ລູກສະມັກນຳ້ນົມ : ບັນຫາທີ່ລູກສະມັກນຳ້ນົມເປັນບັນຫາສຳຫຼັບແມ່ຢູ່ບໍ່ຫຼາຍກໍ່ໜ້ອຍເພາະການສະມັກນຳ້ນົມໃນເດັກນ້ອຍເກີດໃຫມ່ກໍ່ໃຫ້ເກີດບັນຫາຕາມມາຫຼາຍພໍສົມຄວນ ແລະ
ອາດເຖີງຂັ້ນໃຫ້ເສຍຊິດວິດໄດ້ ແລ້ວແມ່ຕ້ອງເຮັດແນວໃດເມື່ອລູກນ້ອຍຂອງທ່ານເກີດການສະມັກນົມ?? Mama Expert ມີຄວາມຮູ້ດີໆ ພ້ອມກັບນຳວິທີປ້ອງກັນ ແລະຊ່ວຍເຫຼືອເມື່ອລູກສະມັກນົມມາຟາກແມ່ມືໃຫມ່ຫຼາຍໆຄົນກັນ.
+ ປັດໃຈທີ່ເຮັດໃຫ້ລູກສະມັກນົມມີຄື:
1.ປັດໃຈພາຍໃນທີ່ເຮັດໃຫ້ລູກສະມັກນົມ : ເດັກນ້ອນແລກເກີດທີ່ມີບັນຫາອະໄວຍະວະກ້ຽວຂ້ອງກັບການດູດກືນທີ່ຜິດປົກກະຕິ ເຊັ່ນ: ປາກແຫວ່ງເພດານໂວ້,ຊ່ອງຕໍ່ລະຫວ່າງທາງເດີນອາຫານກັບລະບົບທາງເດີນຫາຍໃຈມີບັນຫາ ເດັກແລກເກີດທີ່ມີບັນຫາເລື່ອງໂລກຫົວໃຈ ຫຼື ປອດ ເຮັດໃຫ້ຫາຍໃຈໄວຂື້ນຈີ່ງມີໂອກາດໃນການສະມັກນົມຫຼາຍກ່ວາເດັກທົ່ວໄປ.
2. ປັດໃຈພາຍນອກທີ່ເຮັດໃຫ້ລູກສະມັກນຳ້ນົມ : ລູກສະມັກນົມເພາະວິທີການໃຫ້ນົມ ການໃຫ້ລູກດູດນົມແມ່ ໂອກາດທິ້ຈະເກີດການສະມັກມີໜ້ອຍເພາະນຳ້ນົມແມ່ຈະໄຫລກໍ່ຕໍ່ເມື່ອລູກດູດນົມແມ່ ແຕ່ຫາກໃຫ້ນົມຂວດ ບໍ່ວ່າລູກຈະດູດ ຫຼື ບໍ່ດູດນົມກໍ່ຈະໄຫຼອອກມາ ດັ່ງນັ້ນຫາກທ່ານອຸ້ມໃຫ້ນົມລູກຖືກວິທີ ເຊັ່ນ ປ້ອນນົມໃນຂະນະທີ່ເດັກນອນ ປ້ອນນົມໃນຂະນະທີ່ລູກຮ້ອງໄຫ້ ຫຼື ໃຫ້ລູກນອນກີນນົມກໍ່ມີໂອກາດທີ່ລູກຈະສະມັກນົມໄດ້.
ລູກສະມັກນົມເພາະປະລິມານນົມ ເປັນໄປໄດ້ທີ່ທ່ານເກີດຄວາມເຂົ້າໃຈຜິດ ກ້ຽວກັບເລື່ອງກີນຂອງລູກ ( ຮ້ອງໄຫ້ລະປ້ອນນົມ)ເຮັດໃຫ້ປະລິມານນົມໃນກະເພາະຫຼາຍເກີນຄວາມຕ້ອງການຈື່ງເຮັດໃຫ້ເກີດການສະມັກນົມອອກມາລູກສະມັກນົມເພາະການໃຊ້ຂວດນົມທີ່ຜິດຂະໜາດດ ບໍ່ເຫມາະກັບຊ່ວງໄວ,ກໍ່ມີສ່ວນໃຫ້ປະລິມານນົມທີ່ລູກໄດ້ຮັບຫຼາຍເກີນໄປ.
+ ອາການທີ່ສະແດງວ່າລູກກຳລັງສະມັກນົມ
-ລະຫວ່າງທີ່ເດັກກີນນົມ ທຳອິດເດັກຈະໄອ ມີອາການຄືກັບຈະຮາກ ຫຼື ມີເອ໊ຍອອກມາ ຫາກສະມັກບໍ່ຫຼາຍກໍ່ອາດຈະໄອເລັກນ້ອຍ 2-3 ຄັ້ງແລ້ວກໍ່ຫາຍໄປ.
-ຫາກສະມັກຫຼາຍເດັກຈະໄອແຮງເຖີງຂະໜາດຫນ້າແຫຼ້ ຫຼື ມີສ່ຽງຫາຍໃຈທີ່ຜິດປົກກະຕິດັງກີດກາດ.
-ກໍລະນີທີ່ມີອາຫານອື່ນເຂົ້າໄປຮ່ວມອີກ ເດັກອາດໂຕຂຽວ ມີອາການຄຽງຂ້າງຕາມມາ ເຊັ່ນ: ໄອຊຳເຮື້ອ, ຜິດປົກກະຕິລັກສະນະແບບນີ້ຄວນຮິບພາລູກໄປພົບແພດໄວ.
-ບາງຄັ້ງການສະມັກອາດບໍ່ຈຳເປັນຕ້ອງສະມັກແຕ່ຕອນກີນນົມ ເນື່ອງຈາກຂະນະທີ່ເດັກນອນຫຼັບ ກະເພາະອາຫານຈະຄ່ອຍໆຜ່ອນຄາຍຕົວເຮັດໃຫ້ນົມໄຫລຍ້ອນກັບຄືນມາໄດ້.
-ຂອງແຫຼວເຂົ້າໄປໃນເດັກນ້ອຍອາດບໍ່ຮຸນແຮງຫາກໃຫ້ນົມ ແລະ ເບີ່ງແຍງຖືກວິທີ.
+ ການປ້ອງກັນລູກສະມັກນົມ ແມ່ສາມາດເຮັດໄດ້ດັ່ງນີ້:
– ຄວນໃຫ້ລູກໄດ້ຮັບນົມແມ່ຢ່າງດຽວໃນຊ່ວງ 6 ເດືອນແລກທີ່ສຳຄັນ ຄວນເລີ່ມຕົ້ນໃຫ້ອາຫານເສີມຕາມໄວທີ່ເໝາະສົມ ຄືເມື່ອອາຍຸ 4-6 ເດືອນໄປແລ້ວ ເພາະທັກສະການດູດກືນຂອງລູກທຳງານໄດ້ດີຂື້ນກ່ວາຊ່ວງແລກເກີດ ແລະສາມາດຊັນຄໍຕັ້ງຊື່ໄດ້ດີ ໂອກາດທີ່ຈະເກີດການສະມັກກໍ່ໜ້ອຍລົງ.
– ໃຫ້ລູກນ້ອຍນອນສະແຄງຫຼໃຫ້ນົມ ເພື່ອປ້ອງກັນການສະມັກນົມ ຄວນອຸ້ມພາດບ່າເພື່ອໃຫ້ລູກນ້ອຍທຸກຄັ້ງຫຼັງການໃຫ້ນົມ ແລະ ຈັບໃຫ້ລູກນອນສະແຄງແທນການນອນຫງ່າຍ ເພື່ອບໍ່ໃຫ້ເກີນການໄຫລຍ້ອນກັບຂອງນົມອອກມາທາງຫຼອດອາຫານ ຈົນສາເຫດໃຫ້ເກີດການສະມັກໄດ້ໂດຍສະເພາະເດັກນ້ອນ( 0-2ເດືອນ) ເພາະຄໍຍັງບໍ່ແຂງແຮງ ຄວນໃຊ້ວິທີການອຸ້ມລູກນັ່ງຕັກ ໃຊ້ມືປະຄອງແລ້ວໃຫ້ມືອີກຂ້າງຫຼັງຂື້ນເບົາໆ ສຳຫຼັບເດັກທີ່ຄໍແຂງດີແລ້ວ ຫຼື ໃຊ້ວິທີອຸ້ມພາດບ່າກໍ່ໄດ້.
+ ວິທີຊ່ວຍເຫຼືອເບື້ອງຕົ້ນເມື່ອລູກສະມັກນົມ : ຈັບເດັກນອນສະແຄງ ໃຫ້ຫົວເດັກຕຳ່ເລັກນ້ອຍ ເພື່ອປ້ອງກັນບໍ່ໃຫ້ນົມ ຫຼື ອາຫານທີ່ອາດມີຢູ່ໃນປາກໄຫລຍ້ອນກັບໄປທີ່ປອດທີ່ສຳຄັນຄວນຈັບເດັກອຸ້ມຂື້ນທັນທີເມື່ອເກີດການສະມັກ.