ຈັດພິທີ…!!! ປະດັບຫຼຽນກາມິດຕະພາບ ໃຫ້ນາຍທະຫານກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ.

0
374

ວັນທີ 30 ມີຖຸນາ 2021 ທີ່ຜ່ານນີ້, ຢູ່ທີ່ຫ້ອງຮັັບແຂກ ກອງບັນຊາການທະຫານອາກາດໄດ້ຈັດພິທີປະດັບຫຼຽນການມິດຕະພາບໃຫ້ແກ່ນາຍທະຫານກອງບັນຊາການທະຫານອາກາດກອງທັບປະຊາຊົນລາວ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ສະຫາຍ ພົນຕີ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ສະຫາຍ ພັນເອກ ຢາບາລົບ ອັນເດຼ່ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດແຫ່ງ ສ ຮັດເຊຍ ປະຈໍາ ສປປ ລາວ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.

ໂດຍປະຕິບັດຕາມສັນຍາການຊ່ວຍເຫຼືອລະຫວ່າງສອງກະຊວງປ້ອງກັນປະເທດລາວ-ຮັດເຊຍ ແລະ ເພື່ອເປັນການຍ້ອງຍໍຊົມເຊີຍຕໍ່ນາຍທະຫານທີ່ມີຜົນງານປະກອບສ່ວນການພົວພັນຮ່ວມມືດ້ານການທະຫານ ດັ່ງນັ້ນ ກະຊວງປ້ອງກັນປະເທດ ສ ຮັດເຊຍ ຕົກລົງປະດັບຫຼຽນກາມິດຕະພາບຂອງກະຊວງປ້ອງກັນປະເທດ ສ ຮັດເຊຍໃຫ້ແກ່ນາຍທະຫານກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ຕາງໜ້າປະດັບໂດຍ

ສະຫາຍ ພັນເອກ ຢາບາລົບ ອັນເດຼ່ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດແຫ່ງ ສ ຮັດເຊຍ ປະຈໍາ ລາວ ໃນນີ້, ໄດ້ປະດັັບຫຼຽນກາມິດຕະພາບໃຫ້ສະຫາຍ ພົນຈັດຕະວາ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ, ສະຫາຍພົນຈັດຕະວາ ບຸນມາ ຈັນທະວົງສາ ຮອງ ກອງບັນຊາການທະຫານອາກາດ ແລະ ສະຫາຍ ພັນເອກ ບຸນລອນ ພົນສີລາ ຫົວໜ້າພະແນກອົບຮົມການບິນ ກອງພັນໃຫຍ່ 702. ຂ່າວຍັງໃຫ້ຮູ້ຕື່ມວ່າ:

ໃນຕອນແລງຂອງວັນດຽວກັນ, ສະຫາຍ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ລົງຢ້ຽມຢາມສູນຝຶກ ກອງບັນຊາການທະຫານອາກາດ ພາຍຫຼັງທີ່ຊ່ຽວຊານ ສ ຮັດເຊຍໄດ້ສໍາເລັດການຕິດຕັ້ງອຸປະກອນໃນການຮຽນ-ການສອນດ້ວຍລະບົບຄອມພິວເຕີເຊີ່ງປະກອບມີຫ້ອງຮຽນທິດສະດີ ແລະ

ພາກປະຕິບັດຕົງຈິງຂອງເຮືອບິນ(AN)ອານ-26 , ຫ້ອງຮຽນວິຊາພາຫະນະເຕັກນິກພາກພື້ນຮັບໃຊ້ການບິນ, ຫ້ອງຮຽນວິທະຍຸສື່ສານພາກພື້ນດີນ ແລະ ວິທະຍຸລາດາ, ຫ້ອງຫໍສະໝຸດປື້ມການຮຽນ-ການສອນຂອງທຸກໆວິຊາຮຽນເພື່ອເປັນພື້ນຖານໃນການຮໍ່າຮຽນ ແລະ ປະຕິບັດວຽກຕົວຈິງໄດ້ຮັບຜົນສໍາເລັດ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ເຮືອບິນ.

ໂດຍ: ສີທາ ສີສົມບັດ

ຂອບໃຈທີ່ມາ:Lao people’s Army News