ຝົນມາ ຈົ່ງພາກັນລະວັງໄຂ້ເລືອດອອກ ໄຂ້ເລືອດອອກ ເກີດຈາກເຊື້ອໄວຣັສ ເດງກີ (Dengue Fever) ມີຍຸງລາຍ ເປັນພາຫະນຳເຊື້ອ ສາມາດພົບເຫັນ ການຕິດເຊື້ອໄດ້ ທັງໃນເດັກນ້ອຍ ແລະ ຜູ້ໃຫຍ່ ອາການຂອງຜູ້ຕິດເຊື້ອ ,ມີໄຂ້ຂື້ນສູງກະທັນຫັນ 38.5 ອົງສາເຊ ເບື່ອອາຫານ, ໜ້າແດງ, ວິນຫົວ, ປວດຮາກ ,ຜື່ນແດງເປັນຈຸດ ຫຼື ຈຸດເລືອດອອກ ນ້ອຍໆ ຂຶ້ນຕາມຕົນໂຕເຊັ່ນ: ແຂນ, ຂາ ຫຼື ອາຈົມເປັນສີດຳ ,ມີອາການຊັອກ ເມືອໄຂ້ຫຼຸດລົງຢ່າງໄວວາ. ມື, ຕີນເຍັນ ກຳມະຈອນເຕັ້ນຄ່ອຍ ແລະ ໄວ
ວິທີປິ່ນປົວ:ໃຫ້ຢາຫຼຸດໄຂ້ ”ຫ້າມໃຊ້ແອສໄພລີນ” ດື່ນນ້ຳໃຫ້ຫຼາຍໆ ຫຼື ດື່ມນ້ຳເກືອແຮ່ແທນນ້ຳລ້າ ຖ້າວ່າມີອາການເຈັບທ້ອງ, ມີອາການຊືມ, ສັ່ນ, ມື, ຕີນເຍັນ ເມື່ອມີອາການໄຂ້ຫລຸດລົງ ໃຫ້ຟ້າວນຳສົ່ງໂຮງໝໍໂດຍໄວ
ວິທີປ້ອງກັນ:ເມື່ອທ່ານມີອາການທີ່ໜ້າສົງໃສ ຄວນຟ້າວໄປພົບແພດໂດຍໄວ ປ້ອງກັນບໍ່ໃຫ້ຍຸງກັດ ໂດຍສະເພາະເວລາກາງເວັນ ທຳລາຍແຫຼ່ງເພາະພັນຍຸງ ຖອກພາຊະນະ ທີ່ມີນ້ຳຂັງ