ວາງສີລາລຶກກໍ່ສ້າງອາຄານ ສໍານັກງານ ກອງບັນຊາການ ທະຫານອາກາດ

0
381

ຂປລ. ໃນວັນທີ 03 ກໍລະກົດ 2021 ໄດ້ຈັດພິທີວາງສີລາລຶກກໍ່ສ້າງອາຄານ ສໍານັກງານກອງບັນຊາການທະຫານອາກາດ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ວົງຄໍາ ພົມມະ ກອນ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ຄໍາເຫລັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ, ສະຫາຍ ພັນເອກ ພິເສດ ຫລີປິ້ງ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສປ ຈີນ ປະຈໍາລາວ, ທ່ານ ນາງ ສຸ້ຍ ຈີ້ໝີງ ຄະນະບໍລິຫານກຸ່ມບໍລິສັດ ຟຣອນທີເອີ ຜູ້ຮັບເໝົາກໍ່ສ້າງ, ພ້ອມດ້ວຍພະນັກງານທີ່ກ້ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໃນພິທີ ສະຫາຍ ພົນຈັດຕະວາ ຄໍາເຫລັກ ແສງພະຈັນ ຜູ້ບັນຊາການທະຫານອາກາດໄດ້ກ່າວວ່າ: ໂຄງການກໍ່ສ້າງອາຄານ ກອງບັນຊາການທະຫານອາກາດຄັ້ງນີ້, ເປັນຈຸດເລີ່ມຕົ້ນ ແລະ ເປັນສັນ ຍານທີ່ດີຕໍ່ການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວເຮົາ ກໍຄືກອງບັນຊາການທະຫານອາກາດໃນການເປັນເຈົ້າປ້ອງກັນນ່ານຟ້າ ຕາມແນວທາງນະໂຍບາຍທີ່ພັກ-ລັດຖະບານ ໄດ້ກໍານົດໄວ້ນັ້ນຄື: ຫັນກອງທັບເຂົ້າສູ່ແບບແຜນທັນສະໄໝ ສາມາດຮັບໃຊ້ການບິນ ແລະ ບິນສູ້ຮົບປົກປັກຮັກສານ່ານຟ້າຂອງ ສປປ ລາວ; ການກໍ່ສ້າງອາຄານ ສໍານັກງານກອງບັນຊາການທະຫານອາກາດໃນຄັ້ງນີ້ແມ່ນການຊ່ວຍເຫລືອຮ່ວມມື ລະຫວ່າງ ສປປ ລາວ –

ສປຈີນ, ສໍາລັບກອງບັນຊາການທະຫານອາ ກາດ ກອງທັບປະຊາຊົນລາວ ແລະ ບໍລິສັດຟຣອນທີອີ ແຫ່ງ ສປ ຈີນ ຜ່ານມາເຄີຍໄດ້ພົວພັນຮ່ວມມືນໍາກັນມາແລ້ວ ແລະ ໄດ້ລົງນາມເຊັນບົດບັນທຶກສັນຍາຮ່ວມກັນໃນໂຄງການກໍ່ສ້າງ, ສໍານັກງານ ກອງບັນຊາການທະຫານອາກາດ, ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ໄວ້ເນື້ອເຊື່ອໃຈກັນ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ. ພິທີວາງສີລາລຶກໂຄງການກໍ່ສ້າງອາຄານ, ສໍານັກງານກອງບັນຊາການທະ ຫານອາກາດ ແມ່ນປະຕິບັດຕາມສັນຍາໄວ້ ໃນວັນທີ 22 ທັນວາ 2020 ໃຫ້ປະກົດຜົນເປັນຈິງ.

ທ່ານ ນາງ ສຸ້ຍ ຈີ້ໝີງ ໄດ້ກ່າວວ່າ: ສປປ ລາວ ແລະ ສປ ຈີນ ເປັນຄູ່ຮ່ວມມືທາງດ້ານຍຸດທະສາດ, ເປັນເພື່ອນທີ່ສະໜິດສະໜົມໃນເສັ້ນທາງການສ້າງສັງຄົມນິຍົມ ນັບແຕ່ບໍລິສັດ ຟຣອນທີອີ ໄດ້ເຂົ້າມາດໍາເນີນທຸລະກິດຢູ່ ສປປ ລາວ ໃນປີ 2017 ບໍລິສັດ ຟຣອນທີເອີ ໄດ້ເອົາໃຈໃສ່ພົວພັນກັບບັນດາອົງການລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ, ໂດຍສະເພາະແມ່ນກະ ຊວງປ້ອງກັນປະເທດ ບົນພື້ນຖານການປົກປັກຮັກສາ ແລະ ເສີມຂະຫຍາຍ

ມິດຕະພາບລາວ-ຈີນ ອັນເປັນມູນເຊື້ອ, ປະສານກັບກະຊວງປ້ອງກັນປະເທດ ກໍຄື ກອງບັນຊາການທະຫານອາກາດເພື່ອປະ ກອບສ່ວນເຂົ້າໃນວຽກງານການພັດທະນາ ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ສ້າງສາພັດທະນາສາຍພົວພັນຄູ່ຮ່ວມມືຮອບດ້ານບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈກັນ, ຊ່ວຍເຫລືອກັນ ແລະ ມີຜົນປະ ໂຫຍດຮ່ວມກັນ, ສົ່ງເສີມການຈັດຕັ້ງປະຕິບັດພາລະໜ້າທີ່ທາງດ້ານສັງຄົມຂອງບໍລິສັດ ສປ ຈີນ ຢ່າງເປັນຈິງ, ປະກອບສ່ວນໃນການພັດທະນາສາຍພົວພັນຮ່ວມມືທີດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມເຈລະຈາທີ່ດີຕໍ່ກັນ.

ຂ່າວ: ໜັງສືພິມກອງທັບ