ສຳນັກຂ່າວ ບີບີຊີ ລາຍງານເມື່ອວັນທີ 11 ກໍລະກົດ 2021

0
311

ສຳນັກຂ່າວ ບີບີຊີ ລາຍງານເມື່ອວັນທີ 11 ກໍລະກົດ 2021 ວ່າ: ນັກວິໄຈເປີດເຜີຍວ່າ ມີຄວາມເປັນໄປໄດ້ ທີ່ຈະພົບການຕິດເຊື້ອກາຍພັນ 2 ຊະນິດໃນເວລາດຽວກັນ ຫຼັງພົບແມ່ເຖົ້າ ຊາວເບລຢຽມ ອາຍຸ 90 ປີເສຍຊີວິດຈາກການຕິດເຊື້ອໂຄວິດ-19 ກາຍພັນທັງ ອັລຟາ ແລະ ເບຕາ ພ້ອມກັນ.ຫຼັງການເສຍຊີວິດ ເຈົ້າໜ້າທີ່ການແພດໄດ້

ກວດສອບເພື່ອຫາຕົວແປການຕິດເຊື້ອຈຶ່ງພົບວ່າແມ່ເຖົ້າຄົນນີ້ ມີທັງເຊື້ອອັລຟາທີ່ພົບໃນອັງກິດ ແລະ ເຊື້ອເບຕາ ທີ່ພົບໃນອາຟຣິກກາໃຕ້ພ້ອມກັນໃນຮ່າງກາຍຂອງຄົນຜູ້ດຽວ.ໂດຍເຈົ້າໜ້າທີ່ແພດຕັ້ງຂໍ້ສົງໄສວ່າ: ການຕິດເຊື້ອຂອງເຂົາໜ້າຈະໄດ້ຮັບເຊື້ອມາຈາກຄົນ 2 ຄົນ ຊຶ່ງສອດຄ່ອງກັບສາຍພັນທີ່ເບລຢຽມ ກຳລັງປະເຊີນໃນຊ່ວງເວລາດັ່ງ

ກ່າວແຕ່ບໍ່ທັນຮູ້ແນ່ວ່າ ແມ່ເຖົ້າຄົນດັ່ງກ່າວຕິດເຊື້ອມາຈາກໃສ.ຊຶ່ງນັບວ່າເປັນກໍລະນີທຳອິດທີ່ມີຫຼັກຖານຢືນຢັນຊັດເຈນເຖິງການຕິດເຊື້ອພ້ອມກັນທັງສອງສາຍພັນໃນຄາວດຽວກັນ ຊຶ່ງຈະເປັນການພົບໄດ້ຍາກ ແຕ່ກໍມີໂອກາດທີ່ຈະເກີດຂຶ້ນໄດ້ ໂດຍຈະນຳເອົາກໍລະນີຂອງເຂົາເຂົ້າຫາລືໃນເວທີປະຊຸມວິຊາການນານາຊາດກ່ຽວກັບໂຣກຕິດຕໍ່ ແລະ ຈຸລິນ

ຊີວິທະຍາພາກພື້ນ ເອີຣົບໃນປີນີ້.ເມື່ອເດືອນມັງກອນທີ່ຜ່ານມາ ນັກວິທະຍາສາດທີ່ ບຣາຊີລ ກໍພົບຜູ້ເຄີຍຕິດເຊື້ອໂຄວິດ-19 ການພັນ 2 ສາຍພັນເຊັ່ນກັນ ໂດຍໜຶ່ງໃນນັ້ນເປັນສາຍພັນແກມມາ ຊະນະທີ່ນັກວິໄຈຈາກປະເທດ ປອກຕຸຍການ ມີຂໍ້ມູນວ່າມີໄວລຸ້ນອາຍຸ 17 ປີໄດ້ເຂົ້າຮັກສາທັງພົບວ່າມີການຕິດເຊື້ອອີກສາຍພັນ ຂະນະທີ່ຍັງພັກຮັກສາຕົວຈາກການຕິດເຊື້ອຮອບທຳອິດ ຊຶງເປັນຄົນລະສາຍພັນກັນ.