ນອນບໍ່ຫຼັບ ຍ້ອນຫຍັງ, ສາເຫດໃດກັນແທ້ ໝໍແນະນຳໄວ້ແບບນີ້

0
291

ຈາກໂພສ ໜຸ່ມໝໍ Bouy Sisavath Mxss ສະບາຍດີ! ຫມໍຂໍເລົ່າ ມື້ນີ້ຂໍມາເວົ້າເລື່ອງຂອງ “ນອນບໍ່ຫລັບ”
ຕ້ອງບອກກ່ອນວ່າ ນອນບໍ່ຫລັບເປັນອາການ ຢ້ຳອາການ ບໍ່ແມ່ນ “ພະຍາດ”

ເຊິ່ງການນອນບໍ່ຫລັບມີຫລາຍຮູບແບບ ເຊັ່ນ ນອນນານຫລັບ ເຂົ້ານອນ 21:00 ຫລັບ 2:00 ຫລື ຕາໃສຊອດແຈ້ງ,

ນອນຫລັບຫລັບ ຕື່ນຕື່ນ ຕື່ນທຸກຊົ່ວໂມງ ນອນແລ້ວຍັງຮູ້ເມື່ອ , ນອນຫລັບໄວແຕ່ຕື່ນເຊົ້າ ເກີນກ່ວາເຫດແລ້ວນອນຫລັບຕໍ່ບໍ່ໄດ້

ເຊິ່ງອາການເຫລົ່ານີ້ຄວາມຈິງ ມາຈາກພະຍາດ ຕົວຢ່າງ ຜູ້ຍິງທີ່ໄກ້ຈະຫມົດປະຈຳເດືອນ ໄວທອງ,

ພະຍາດ ວິຕົກກັງວົນ ພະຍາດ ຄຼຽດ ພະຍາດຊຶມເສົ້າ ໂລກຈິດ ໂລກບ້າ ພະຍາດໂລກຈິດ 2 ຂົ້ວ ໆລໆ
ແປວ່າຜູ້ທີ່ນອນບໍ່ຫລັບຕ້ອງມີພະຍາດສາເຫດ ເຊິ່ງຊ່ວງໂຄວິດນີ້ ສ່ວນຫລາຍມາຈາກ ພະຍາດ ຄຼຽດ ເພາະພິດເສດຖະກິດ

ຈັງໃດກະພະຍາຍາມລົດຄວາມຄຼຽດ ອອກກຳລັງກາຍ ກິນອາຫານທີ່ມີປະໂຫຍດ ດ້ວຍຄວາມເປັນຫ່ວງ ຈາກ ຫມໍບຸ້ຍ … ແຊຕໍ່ໄດ້ຖ້າເປັນປະໂຫຍດ