ວິທີການສັງເກດແຟນຕົນເອງວ່າມີທ່າທີ ທີ່ຍັງບໍ່ລືມຄົນຮັກເກົ່າ. ຖ້າສັງເກດອອກກໍ່ຄວນເລີ່ມທຳໃຈ ຫຼື ຫາທາງແກ້ໄຂແຕ່ຫົວທີ ເລື່ອງມັນຈຶ່ງຈະບໍ່ໄປກັນໃຫ່ຍ.
ຖ້າເຮົາເປັນຄົນສັງເກດລະອຽດ,ຖ້າແຟນຂອງເຮົາຍັງມີໃຈໃຫ້ແຟນເກົ່າ ເຂົາກໍ່ສະແດງອາການໃຫ້ເຫັນ. ມີຫຼາຍໆສັນຍານທີ່ເຮົາສາມາດສັງເກດເບິ່ງໄດ້, ມີດັ່ງນີ້:
- ລາວຍັງຕິດຕໍ່ກັບຄົນຮັກເກົ່າຢູ່ : ບໍ່ວ່າຈະເປັນທາງໂລກອອນລາຍ, ທາງຊີວິດຈິງ, ຫຼືຍັງບອກວ່າເປັນໝູ່ກັນ… ເຊິ່ງຕິດຕໍ່ໂດຍວິທີໃດກໍ່ແລ້ວແຕ່ ຖືວ່າຄວາມສຳພັນຍັງບໍ່ທັນຂາດຈາກກັນ.
- ແຟນເຮັດໂຕແປກໆ, ເຫີນຫ່າງ ແລະ ສັບສົນ : ເມື່ອໄດ້ຍິນຂ່າວວ່າ ລາວຍັງຕິດຕໍ່ກັບແຟນເກົ່າ ແລ້ວ ເຂົາສະແດງອາການແປກໆ, ເຮັດໂຕເຫີນຫ່າງເຮົາ,ແລ້ວ ສັງເກດເຂົາຄືດັ່ງມີເລື່ອງລັງເລໃຈຈັກຢ່າງ,. ເມື່ອເຮົາຖາມເຂົາກໍ່ບອກວ່າ ບໍ່ໄດ້ເປັນຫຍັງ, ມີເລື່ອງກຸ້ມໃຈໜ້ອຍໜຶ່ງ, ຂໍຈັດການເລື່ອງນັ້ນເອງ.. ແບບນີ້ກໍ່ລະວັງໄວ້.
- ອອກອາການບໍ່ພໍໃຈ ຫຼັງຈາກທີ່ລາວຮູ້ວ່າຄົນຮັກເກົ່າໄດ້ພົບຮັກໃໝ່ : ເມື່ອເວລາຢູ່ນຳກັນກໍ່ປົກກະຕິດີ, ຈົນກະທັ່ງລາວໄດ້ຮູ້ວ່າແຟນເກົ່າລາວມີຄົນຮັກໃໝ່, ບໍ່ວ່າຈະເປັນການເປີດ ເຟສບຸກໄປເຫັນ, ມີໝູ່ສົ່ງມາບອກ ຫຼື ເຫັນໂພສ໌ ແຟນເກົ່າໃນບ່ອນອື່ນໆ, ແລ້ວກໍ່ເກີດອາການຫງຸດຫງິດ, ກະວົນກະວາຍ.. ສາເຫດທີ່ອອກອາການແນວນີ້ກໍ່ຄົງເປັນເພາະລາວຍັງມີເຍື້ອຍໃຍ ແລະ ຫວງແຟນເກົ່າຢູ່.
- ລາວມີອາການດີໃຈແບບເກັບອາການບໍ່ຢູ່ເວລາເຈິແຟນເກົ່າ : ບັງເອີນວ່າມີມື້ໃດມື້ໜຶ່ງ, ທັງສອງຄົນພາກັນໄປໃສຈັກບ່ອນ ແລ້ວໄປເຫັນແຟນເກົ່າລາວ, ຖ້າສາຍຕາຂອງລາວສະແດງອອກ ແບບດີໃຈ ແລະ ລາວກໍ່ອົມຍິ້ມຢູ່ ທັງໆທີ່ແຟນເກົ່າລາວຍ່າງກາຍໄປແລ້ວ. ຫຼື ເຈົ້າບໍ່ໄດ້ຢູ່ນຳລາວ ແລ້ວລາວເປັນຄົນມາເວົ້າສູ່ຟັງກໍ່ໃຫ້ສັງເກດສຽງຂອງລາວ ວ່າມີອາການຕື່ນເຕັ້ນ ຫຼື ສຽງແປກໆ ກໍ່ແປວ່າເຂົາຍັງມີເຍື້ອຍໃຍກັນຢູ່.
- ມັກປຽບທຽບເຮົາກັບແຟນເກົ່າ : ຕອນເວລາປົກກະຕິກໍ່ບໍ່ໜ້າຈະມີໃຜມາປຽບທຽບດອກ, ແຕ່ເວລາທີ່ຜິດກັນ ຫຼື ເຮົາເຮັດຫຍັງໃຫ້ບໍ່ພໍໃຈກໍ່ຫຼົງເວົ້າອອກປຽບທຽບ. ແລະ ຍິ່ງຖ້າເຂົາປຽບທຽບເຮົາດ້ອຍກວ່າແຟນເກົ່າລາວ, ນັ້ນກໍ່ສະແດງວ່າລາວກຳລັງຄິດທຽບຢູ່ໃນໃຈວ່າຄົນເກົ່າກັບຄົນໃໝ່ໃຜດີກວ່າໃຜ. ຖ້າຕັດຂາດກັນແລ້ວຈະເອົາມາປຽບທຽບເຮັດຫຍັງ ແມ່ນບໍ່ລະ
- ລາວຢາກກັບໄປເປັນໝູ່ກັບແຟນເກົ່າ : ເມື່ອເຮົາຮູ້ວ່າເຂົາຍັງຕິດຕໍ່ກັນ, ແລ້ວ ແຟນເຮົາກໍ່ມາບອກວ່າ ໃຫ້ວາງໃຈໄດ້ ເລື່ອງຂອງລາວກັບແຟນເກົ່ານັ້ນ ລົມກັນຢູ່ພຽງໃນຖານະໝູ່, ເພາະ ລາວທຳໃຈໄດ້ແລ້ວ, ບໍ່ໄດ້ຄິດຫຍັງກັບເຂົາແລ້ວນອກຈາກໝູ່.. ເຫດຜົນນີ້ລະ ທີ່ເປັນຈຸເລີ່ມຕົ້ນເຮັດໃຫ້ຫຼາຍຄູ່ເຈິມາແລ້ວ.
- ແຟນເກົ່າລາວພະຍາຍາມກັບເຂົ້າມາໃນວົງຈອນຊີວິດອີກຄັ້ງ : ກໍລະນີນີ້ອາດຈະບໍ່ແມ່ນແຟນເຈົ້າເປັນຝ່າຍເລີ່ມ, ແຕ່ກັບເປັນຝ່າຍແຟນເກົ່າລາວເປັນຄົນເຂົ້າມາພົວພັນກັບຊີວິດລາວ. ເຊິ່ງບໍ່ມີຫຍັງເປັນໄປບໍ່ໄດ້ວ່າແຟນເຮົາຈະໜັກແໜ້ນພໍ ໃຈແຂງທີ່ຈະບໍ່ຍອມຄິດເຫັນເລື່ອງເກົ່າໆໄດ້.
- ໂພສຂໍ້ຄວາມ ຫຼື ສະເຕຕັດ ແນວແປກໆ : ທັງໆທີ່ຄົບກັບເຮົາໄປແລ້ວ ແຕ່ບໍ່ຍອມປ່ຽນສະເຕຕັດ, ຫຼື ໂພສ໌ ແນວແປໆທີ່ມີທ່າອ່ຽງເວົ້າໃຫ້ ຫຼື ປະຊົດແຟນເກົ່າ.
- ເຂົາລັກໄປເຈິກັນ ໂດຍພະຍາຍາມບໍ່ບອກເຮົາ : ກໍລະນີນີ້ອາດຈະມີຄົນຮູ້ຈັກ ຫຼື ໝູ່ເຮົາເຂົາໄປເຫັນແລ້ວມາບອກເຮົາ. ຫຼື ຮູ້ຈັກທາງອຶ່ນໆ. ແບບນີ້ພະຍາມທຳໃຈໄດ້ເລີຍ.
ນອກຈາກ 9 ຂໍ້ແລ້ວຍັງມີອີກຫຼາຍໆອາການ, ແຕ່ຂໍສັງລວມພຽງເທົ່ານີ້ ອາດຈະຖືກກັບພຽງບາງຄົນ. ບໍ່ຄວນນຳເອົາໄປກວມລວມໃສ່ແຟນໂຕເອງ. ພຽງແຕ່ຢາກໃຫ້ອ່ານ ເພື່ອໄວ້ເປັນຄວາມຮູ້ໃນການສັງເກດ. ເພາະມີບາງຄົນບໍ່ຮູ້ສັງເກດແຟນໂຕເອງ.
ຖ້າແຟນຂອງເຈົ້າມິພຶດຕິກຳ ຫຼື ອາການໃດໆທີ່ນອນຢູ່ໃນ 9 ຂໍ້ນີ້ ການເກັບຂໍ້ສົງໃສໄວ້ໃນໃຈຄົນດຽວກໍ່ຄົງຈະບໍ່ດີ, ເພາະມັນຈະເຮັດໃຫ້ເຮົາກັງວົນ ແລ້ວ ໄປຈັບຜິດ ເກາະຜິດກັບລາວ,ຈົນເຮັດໃຫ້ແຟນລຳຄານ.
ສະນັ້ນຖ້າມີຫຍັງສົງໃສ, ແນະນຳໃຫ້ຫາໂອກາດ ລົມກັນເປີດໃຈກັນເລີຍດີກວ່າ. ແຕ່ຖ້າວ່າແຟນເຮົາມີທ່າອ່ຽງໄປແທ້ ເຮົາກໍ່ຄວນເປັນໂຕຂອງໂຕເອງທີ່ສຸດຄືເຮັດໃຫ້ເຮົາດີກວ່າແຟນເກົ່າລາວ,ໃຫ້ລາວຮັກ ແລະ ປະທັບໃຈເຮົາ.ຮັບຮອງເຮົາເປັນຝ່າຍຊະນະແນ່ນອນ.
ແຕ່ຖ້າໃຈເຂົາບໍ່ຢູ່ກັບເຮົາແລ້ວ ກໍ່ຄວນມີແຕ່ຕ້ອງຍອມຮັບໃນຄວາມຈິງ