ຮວງຈຸ້ຍຕົ້ນໄມ້ມົງຄົນ ກຳລັງເປັນທີ່ນິຍົມຫຼາຍໃນຊ່ວງ 3-4 ມານີ້ເພາະຕ້ອງຫາເນື້ອທີ່ເໝາະສຳ ລັບສ້າງບ້ານແລ້ວ ເຈົ້າຂອງບ້ານຄວນຮູ້ນຳວ່າ ຮວງຈຸ້ຍລັກສະນະແບບໃດ ທີ່ບໍ່ຄວນໄປສ້າງບ້ານໃນບໍລິເວນນັ້ນ ຊຶ່ງບົດຄວາມນີ້ຈະພາໄປຮູ້ຈັກກັບຮວງຈຸ້ຍທີ່ບໍ່ຄວນສ້າງບ້ານ ຊຶ່ງມີຫຼາຍເຖິງ 12 ແບບ
ມີກະແສລົມແຮງພັດຜ່ານຕະຫຼອດເວລາ ພະລັງຂອງລົມຈະພັດພາເງີນທອງຊັບສິນບໍ່ໃຫ້ເຫຼືອເກັບ ແຕ່ຖ້າບໍ່ມີລົມພັດເລີຍ ພະລັງງານທີ່ດີກໍ່ຈະບໍ່ໝູນວຽນ ຮວງຈຸ້ຍທີ່ດີຄືມີລົມພັດຜ່ານ ອາກາດຖ່າຍເທດີ ແຕ່ບໍ່ແມ່ນພັດແຮງຕະຫຼອດເວລາ
ມືດແລະເຢັນ ສະແດງວ່າມີພະລັງຫຍີນຫຼາຍເກີນໄປ ເຮັດໃຫ້ເກີດໂລກໄພໄຂ້ເຈັບໄດ້ງ່າຍ ລວມທັງເປັນທີ່ຢູ່ຂອງວິນຍານຊຶ່ງເປັນພະລັງງານທີ່ບໍ່ດີ ບໍ່ຄວນຢູ່ອາໄສຮ່ວມກັບມະນຸດ
ທາງຊັນຊື່ເຂົ້າຫາປະຕູ ຄືສ້າງບ້ານເທິງປາຍອາວຸດ ມີແຕ່ອັນຕະລາຍ ບໍ່ແມ່ນເລື່ອງດີ
ຖະໜົນຊື່ເຂົ້າບ້ານ ເປັນລັກສະນະຂອງທາງສາມແພ່ງຫຼືທາງຜີຜ່ານ ຍິ່ງຖະໜົນຍາວວ ມີລົດຫຼາຍ ຍິ່ງອັນຕະລາຍ
ໃກ້ທາງໂຄ້ງ ໂດຍສະເພາະຂົວຫຼືວົງວຽນ ເບິ່ງເຫັນລົດຫຼືືສິ່ງທີ່ຈະເຂົ້າມາໃນບ້ານໄດ້ຍາກ ອາດອັນຕະລາຍທັງຈາກຄົນຂີ້ລັກແລະເປັນຈຸດດັກພະລັງງານທີ່ບໍ່ດີ
ຂະນາບດ້ວຍຕຶກສູງ ທັງຊ້າຍຂວາ ຫຼື ໜ້າຫຼັງ ໃນລັກສະນະຄືໜີບບ້ານທີ່ຢູ່ສູນກາງ ບໍ່ດີ ເພາະເປັນລັກສະນະຂອງໂລງສົບ ບ້ານທີ່ຢູ່ສູນກາງເປັນສົບ ຕາຍ ບໍ່ມີທາງຕື່ນ ເທົ່າກັບເຮັດມາຫາກິນບໍ່ຂຶ້ນ
ມຸມແຫຼມຂອງບ້ານດ້ານຂ້າງພຸ່ງເຂົ້າຫາຕົວບ້ານ ລັກສະນະນີ້ເປັນລັກສະນະຂອງສອນພິຄາດ ພະລັງຂອງຄວາມຮ້າຍຕ່າງໆ ຈະເຂົ້າມາບ້ານ
ດ້ານໜ້າບ້ານ ສານເຈົ້າ ຄຸກ ສະຖານທີ່ດັບເພີງ ສະຖານທີ່ເຫຼົ່ານີ້ຄືແຫຼ່ງລວມຂອງເລື່ອງທຸກຮ້ອນແລະຄວາມເດືອດຮ້ອນ ຊຶ່ງຈະສົ່ງຜົນມາເຖິງຄົນພາຍໃນບ້ານ
ທີ່ດິນປາກທາງນ້ຳ ຖືວ່າບໍ່ເປັນມົງຄົນ ເພາະນ້ຳໄຫຼຕະຫຼອດເວລາ ເກັບຊັບບໍ່ໄດ້ ທັງຍັງສ່ຽງຕໍ່ການຖືກກັດເຊາະແລະນ້ຳຖ້ວມອີກດ້ວຍ
ມີຕົ້ນໄມ້ໃຫຍ່ ເສົາໄຟຟ້າ ຫຼື ເສົາຫຼັກ ຂວາງກົງປະຕູໜ້າບ້ານ ສິ່ງຂອງເຫຼົ່ານີ້ເປັນສິ່ງອັບປະມົງຄຸນສິ່ງບໍ່ດີ ບໍ່ຄວນໃຫ້ຕັ້ງຢູ່ໜ້າບ້ານ
ມີຄອງ ຮ່ອງນ້ຳ ໄຫຼຜ່ານໂຕບ້ານ ເຮັດໃຫ້ຊັບສິນເສຍຫາຍ
ມີແອ່ງຢູ່ກາງບ້ານ ຫຼື ກາງໂຕບ້ານເປັນຫຼຸມບໍ່ ກາງບ້ານຄືຫົວໃຈຂອງພະລັງງານໃນບ້ານ ຫາກຢຸບຫຼືເປັນຫຼຸມລົງໄປຄວນບໍ່ເປັນມົງຄຸນ