ມີຜູ້ໃຊ້ເຟສບຸກຊື່ Vnk Happylife ໄດ້ໂພສວ່າ: ອົດທົນອ່ານເບີ່ງມື້ນີ້ຈະຂໍແບ່ງປັນແລະເລົ່າເລື່ອງເຫດການພົບພໍ້ກັບໂຕເອງ ຂ້າພະເຈົ້າ ໄດ້ກັບຈາກສົ່ງພໍ່ເຖົ້າແມ່ຢູ່ປາກຊັນ ພໍ່ມາຮອດຈຸດດ່ານກວດກາຄົນເຂົ້າ-ອອກເມືອງເພື່ອປ້ອງກັນແລະສະກັດກັ້ນພະຍາດໂຄວິດຢູ່ຈຸດຊາຍແດນ ນະຄອນຫລວງວຽງຈັນ ຫາ ບໍລິຄຳໄຊ
ພໍຂັບລົດມາໄດ້ປະມານ 5 ກມ ໄດ້ມີນ້ອງສາວຄົນເຜົ່າມົ້ງຄົນນີ້ ຍົກມືລັດລົດຂ້າພະເຈົ້າ ທັງແບກເປົາເຄື່ອງແລະເປ້ໃສ່ຫລັງ ຍາງຕາມທາງມາ ແຕ່ບໍ່ຮູ້ວ່າຍາງມາໃກປານໃດແລ້ວ ກາເລີຍຈອດລົດໄປຖາມ ແຕ່ທີ່ຫນ້າຕົກໃຈລາວມີສະພາບອ່ອນເພຍເມື້ອຍແຫງບໍ່ຮູ້ວ່າຍາງມາແຕ່ໃສແລະເຄື່ອງກໍ່ຫນັກອີກ ຈົນລົ້ມລົງຕໍ່ຫນ້າ ເພື່ອຂໍຄວາມຊ່ວຍເຫຼືອໃຫ້ໄປສົ່ງ
ແຕ່ຂ້ອຍກໍ່ຂັນອາສາໄປສົ່ງໂດຍບໍ່ໄດ້ຄິດຢ້ານແລະລັງກຽດ ວ່າລາວຈະມີຄວາມສ່ຽງຫຍັງບໍ່ໃນຊ່ວງໂຄວິດແບບນີ້ ແຕ່ທີ່ຫນ້າລຳບາກໃຈຂ້ອຍອີກເທື່ອໜຶ່ງ ແມ່ນຂ້ອຍບໍ່ຮູ້ພາສາເຜົ່າມົ້ງເລີຍ ຮຮຮ ລົມກັນບໍ່ຮູ້ເລື່ອງ ແຕ່ກາຊອກວິທີໃຫ້ນ້ອງສາວບອກຈຸດບ້ານທີ່ລາວຈະລົງ ແລ້ວຍົກເຄື່ອງຂື້ນກະບະ ເດີນທາງຕໍ່ຜ່ານໄປປະມານ 30ນາທີ່ ນ້ອງເພີ່ນເຄາະຂ້າງລົດເພື່ອບອກຈຸດຫມາຍເພື່ອລ້ຽວເຂົ້າຮ່ວມເຮືອນ ຈື່ງໄດ້ໄປຕາມບອກ
ໃນທີ່ສຸດກໍມາຮອດ ແລ້ວນ້ອງເພີ່ນກໍລົງມານັ່ງກັບພື້ນດ້ວຍຄວາມເມື່ອແລະອ່ອນເພຍໃນການຍາງ ເບີ່ງຈາກພາບຕົວຈິງ ຫລັງສົ່ງຮອດແລ້ວກໍລົມກັນບໍ່ຮູ້ເລື້ອງ ພໍດີມີຄົນເຜົ່າມົ້ງອີກຄົນຍາງມາເລີຍຊ່ວຍແປໃຫ້ ນ້ອງເພີ່ນຖາມວ່າຈະເອົາເງີນບໍຄ່າສົ່ງ ແຕ່ຂ້ອຍບໍ່ເອົາ ບອກວ່າເຕັມໃຈຊ່ວຍ ນ້ອງເພີ່ນຮ້ອງໃຫ້ແລະຍົກມືຂອບໃຈ ໃນຄວາມຊ່ວຍເຫຼືອ
ເລື່ອງນີ້ຢາກຝາກສອນວ່າ ເຮົາຄົນລາວດ້ວຍກັນຄວນຊ່ວຍເຫຼືອເບີ່ງແຍງໃນສິ່ງທີ່ຊ່ວຍໄດ້ ບໍ່ແບ່ງແຍກເຊື້ອສາຍຊົນເຜົ່າ ເພາະມີຄ່າເປັນຄົນເທົ່າທຽມກັນ ອີງຕາມຄວາມເຫມາະສົມໃນການຊ່ວຍ ແຕ່ຊ່ວຍດ້ວຍນ້ຳໃຈກໍ່ພຽງພໍສຳລັບຜູ້ຮັບ ຂ້ອຍໄດ້ສອນລູກ 2 ຄົນທີ່ໄປນຳໃຫ້ຮູ້ຈັກແບ່ງປັນແລະຊ່ວຍເຫຼືອໃນສິ່ງທີ່ເຮົາເຮັດໄດ້ ແຕ່ກໍ່ຢ່າລື່ມຄຳສອນທີ່ວ່າ “ເອັນດູເຂົາເອັນເຮົາຂາດ”
ສະນັ້ນຢາກໃຫ້ສັງຄົມລາວຫນ້າຢູ່ຕ້ອງຊ່ວຍເຫລືອແບ່ງປັນຄວາມຊ່ວຍເຫລືອ ຊື່ງກັນແລະກັນ ເທົ່ານີ້ກໍ່ເປັນການສ້າງບຸນສ້າງກຸສົນແລ້ວ ບາງຄັ້ງເຮົາກໍຢ້ານເກີນໄປບາງຄັ້ງກໍຄິດເຫັນແກ່ໂຕກາບໍດີ ເອົາພໍດີພໍເຫມາະ ຂອບໃຈນ້ອງເພີ່ນໄດ້ໃຫ້ຂ້ອຍໄດ້ມີເລື່ອງຈຶງໄດ້ສອນລູກໃຫ້ຮຽນຮູ້ທີ່ຈະແບ່ງປັນຊ່ວຍເຫລືອຄົນລາວນຳກັນໃນຍາມສະພາບບ້ານເມືອງເປັນແບບນີ້. ຂອບໃຈທີ່ຕັ້ງໃຈອ່ານ.