ໃນວັນທີ 4 ກໍລະກົດ 2021 ໂດຍການຮ່ວມຖະແຫຼງໂດຍທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.
ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງວ່າ: ສຳລັບມາດຕະການຜ່ອນຜັນ:1.ສືບຕໍ່ອະນຸຍາດໃຫ້ເປີດສູນການຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ, ຕະຫຼາດກາງຄືນ ໂດຍໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື; 2. ສືບຕໍ່ອະນຸຍາດໃຫ້ຍ່າງອອກກຳລັງກາຍຕາມສະຖານທີ່ຕ່າງໆ ແລະ ຫຼິ້ນກິລາກາງແຈ້ງ ທີ່ຮ່າງກາຍບໍ່ໄດ້ສຳພັດກັນ; 3. ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ນອກເຂດແດງ ແຕ່ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ ແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ; 4. ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ, ຮ້ານກາເຟ, ສະຖານທີ່ທ່ອງທ່ຽວ ແລະ ສວນອາຫານ ໂດຍອະນຸຍາດໃຫ້ນັ່ງກິນ-ດື່ມ ໃນສະຖານທີ່ບໍລິການດັ່ງກ່າວໄດ້, ແຕ່ໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 1 ແມັດ ຂຶ້ນໄປ ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ; 5. ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ ຢູ່ສະຖານທີ່ນອກເຂດແດງ ແຕ່ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ1ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່.
6. ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດ ໃນໄລຍະເວລາ ແຕ່ 06:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບ ກໍາລັງ ປກຊ-ປກສ ຢູ່ແຕ່ລະພື້ນທີ່ ອອກລະບຽບການຄຸ້ມຄອງ, ກຳນົດ ຈຳນວນເຮືອຫາປາ ແລ້ວຈຶ່ງອະນຸຍາດ ໂດຍກ່ອນຈະອອກໄປ ກໍຕ້ອງໄດ້ບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນ ກໍ່ໃຫ້ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ຢ່າງໃກ້ຊິດ ແລະ ເຂັ້ມງວດ; 7. ສືບຕໍ່ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ຢູ່ພາຍໃນທ້ອງຖິ່ນ ທີ່ບໍ່ມີການລະບາດໃນຊຸມຊົນ ໄດ້ປົກກະຕິ; 8. ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງ ແຂວງຕໍ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນໄດ້ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ; ສຳລັບຜູ້ໂດຍສານ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ຫຼື ແຂວງທີ່ມີການລະບາດໃນຊຸມຊົນ ຕ້ອງແມ່ນຜູ້ທີ່ໄດ້ສັກວັກຊີນ ຄົບ 2 ເຂັມ ໂດຍບໍ່ຕ້ອງຂໍອະນຸຍາດແຂວງປາຍທາງ, ບໍ່ໃຫ້ມີການຈຳກັດບໍລິເວນ ແລະ ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່. ສຳລັບຄົນຕ່າງປະເທດທີ່ເດີນທາງເຂົ້າ ສປປ ລາວ ມີຈຸດປະສົງເດີນທາງໄປແຂວງອື່ນ ຕ້ອງແຈ້ງໜັງສືເດີນທາງ, ໃບຢັ້ງຢືນການຈຳກັດບໍລິເວນ ຄົບ 14 ວັນ ແລະ ໜັງສືອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ ຢູ່ແຂວງປາຍທາງ. ຍົກເວັ້ນຄົນຕ່າງປະເທດທີ່ເຮັດວຽກ ຫຼື ໄດ້ດຳລົງຊີວິດ ຢູ່ ສປປ ລາວ ມາໄລຍະໜຶ່ງແລ້ວ ແມ່ນໃຫ້ປະຕິບັດຄືກັນກັບພົນລະເມືອງລາວ.
9. ສືບຕໍ່ອະນຸຍາດໃຫ້ຜູ້ຂັບຂີ່ລົດ ແລະ ພະນັກງານຂົນສົ່ງສິນຄ້າ ເຂົ້າ-ອອກ ລະຫວ່າງ ແຂວງ ຫາ ແຂວງ ແລະ ນະຄອນຫຼວງວຽງຈັນ ຫາ ແຂວງ ສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ ໂດຍບໍ່ຈຳເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດ ໂຄວິດ-19 ແລະ ບໍ່ຈຳກັດບໍລິເວນ ຢູ່ແຂວງປາຍທາງແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ. ສຳລັບການຂົນສົ່ງສິນຄ້າລະຫວ່າງປະເທດ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກປະຕິບັດຕົວຈິງ ໃຫ້ທຸກພາກສ່ວນກ່ຽວຂ້ອງ ປະຕິບັດເປັນເອກະພາບ ຕາມຄຳແນະນຳ ຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຄຳແນະນຳ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021; 10. ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ, ວິສາຫະກິດ ທົ່ວນະຄອນຫຼວງວຽງຈັນ ພິຈາລະນາໃຫ້ພະນັກງານ, ລັດຖະກອນ, ກຳມະກອນຂອງຕົນ ມາປະຈຳການປົກກະຕິ ແຕ່ໃຫ້ມີການວັດແທກອຸນຫະພູມ, ມີເຈວລ້າງມືຢູ່ທາງເຂົ້າ, ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື;
11. ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ ສຳລັບການສຶກສາກ່ອນໄວຮຽນ, ສາມັນສຶກສາ, ອາຊີວະສຶກສາ, ວິທະຍາໄລ ແລະ ການສຶກສາຊັ້ນສູງ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ; 12. ອະນຸຍາດໃຫ້ເປີດຮຽນຄືນປີສຸດທ້າຍ ຂອງອາຊີວະສຶກສາ, ການສຶກສາຄູ, ພະລະ-ສິລະປະສຶກສາ ແລະ ການສຶກສາຊັ້ນສູງ ຢູ່ນະຄອນຫຼວງວຽງຈັນ ໂດຍຕ້ອງປະຕິບັດຕາມມາດຕະການປ້ອງກັນ, ຄວບຄຸມ ແລະ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຢ່າງເຂັ້ມງວດ; 13. ອະນຸຍາດໃຫ້ເປີດສູນກິລາໃນຮົ່ມທຸກປະເພດ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ. ສຳລັບຢູ່ນະຄອນ ຫຼວງວຽງຈັນ ໃຫ້ເຈົ້າຂອງກິດຈະການດັ່ງກ່າວ ສະເໜີຂໍອະນຸຍາດ ຈາກຄະນະສະເພາະກິດຂັ້ນສູນກາງ ໂດຍຜ່ານກະຊວງສຶກສາທິການ ແລະ ກິລາ. ສ່ວນແຂວງທີ່ມີການລະບາດໃນຊຸມຊົນ ໃຫ້ສະເໜີຂໍອະນຸຍາດຈາກ ຄະນະສະເພາະກິດຂັ້ນແຂວງ ໂດຍຜ່ານຂະແໜງສຶກສາທິການ ແລະ ກິລາ. ພ້ອມນີ້, ໃຫ້ກຳນົດມາດຕະການໃນການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອພະຍາດ ຢ່າງເຂັ້ມງວດ, ທັງລົງກວດກາສະຖານທີ່ ກ່ອນອະນຸຍາດ ແລະ ຕິດຕາມການຈັດຕັ້ງປະຕິບັດ ພາຍຫຼັງເປີດບໍລິການ.