ເຮັດຫຍັງກໍເຫັນໃຈແພດໜໍແດ່ ສະເທືອນໃຈ ນັກຮົບຊຸດຂາວ ຈາກປະເທດໄທ

0
291

ເປັນພາບທີ່ມີໃຫ້ເຫັນໃນໂຊຊ້ຽວຫຼາຍຂື້ນ ນັກຮົບຊຸດຂາວ ທັງໝໍ ພະຍາບານ ບຸກຄະລາກອນການແພດດ້ານຕ່າງໆຕ້ອງເຮັດວຽກຈົນເປັນລົມຄາຊຸດ ພີພີອີ ທ່າມກາງຍອດຜູ້ ຕ ິ ດ ເ ຊ ື ້ ອ ໂ ຄ ວ ິ ດ ໃນປະເທດໄທເພີ້ມຂື້ນເລື້ອຍໆ ຈົນເຮັດໃຫ້ການເຮັດວຽກຕາມໂຮງໝໍທົ່ວປະເທດເຄັງຕຶງໄປໝົດ ຜູ້ໃຊ້ເຟດບຸກທີ່ຊື່ວ່າ Aom suwannun ໄດ້ເຜີຍແພ່ຄລິບວິດີໂອືຂະນະທີ່ພະຍາບານຄົນໜຶ່ງ ທີ່ສວມຊຸດ ປ້ອງກັນການ ຕ ິ ດ ເ ຊ ື ້ ອ ຜ່ານຜິວໜັງແລະສານຄັດຫຼັ່ງ ຫຼື ຊຸດ ພີພີອີ ຢູ່ມີ

ອາການຄ້ານເປັນລົມຊຸດລົງກັບພື້ນໝູ່ພະຍາບານເຂົ້າຊ່ວຍປະຖົມພະຍາບານຢ່າງຊຸນລະມຸນ ເຊິ່ງໃນຄລິບດັ່ງກ່າວເປັນພາບຖ່າຍໃນໂຮງໝໍ ທີ່ໄດ້ຍິນສຽງການດູແລຄົນປ່ວນໂຄວິດລາຍອື່ນດ້ວຍ ເຊິ່ງມີໝໍອີກຜູ້ 1 ເມື່ອເຫັນເຫດການດັ່ງກ່າວໝໍອີກຜູ້ໜຶ່ງກໍ່ໄດ້ໂພສວ່າ:ສິ່ງທີ່ເປັນຕາຢ້ານທີ່ສຸດ ມື້ນີ້ກໍ່ມາຮອດ ເມື່ອຍຈົນບໍ່ຮູ້ຈະເມື່ອຍຈັ່ງໃດ ຄົນອື່ນຢູ່ລອດແລ້ວເຮົາຈະຢູ່ລອດກັນຫຼືບໍ່? ສຽງທີ່ບໍ່ມີຄວາມສຳຄັນ ດັງເທົ່າໃດກໍ່ຄືເບົາ


ເຮັດຫຍັງກໍເຫັນໃຈແພດໜໍແດ່ ສະເທືອນໃຈ ນັກຮົບຊຸດຂາວ ຈາກປະເທດໄທ