການລົງທຶນຕ້ອງໃຊ້ເງີນຫລາຍກວ່າເກົ່າຈາກທີ່ເຄີຍຄິດໄລ່ໄວ້ ຄວາມຮັກ ຈະພົບມິດຕະພາບຄວາມສຳພັນທີ່ສົ່ງຜົນຕໍ່ຄວາມສຸກ ເຮັດໃຫ້ຮູ້ສຶກເບີກບານໃຈໃນຊ່ວງນີ້
ວັນຄານ:ການງານ ລັງເລຢູ່ໃນເລື່ອງຂອງການຕັດສິນໃຈ ແຕ່ທ່ານກໍມີຄວາມຄິດທີ່ດີ ເຈລະຈາກໍປະສົບຜົນສຳເລັດໄດ້ບໍ່ຍາກ ການເງິນ ຊ່ວງນີ້ມີແຕ່ເລື່ອງຈ່າຍ ໂດຍສະເພາະໃນການເຂົ້າສັງຄົມຕ່າງໆ ເຮັດໃຫ້ບໍ່ຄ່ອຍມີເງີນເຫຼືອເກັບປານໃດ ຄວາມຮັກ ຄົນຜິວຂາວໂດດເດັ່ນທີ່ຈະໄດ້ພົບກັນໃນຊ່ວງນີ້ ເປັນການແນະນຳກັນໃນໝູ່ເພື່ອນຝູງນັ້ນເອງ
ວັນພຸດ:ການງານ ເໝາະທີ່ຈະເຮັດວຽກທາງດ້ານເບື້ອງຫຼັງ ການຕິດຕໍ່ເຈລະຈາການງານຕ່າງໆ ມີຄວາມເລັ່ງລັດ ແມ່ນຈະມີຄວາມຊ້າ ແຕ່ສຸດທ້າຍກໍຈະເກີດຄວາມສຳເລັດໄດ້ນັ້ນເອງ ການເງິນ ຄວາມພະຍາຍາມຈະເຮັດໃຫ້ການເງີນດີຂຶ້ນ ແຕ່ກໍຕ້ອງເມື່ອຍເພື່ອໃຫ້ໄດ້ເງີນເຂົ້າມາ ແຕ່ກໍຈະຄຸ້ມຄ່າກັບຄວາມພະຍາຍາມ ຄວາມຮັກ ຍັງບໍ່ລົງຕົວທາງດ້ານຄວາມສຳພັນດ້ານຄວາມຮັກ ເພາະເກີດຄວາມຫ່າງເຫີນຈາກຕ່າງຄົນມີງານ ຫລືພາລະກິດຄ່ອນຂ້າງຫລາຍ ຈະໄດ້ພົບຄົນຜິວຂາວ ນິໄສດີຊື່ງອາດເກີດຈາກການເນາະນໍາຂອງໝູ່ເພື່ອນນັ້ນເອງ
ວັນພະຫັດ:ການງານ ຄວາມສ້າງສັນ ຄວາມພະຍາຍາມຈະນຳພາຄວາມສຳເລັດມາສູ່ຕົນເອງຢ່າງກ້າວໜ້າ ແຕ່ກໍຈະເປັນໄປຢ່າງຊ້າໆ ການເງິນ ມີເລື່ອງທີ່ຕ້ອງຈ່າຍ ແຕ່ກໍຈະໄດ້ເຂົ້າມາ ແລະເມື່ອວາງແຜນການໃຊ້ຈ່າຍກໍຈະເຮັດໃຫ້ມີເງີນເກັບ ຄວາມຮັກ ຈະໄດ້ພົບໃຜທີ່ຈະມີເຂົ້າມາ ແຕ່ກໍຍັງບໍ່ມີເວລາທີ່ຈະທຸ້ມເທໃຫ້ເລື່ອງຄວາມຮັກປານໃດ ເພາະຍັງບໍ່ຄ່ອຍຕົງສະເປັກທ່ານນັ້ນເອງ
ວັນສຸກ:ການງານ ຕ້ອງເຮັດຄຸນນະພາບຜົນງານໃຫ້ດີຄືກັບທີ່ຜ່ານມາ ແມ່ນຈະບໍ່ມັກປານໃດກໍຕາມ ການເງິນ ມີຄວາມຄ່ອງຕົວທາງດ້ານການເງີນ ເພາະຈະໄດ້ເງີນເຂົ້າມາ ແມ່ນຈະຕ້ອງລຸ້ນກໍຕາມ ຄວາມຮັກ ໂດດເດັ່ນໃນຄວາມສຳພັນກັບຄົນຜິວສອງສີ ທີ່ທ່ານຈະໄດ້ພົບ ຫລືຄາດຫວັງເຖິງໃຜຄົນໜຶ່ງທີ່ທ່ານປາດຖະຫນານັ້ນເອງ
ວັນເສົາ:ການງານ ຄວາມດຸໝັ່ນຂະຫຍັນຈະນຳພາຄວາມສຳເລັດມາສູ່ເຈົ້າຊະຕາສະເໝີ ຊຶ່ງກໍບໍ່ຄວນທີ່ຈະຍອມພ່າຍແພ້ອຸປະສັກຕ່າງໆ ການເງິນ ມີທັງຮັບທັງຈ່າຍສະລັບປັບປ່ຽນກັນໄປໃນຊ່ວງນີ້ ເປັນການໝຸນຫາໃຊ້ຈ່າຍເງີນໃຫ້ຜ່ານພົ້ນໄປໄດ້ໃນຊ່ວງນີ້ ຄວາມຮັກ ຍັງເບິ່ງໆ ຢູ່ ແລະຍັງບໍ່ຢາກຕັດສິນໃຈໃນເລື່ອງເຫຼົ່ານີ້ເພາະຕ້ອງການໃຫ້ໝັ່ນໃຈຫລາຍກວ່ານີ້ນັ້ນເອງ
ວັນອາທິດ:ການງານ ຈະເຮັດສິ່ງໃດໃນຊ່ວງນີ້ມີແຕ່ຄວາມສຳເລັດ ຈັບວຽກງານສິ່ງໃດກໍເປັນເງີນເປັນທອງໄປທຸກຢ່າງ ມີຄວາມສຳເລັດຈາກຄວາມສາມາດຂອງຕົນເອງ
ການເງິນ ມີໂຊກຈະໄດ້ເງີນເຂົ້າມາຫລາຍກວ່າໜຶ່ງເທື່ອໃນຊ່ວງນີ້ ແຕ່ກໍຕ້ອງຮູ້ຈັກໃຊ້ ໃຫ້ແບ່ງເປັນສ່ວນໆ ໄປເລີຍວ່າຈະໃຊ້ສ່ວນໃດ ຫຼາຍໜ້ອຍປານໃດ ຄວາມຮັກ ຍັງບໍ່ລົງຕົວຕໍ່ຄວາມສຳພັນ ແລະຍັງຕ້ອງການຄວາມເປັນອິດສະຫລະຫລາຍກວ່າທີ່ຈະຍຶດຕິດກັບໃຜໃນຊ່ວງນີ້