ໃນບ້ານເຮົາມີພືດຜັກສະໝຸນໄພຫຼາຍຢ່າງທີ່ຊ່ວຍຊູລົດຊາດອາຫານ ອີກທັງຍັງໃຫ້ປະໂຫຍດແກ່ຮ່າງກາຍຫຼາກຫຼາຍອີກດ້ວຍ ໝາກເຂືອ ກໍ່ເປັນອີກຊະນິດໜຶ່ງທີ່ເຮົານະຍົມນຳໃຊ້ມາປະກອບອາຫານ
ສຳລັບປະໂຫຍດຂອງໝາກເຂືອກໍ່ມີຫຼາຍຢ່າງ ໂດຍໃນປະເທດອິນເດຍນັ້ນຈະນຳມາເຮັດເປັນຢາ ໂດຍໝາກເຂືອນັ້ນຈະຊ່ວຍຂັບພະຍາດຫຼຸດອາການອັກເສບ,ຊ່ວຍຍ່ອຍອາຫານ ແລະ ຊ່ວຍໃນການຂັບຖ່າຍ
ອີກຢ່າງຍັງມີຜົນວິໃຈພົບວ່າໝາກເຂືອມີລິດລຸດອາການບີບຕົວຂອງກ້າມຊີ້ນ,ຕ້ານມະເຮັງ,ບຳລຸງຫົວໃຈ ແລະ ຫຼຸດຄວາມດັນເລືອດແລ້ວຍັງຫຼຸດປະລິມານນໍ້າຕານໃນເລືອດສຳລັບຜູ້ປ່ວຍທີ່ເປັນເບົາຫວານໄດ້ດີອີກດ້ວຍ
ໂດຍສານສະກັດຈາກໝາກເຂືອຈະອອກລິດຄາຍອິນຊູລິນ ໂດຍຊ່ວຍເສີມສ້າງການໃຊ້ງານຢ່າງມີປະສິດທິພາບ ແລະ ມີຜົນບວກຕໍ່ການເຮັດວຍກຂອງຕັບອ່ອນ ນອກຈາກນີ້ຍັງມີວິຕາມິນບີ1,ວິຕາມິນບີ2 ອີກດ້ວຍ
+ ສັບພະຄຸນ ແລະ ຄຸນປະໂຫຍດໂດຍລະອຽດດັ່ງນີ້:
– ຄຸນຄ່າທາງອາຫານ
ໝາກເຂືອ 100 ກຼາມ ໃຫ້ພະລັງງານ 39 ກິໂລແຄລໍຣີ ປະກອບດ້ວຍໂປຼຕີນ 1.6 ກຼາມ,ໄຂມັນ 0.5 ກຼາມ,ແຄວຊ່ຽມ 7 ມິນລີກຼາມ,
ຟົດສະຟາດ 0.06 ມິນລີກຼາມ,ນໍ້າ 90.2 ກຼາມ,ວິຕາມິນເອລວມ 143 RE , ວິຕາມິນຊີ 24 ມິນລີກຼາມ
+ ຄຸນປະໂຫຍດຂອງໝາກເຂືອ
– ຫຼຸດການບີບຕົວຂອງກ້າມຊີ້ນ,ຕ້ານມະເຮັງ,ບຳລຸງຫົວໃຈ,ຫຼຸດຄວາມດັນເລືອດ
– ບັນເທົາອາການຂອງເບົາຫວານ ເນື່ອງຈາກໝາກເຂືອມີຊັບພະຄຸນຄືກັບອິນຊູລິນ,ຫຼຸດປະລິມານນໍ້າຕານໃນເລືອດ
– ຊ່ວຍຂັບຖ່າຍພະຍາດ,ຫຼຸດອາການອັກເສບ
– ຊ່ວຍໃຫ້ລະບົບຍ່ອຍອາຫານ ແລະ ລະບົບຂັບຖ່າຍທຳງານໄດ້ດີ
– ມີປະໂຫຍດຕໍ່ຕັບອ່ອນເຮັດໃຫ້ຕັບແຂງແຮງເຮັດວຽກໄດ້ມີປະສິດທິພາບ
+ ສັບພະຄຸນຂອງໝາກເຂືອ
– ໝາກເຂືອຊ່ວຍຫຼຸດລະດັບຄໍເລດເຕີຣໍໃນເລືອດ ກຳຈັດເຊື້ອແບັດທີເລຍ ແລະ ຂັບປັດສະວະ
– ການແພດຂອງອິນເດຍໃຊ້ຮາກໝາກເຂືອຮັກສາອາການໄອ,ຫອບຫືດ,ອາການຫຼອດລົມອັກເສບ,ຂັບປັດສະວະ,ຂັບລົມ
– ສ່ວນໝາກໃຊ້ຂັບຖ່າຍພະຍາດຫຼຸດໄຂ່,ຫຼຸດອາການອັກເສບຊ່ວຍການຂັບຖ່າຍ,ຊ່ວຍຍ່ອຍອາຫານ ແລະ ກະຕຸ້ນທາງເພດປະກອບການໃນແຄວັນໂອຣິສສາຂອງປະເທດອິນເດຍໃຊ້ນໍ້າຕົ້ມປະສົມໝາກເຂືອ
ຮັກສາໂລກເບົາຫວານຜົນວິໃຈນາໆຊາດລະຫວ່າງປີ ພສ 2510-2538 ພົບວ່າໝາກເຂືອມີລິດຫຼຸດການບີບຕົວຂອງກ້າມຊີ້ນຕ້ານມະເຮັງ,ບຳລຸງຫົວໃຈ ແລະ ຫຼຸດຄວາມດັນເລືອດ