10 ອາຫານຊ່ວຍບຳລຸງຕັບ ມີຫຍັງແດ່?ໄປເບິ່ງພ້ອມກັນເລີຍ:
1. ຖົ່ວເຫຼືອງ ແລະ ພະລິດຕະພັນທີ່ໄດ້ມາຈາກຖົ່ວເຫຼືອງອຸດົມໄປດ້ວຍໂປຣຕີນ, ແຄຣຊ່ຽມ, ທີ່ຈຳເປັນໃນການເຮັດຫນ້າທີ່ເປັນອົງປະກອບຂອງເນື້ອເຍື້ອເຊວ ແລະຈຳເປັນຕໍ່ການສ້າງນ້ຳບີຂອງຕັບເພື່ອເຮັດການຂັບສານເຄມີອອກຈາກຮ່າງກາຍອີກດ້ວຍ.
2. ປາ ເປັນອາຫານບຳລຸງຕັບທີ່ອັບເສບພາດບໍ່ໄດ້ເພາະຊີ້ນປາມີໂອເມກ້າ3 ແລະໂປຣຕີນ, ຍ່ອຍງ່າຍ ເຊີ່ງເປັນສານອາຫານທີ່ສຳຄັນສາມາດເຂົ້າໄປຊ່ວຍໃນການຊ່ອມແຊມເນື້ອເຍື້ອຕັບທີ່ເສຍໃຫ້ກັບມາດີຂື້ນໄດ້.
3. ເຂົ້າກ່ອງທີ່ບໍ່ໄດ້ຂັດສີ, ເຂົ້າໜົມປັງ, ເຜືອກ, ມັນ, ອາຫານປະເພດນີ້ມີມີຄາໂບໄຮເດດ, ວິຕາມີນບີລວມ ເຊີ່ງຮ່າງກາຍຕ້ອງການໄດ້ຮັບໃນປະລິມານພຽງພໍ ເພື່ອສະສົມ ແລະສ້າງໄກໂຄເຈນໃນຕັບເຊີ່ງຈຳເປັນໃນການຟື້ນຟູຕັບໃຫ້ແຂງແຮງ.
4. ຊີ້ນ, ນົມ, ໄຂ່ ມີໂປຣຕີນທີ່ຊ່ວຍໃນການຟື້ນຟູຕັບທີ່ອັບເສບໄດ້ດີຂື້ນ ເປັນອາຫານບຳລຸງຕັບອັບເສບທີ່ຫາກີນໄດ້ງ່າຍໄດ້ປະໂຫຍດທຸກສ່ວນຂອງຮ່າງກາຍບໍ່ສະເພາະແຕ່ຕັບ.
5. ນ້ຳຫມາກໄມ້ຄັ້ນສົດໆ ນ້ຳຕານຄືຄາໂບໄຮເດດເປັນອາຫານທີ່ຈຳເປັນສຳຫຼັບການຊ່ອມແຊມ ບຳລຸງຕັບ ເຊີ່ງສາມາດໃຊ້ຄາໂບໄຮເດດຈາກນ້ຳຕານຈາກຫມາກໄມ້ແທນການຮັບປະທານນ້ຳຫວານຈາກນ້ຳຕານຈະໄດ້ຄຸນຄ່າແລະປະໂຫຍດຈາກການບໍລິໂພກນ້ຳຕານໂດຍຕົງ.
6. ຜັກທີ່ມີຄຣູຕ້າໄຮໂອນ ຜັກປະເພດ ຫົວກະທຽມ, ຫົວຫອມບົ້ວໃຫຍ່, ຜັກໃບສີຂຽວ, ກະລຳປີ, ເຊີ່ງມີສ່ວນຊ່ວຍໃນການຂັບສານຜິດອອກຈາກຕັບໄດ້ຫມົດຈົດນັ້ນເອງ.
7. ຂີ້ຫມີ່ນ ມີວິຕາມີນ ແລະແຮ່ທາດຫຼາຍຊະນິດ, ຊ່ວຍບຳລຸງຟື້ນຟູຕັບໃຫ້ແຂງແຮງ, ຂ້າເຊື້ອແບັດທີເຣຍ ,ເຊື້ອຣາ,ຊ່ວຍຂັບນ້ຳບີ ແລະໄຂມັນໃນຕັບ.
8. ຫມາກໄມ້ຕ່າງໆ ຫມາກໄມ້ທີ່ຄວນຮັບປະທານ ໄດ້ແກ່ ຫມາກຫຸ່ງ, ສາລີ, ແອັບເປີ້ນ, ກ້ວຍນ້ຳ ແລະ ອື່ນໆ ມີຄາໂບໄຮເດດຊະນິດກາກໄຍສູງຊ່ວຍເສີມສ້າງພະລັງງານທີ່ພົກຜ່ອງໄປ ຟື້ນຟູໃຫ້ຕັບແຂງແຮງ.
9.ຜັກຕ່າງໆ ຜັກໃບສີຂຽວເຊັ່ນ: ຜັກຂົມ, ຜັກກາດ, ມີສັບພະຄຸນຊ່ວຍສ້າງສານຜິດ ແລະປ້ອງກັນການເກີດໂລຫະຫນັກໃນຕັບ ເຮັດໃຫ້ຕັບສາມາດຊ່ວຍຊ່ອມແຊມສ່ວນສືກຫລໍ ແລະຟື້ນຟູໄດ້ໄວຂື້ນ.
10. ຖົ່ວຕ່າງໆ ມີໂປຣຕີນທີ່ຊ່ວຍຊ່ອມແຊມ ແລະສ້າງເຊວໃຫມ່ໃຫ້ຕັບ.