ຂປລ. ບໍລິສັດ ລັດວິສາຫະກິດ ລາວເດີນອາກາດ ຫລື ລາວສະກາຍເວ ໄດ້ເປີດບໍລິການສາຍການບິນຄືນໃໝ່ ພາຍຫລັງປິດການບໍລິການຊົ່ວຄາວ ໄລຍະເກີດການລະບາດຂອງພະຍາດໂຄວິ-19 ໃນຮອບທີສອງ ໂດຍໄດ້ມີການປະຕິບັດມາດຕະການໃນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດຢ່າງເຂັ້ມງວດ. ພ້ອມທັງວາງເງື່ອນໄຂຫລາຍຢ່າງຕໍ່ຜູ້ໂດຍສານທີ່ມາໃຊ້ບໍລິການ.
ທ່ານ ສີວຽງທອງ ກອນນິວົງ ຜູ້ອຳນວຍການໃຫຍ່ ບໍລິສັດ ລັດວິສາຫະກິດ ລາວເດີນອາກາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 9 ກໍລະກົດ 2021 ນີ້ວ່າ: ພວກເຮົາ ໄດ້ເລີ່ມເປີດບໍລິການສາຍການບິນຄືນໃໝ່ ໃນວັນທີ 25 ມິຖຸນາ 2021 ເຊິ່ງມີສາຍການບິນ ແຂວງຜົ້າສາລີ, ຫົວພັນ, ຫລວງນໍ້າທາ ແລະ ແຂວງອຸດົມໄຊ. ມາໃນວັນທີ 5 ກໍລະກົດ ກໍໄດ້ເປີດເພີ່ມອີກ ສາຍການບິນ ຫລວງພະບາງ, ຊຽງຂວາງ ແລະ ແຂວງຈຳປາສັກ, ເຊິ່ງການໃຫ້ບໍລິການສາຍການບິນ ແມ່ນໄດ້ປະຕິບັດຕາມມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19 ຂອງ ຄະນະສະເພາະກິດ ຂັ້ນສູນກາງ ແລະ ຄູ່ມື COVID-19 SOP ທີ່ບໍລິສັດ ກໍານົດເຊັ່ນ:
ການຮັກສາໄລຍະຫ່າງ ຢູ່ໃນສະໜາມບິນ, ການລ້າງມືດ້ວຍເຈວ, ວັດແທກອຸນຫະພູມ, ແນະນໍາຜູ້ ໂດຍສານໃສ່ຜ້າອັດປາກ-ອັດດັງ ຕະຫລອດການເດີນທາງ, ສີດພົ່ນຢາຂ້າເຊື້ອພະຍາດ ທາງໃນ ແລະ ທາງນອກເຮືອບິນທຸກໆຖ້ຽວບິນ; ບັນດາພະນັກງານຂອງ ບໍລິສັດແຕ່ລະຂະແໜງການ ກໍໄດ້ປະຕິບັດມາດຕະການ ປ້ອງກັນໂຄວິດ-19 ຕາມຄູ່ມື ທີ່ບໍລິສັດ ກໍານົດ ຢ່າງເຂັ້ມງວດເຊັ່ນດຽວກັນ. ບາງຖ້ຽວບິນທີ່ມີຄວາມສ່ຽງ ຈຸບິນ ຕ້ອງໄດ້ນຸ່ງຊຸດ PPE ຕະ ຫລອດການປະຕິບັດຖ້ຽວບິນ.
ທ່ານ ສີວຽງທອງ ກອນນິວົງ ຍັງໃຫ້ຮູ້ອີກວ່າ: ສຳລັບຜູ້ໂດຍສານຄົນລາວ ທີ່ສາ ມາດຊື້ປີ້ເຮືອບິນ ແລະ ຈຳເດີນທາງໄດ້ຕ້ອງແມ່ນຜູ້ທີ່ສັກວັກຊິນ ໂຄວິດ-19 ຄົບ 2 ເຂັມ, ຜູ້ທີ່ທາງການອະນຸຍາດ ໃຫ້ໄປວຽກທາງການ, ຜູ້ທີ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ຂັ້ນສູນກາງ ຫລື ຂັ້ນແຂວງ. ສ່ວນຜູ້ໂດຍສານ ຕ່າງປະເທດ ເຂົ້າມາ ສປປ ລາວໃໝ່ ຕ້ອງມີໃບຢັ້ງຢືນຈໍາກັດບໍລິເວນຄົບ 14 ວັນ ແລະ ໜັງສືອະນຸຍາດຈາກຄະນະສະເພາະກິດ
ຂັ້ນສູນກາງ ເພື່ອອະນຸຍາດໃຫ້ເດີນທາງໄປຕ່າງແຂວງ, ຍົກເວັ້ນ ຄົນຕ່າງປະເທດທີ່ເຮັດວຽກ ຫລື ດໍາລົງຊີວິດຢູ່ ສປປ ລາວ ມາໄລຍະໜຶ່ງແລ້ວ ແມ່ນໃຫ້ປະຕິບັດຄືກັບພົນລະເມືອງລາວ ດັ່ງທີ່ກ່າວມາຂ້າງເທິງ.ເພື່ອອໍານວຍຄວາມສະດວກໃຫ້ແກ່ ຜູ້ໂດຍສານ ມາໃຊ້ບໍລິການສາຍການບິນ ລາວສະກາຍເວ ນອກຈາກຊື້ປີ້ໄດ້ຢູ່ຫ້ອງຂາຍປີ້ ຂອງບໍລິສັດ ແລະ ຕົວແທນຂາຍປີ້ແລ້ວ, ຍັງສາມາດ ຊື້ໄດ້ຜ່ານເວບໄຊ, ແອັບ ລາວສະກາຍເວ, ຜ່ານ electronic ຂອງທະນາຄານການຄ້າຕ່າງປະເທດ.