ສາລະພັດຄວາມຮູ້…!!! ວິທີເພີ່ມຜົນຜະລິດ ປູກໝາກພ້າວໃຫ້ເປັນໝາກດົກ ບໍ່ຈຳເປັນຕ້ອງເສຍເງີນແມ້ແຕ່ກີບດຽວ.

0
310

ວັນນີ້ເພຈSouthern Times(ເຊົາເທິ້ນທາມ)ຂອງພວກເຮົາມີວິທີເຮັດໃຫ້ການປູກໝາກພ້າວເປັນໝາກດົກມາຝາກໃຜທີ່ປູກໝາກພ້າວເປັນອາຊີບຕ້ອງຮູ້ ເພາະມື້ນີ້ພວກເຮົາມີເຄັດລັບມາຝາກໃຫ້ອ່ານ.

ໄລຍະເວລາຕັ້ງແຕ່ດອກຕົວຜູ່ດອກທຳອິດບານ ຈົນເຖິງດອກສຸດທ້າຍກິນເວລາປະມານ 20-24 ວັນ ຫຼັງຈາກດອກໂຕຜູ້ໝົດໄປແລ້ວ 1-4 ວັນ ດອກຕົວເມຍຈຶ່ງຈິເລີ່ມບານໄລຍະເວລາບານຮັບລະອອງເກສອນກິນເວລາປະມານ 1-2 ວັນ

ດັ່ງນັ້ນ ການປະສົມພັນຈຶ່ງໃຊ້ລະອອງຕົວຜູ້ຈາກຊໍ່ດອກດຽວກັນບໍ່ໄດ້ລັກສະນະດັ່ງກ່າວເປັນການບານປະສົມພັນຂອງໝາກພ້າວຕົ້ນສູງ ສ່ວນໝາກພ້າວຕົ້ນເຕ້ຍການບານຂອງດອກຈະແຕກຕ່າງກັນຕົ້ນສູງຈະເປັນລັກສະນະທີ່ປະສົມພັນຕົວເອງ

ຈາກລັກສະນະການປະສົມພັນທີ່ບໍ່ຄືກັນນີ້ຈຶ່ງເປັນລັກສະນະໜຶ່ງທີ່ແຕກຕ່າງກັນລະຫວ່າງພັນຕົ້ນເຕ້ຍ ແລະ ພັນຕົ້ນສູງ ດັ່ງນັ້ນສິ່ງທີ່ໝາກພ້າວຕ້ອງເພິ່ງພາຄືເພິ່ງໃນການຊ່ວຍປະສົມພັນເກສອນ

ຈະເຫັນວ່າພໍແຊງແຕກດອກຕົວຜູ້ ຕົວເມຍທີ່ຢູ່ດ້ານໜ້າຈະຖືກປະສົມພັນໂດຍແມງໄມ້,ລົມ, ສ່ວນດ້ານທີ່ຢູ່ຕິດກັບແຊງຈະບໍ່ໄດ້ຮັບການປະສົມພັນໃນທີ່ສຸດດອກຕົວເມຍ ( ໝາກນ້ອຍໆທີ່ຕິດຢູ່ກັບກ້ານຊໍ່ດອກ ) ເມື່ອບໍ່ໄດ້ຮັບການປະສົມພັນກໍ່ຈະຫຼົ່ນ

ໃຜທີ່ປູກໝາກພ້າວລອງເຮັດແບບນີ້ລອງເບິ່ງ ເມື່ອແຊງໃຫຍ່ໃກ້ກຳລັງແຕກແຊງໃຫ້ຖາກທາງໝາກພ້າວປົ່ງອອກພ້ອມແຊງທີ່ແຕກອອກໃຫ້ຊ່ວຍຈີກແຊງແລ້ວໃຫ້ໃຊ້ມີດຕັດຕັດກີບຫຸ້ມແຊງອອກດອກແຊງກໍ່ຈະບານເຕັມທີ່ທຸກທິດທຸກທາງເຜິ້ງກໍ່ປະສົມພັນໄດ້ເຕັມທີ່

ເມື່ອດອກຕົວເມຍໄດ້ຮັບການປະສົມພັນກໍ່ຈະບໍ່ຫຼົ່ນ ວິທີຈະສາມາດເພີ່ມຜົນຜະລິດແບບບໍ່ໃຊ້ເງິນຈັກກີບເລີຍງ່າຍໆແບບນີ້ແຕ່ໄດ້ຜົນເກີນຄາດ 80% ໃຫ້ທຸກຄົນລອງນຳໄປເຮັດລອງເບິ່ງ ສຸດທ້າຍນີ້ກໍ່ຫວັງວ່າຈະເປັນປະໂຫຍຕໍ່ກັບຊາວກະເສດທຸກຄົນ