ເງິນກີບລາວຍັງຄົງອ່ອນຄ່າລົງຢ່າງຕໍ່ເນື່ອງ ເມື່ອທຽບກັບສະກຸນເງິນຕາຕ່າງປະເທດ ໂດຍສະເພາະກໍແມ່ນເງິນບາດ ແລະ ເງິນໂດລາສະຫະລັດ, ສົ່ງຜົນໃຫ້ຄ່າຄອງຊີບຖີບຕົວສູງຂຶ້ນທ່າມກາງການລະບາດຂອງ ພ ະ ຍ າ ດ ໂ ຄ ວ ິ ດໃນຊ່ວງຫຼາຍເດືອນຜ່ານມາ, ການເກີດສະພາວະສະພາບຄ່ອງທາງດ້ານເສດຖະກິດທີ່ບໍ່ກໍ້າເກິ່ງກັນ ເປັນຜົນເຮັດໃຫ້ເກີດມີຊ່ອງວ່າງໃນຕະຫຼາດແລກປ່ຽນເງິນຕາພາຍໃນ ທັງເກີດຄວາມຫຼູໂຕນກັນຢ່າງຂາດຮອຍລະຫວ່າງອັດຕາແລກປ່ຽນທີ່ທາງການກຳນົດ ທຽບກັບອັດຕາແລກປ່ຽນຕາມຮ້ານແລກປ່ຽນພາຍນອກ ເຮັດໃຫ້ປະສົບກັບໄພເງິນເຟີ້ຢ່າງບໍ່ສາມາດຫຼີກລ່ຽງໄດ້.
ອັດຕາແລກປ່ຽນທີ່ທາງທະນາຄານກາງກຳນົດອອກໃນມື້ນີ້ແມ່ນ 9,494 ກີບຕໍ່ 1 ໂດລາ, ຂະນະທີ່ເງິນບາດແມ່ນ 295,08 ກີບຕໍ່ 1 ບາດ, ແຕ່ທາງຮ້ານແລກປ່ຽນເງິນຕາຂ້າງນອກຊໍ້າພັດກະໂດດຂຶ້ນເກືອບ 11,000 ກີບຕໍ່ 1 ໂດລາ, ແລະ 342 ກີບຕໍ່ 1 ບາດ.ເຖິງແມ່ນວ່າທາງທະນາຄານກາງໄດ້ປະກາດເມື່ອປີກາຍນີ້ວ່າຈະພະຍາຍາມຮັກສາມູນຄ່າຂອງເງິນກີບລາວໂດຍທຽບກັບສະກຸນເງິນຕາຕ່າງປະທດບໍ່ໃຫ້ຫຼຸດ 5 ເປີເຊັນ, ແຕ່ເບິ່ງຄືກັບວ່າຈະເປັນການຍາກທີ່ຈະຮັກສາມູນຄ່າເງິນກີບໄວ້ໄດ້ໃນລະດັບນີ້ ເມື່ອສົມທຽບໃສ່ສະຖານະການໃນປັດຈຸບັນ.
ອາຈານຄົນໜຶ່ງບໍ່ປະສົງອອກນາມ, ບ້ານດົງໂດກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນບອກກັບທີມງານ ລາວໂພສ ວ່າ: ໄດ້ມີການຜ່ອນລົດຍົນໃນສະກຸນເງິນໂດລາສະຫະລັດ ເຊິ່ງຕ້ອງຜ່ອນຊຳລະເປັນງວດໃນແຕ່ລະເດືອນດ້ວຍອັດຕາແລກປ່ຽນຕາມທາງທະນາຄານກຳນົດອອກໃນແຕ່ລະວັນ ແຕ່ເນື່ອງຈາກຄ່າເງິນກີບລາວທີ່ອ່ອນຕົວລົງນັບມື້, ການຊຳລະຄ່າຜ່ອນລົດກໍເຫັນວ່າແພງຂຶ້ນເລື້ອຍໆ ເນື່ອງຈາກລາຍຮັບແມ່ນເປັນເງິນກີບ ແຕ່ຕ້ອງຊຳລະເປັນເງິນໂດລາ ເຖິງຈະໄລ່ຕາມເລດທະນາຄານກໍຕາມ.
ອີງຕາມບົດຄົ້ນຄ້ວາໂດຍຫຍໍ້ດ້ານນະໂຍບາຍ ໃນຫົວຂໍ້ເງິນກີບອ່ອນຄ່າກະທົບໂດຍກົງຕໍ່ຜູ້ບໍລິໂພກ ແລະ ທຸລະກິດພາຍໃນປະເທດ ໃນໄລຍະການລະບາດຂອງພ ະ ຍ າ ດ ໂ ຄ ວ ິ ດ ຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າວ່າ: ຜົນກະທົບຂອງພ ະ ຍ າ ດ ໂ ຄ ວ ິ ດ ຕໍ່ເສດຖະກິດຂອງ ສປປ ລາວ ແມ່ນບໍ່ຕ່າງກັບປະເທດກຳລັງພັດທະນາອື່ນໆ ໂດຍສະເພາະການສົ່ງອອກ, ການລົງທຶນຕ່າງປະເທດ ແລະ ຂະແໜງບໍລິການຕິດພັນກັບການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ບັນດາສະຖານທີ່ທ່ອງທ່ຽວຕ່ງໆຫຼາຍແຫ່ງຢຸດຊົ່ວຄາວ.ຍຸກເຂົ້າຍາກໝາກແພງ ບວກກັບສະພາບການແຜ່ລະບາດຂອງພະຍາດໂຄວິດ ລວມທັງໄພເງິນເຟີ້ ໄດ້ສົ່ງຜົນກະທົບໜັກສົມຄວນຕໍ່ການດຳລົງຊີວິດຂອງປະຊາຊົນ ເຊິ່ງໄດ້ແຕ່ຫວັງວ່າວິກິດການຄັ້ງນີ້ຈະໄດ້ຮັບການແກ້ໄຂໄດ້ຢ່າງຖ່ວງທັນ.