ເກີດແຜ່ນດິນໄຫວ ແຮງສັ່ນສະເທືອນ 4,9 ຣິກເຕີ​ ພ້ອມເກີດ​ Aftershock​ ຕາມມາ​ 3​ ຄັ້ງ​ ຈຸດສູນກາງທີ່ເມືອງເງິນ​ ແຂວງໄຊຍະບູລີ

0
269

ເກີດແຜ່ນດິນໄຫວ ແຮງສັ່ນສະເທືອນ 4,9 ຣິກເຕີ​ ພ້ອມເກີດ​ Aftershock​ ຕາມມາ​ 3​ ຄັ້ງ​ ຈຸດສູນກາງທີ່ເມືອງເງິນ,​ ແຂວງໄຊຍະບູລີລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 7 ກໍລະກົດ 2021, ເວລາ 13:43 ໂມງ​ ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ, ຫຼັງຈາກເກີດເຫດແຜ່ນດິນໄຫວ ຈຳນວນ 1 ຄັ້ງ, ໃນບໍລິເວນ ແຂວງໄຊຍະບູລີ, ໃນເວລາ 13:43:49​ໂມງທ້ອງຖິ່ນ​ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.68°N ແລະ ເສັ້ນແວງທີ່ 101.15°C ຄວາມແຮງສັ່ນສະເທືອນວັດແທກໄດ້ 4,​9 ຣິກເຕີ​ ເຊິ່ງມີຄວາມເລີກຈາກເທິງ

ໜ້າດິນປະມານ​ 15​ ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ບໍລິເວນ ບ້ານ ປຸ່ງຟາດ ເມືອງ ເງິນ ແຂວງ ໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ເງີນ ປະມານ 8​ ກິໂລແມັດແລະ ໄດ້ມີເຫດການແຜ່ນດິນໄຫວຂະໜາດໜ້ອຍຕາມມາ​ (Aftershock) ຈຳນວນ​ 3 ຄັ້ງ, ລາຍລະອຽດຂອງການເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້:ໃນເວລາ 13:54:44​ ໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.621°N ແລະ​ ເສັ້ນແວງທີ່ 101.127°C

ຄວາມແຮງສັ່ນສະເທືອນວັດແທກໄດ້ 3,​1 ຣິກເຕີ​ ເຊິ່ງມີຄວາມເລີກຈາກເທີງໜ້າດິນປະມານ​ 1​ ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ ບໍລິເວນ ບ້ານ ນາງົວ ເມືອງເງິນ ແຂວງ ໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ເງີນ ປະມານ 2 ກິໂລແມັດ.​ໃນເວລາ 14:09:47​ ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.626°N ແລະ​ ເສັ້ນແວງທີ່ 101.217°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3,​2 ຣິກເຕີ​ ເຊິ່ງມີຄວາມເລີກຈາກ

ເທິງໜ້າດິນປະມານ​ 2 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ ບໍລິເວນ ເມືອງເງິນ ແຂວງ ໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ເງີນ ປະມານ 11 ກິໂລແມັດ.​ໃນເວລາ 14:12:18​ ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.638°N ແລະ​ ເສັ້ນແວງທີ່

101.116°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2,​8 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ​ 5​ ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ ບໍລິເວນ ເມືອງເງິນ ແຂວງ ໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ເງີນ ປະມານ 3 ກິໂລແມັດ.​ການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ; ເຊິ່ງເຫດການແຜ່ນດິນໄຫວຄັ້ງນີ້ຈັດໃນແຜ່ນດິນໄຫວຂະໜາດໜ້ອຍ ຫາ ປານກາງ ສາມາດສ້າງຄວາມເສຍໄດ້.