ທ່ານຮອງລັດຖະມົນຕີກະຊວງການຄ້າ (ປະເທດໄທ) ຍືນຍັນກັບພາກເອກະຊົນໄທໃນຈັງຫວັດອຸບົນລາຊະທານີ ວ່າມີການປຶກສາຫາລືກັບທ່ານທູດລາວປະຈຳປະເທດໄທແລ້ວ ໃນເລື່ອງການເປີດດ່ານເພື່ອຂົນສົ່ງສິນຄ້າ ລະຫວ່າງດ່ານປາກຕະພານ ແຂວງສາລະວັນ ກັບ ດ່ານປາກແຊງ ຈັງຫວັດອຸບົນລາຊະທານີເຊີ່ງໃນວັນທີ 15 ກໍລະກົດ ທີ່ຈະມາຮອດນີ້,
ທາງຜູ້ວ່າຈັງຫວັດອຸບົນ ຈະໄດ້ມີປຶກສາຫາລືກັບເຈົ້າແຂວງໆ ສາລະວັນ ໃນການຂົນສົ່ງສະເພາະສິນຄ້າເທົ່ານັ້ນ ເຊີ່ງເປັນການຈັດການພາຍໃຕ້ຂໍ້ຈຳກັດເລື່ອງໂຄວິດ-19ການດຳເນີນການຄັ້ງນີ້, ເປັນການສືບຕໍ່ຜົນຈາກກອງປະຊຸມເມື່ອເດືອນສິິງຫາ ປີ 2020 ໂດຍໜຶ່ງໃນຫົວຂໍ້ທີ່ສົນທະນາກັນ ແມ່ນເລື່ອງການຂົນສົ່ງສິນຄ້າໃນໄລຍະການລະບາດຂອງ
ພະຍາດໂຄວິດ-19 ທີ່ດ່ານປາກແຊງເຊີ່ງທີ່ຜ່ານມາ, ດ່ານດັ່ງກ່າວ ມີມູນຄ່າການຂົນສົ່ງສິນຄ້າປະມານປີລະ 2,000 ລ້ານບາດ ແລະ ເປັນຈຸດທີ່ຈະມີການສ້າງຂົວມິດຕະພາບ ແຫ່ງທີ່ 6 ເຊີ່ງເຊື່ອມຕໍ່ລະຫວ່າງເມືອງລະຄອນເພັງ ແຂວງສາລະວັນ ກັບ ອຳເພີນາຕານ ຈັງຫວັດອຸບົນລາຊະທານີດ້ວຍຄວາມສຳຄັນທາງການຄ້າ, ເຮັດໃຫ້ພາກເອກະຊົນໄທ
ໄດ້ຮຽກຮ້ອງຕໍ່ ທ່ານ ຈຸຣິນ ລັກສະນະວິສິດ ຮອງລັດຖະມົນຕີກະຊວງການຄ້າ (ປະເທດໄທ) ໃນການປະຊຸມ ຄະນະກຳມະການພາກລັດ ແລະ ເອກະຊົນກະຊວງການຄ້າ (ປະເທດໄທ) ວ່າ:ໃຫ້ມີການຊຸກຍູ້ເລື່ອງການເປີດດ່ານປາກແຊງ ເພື່ອອຳນວຍຄວາມສະດວກທາງການຄ້າລະຫວ່າງທັງສອງປະເທດ ແລະ ຈະເປັນການສະດວກໃນການຂົນສົ່ງ
ມັນຕົ້ນຈາກລາວໄປໄທໂດຍບໍ່ຜ່ານດ່ານວັງເຕົ່ານອກຈາກດ່ານປາກແຊງແລ້ວ, ທາງການໄທ ຍັງໄດ້ປຶກສາຫາລືກັບທ່ານທູດລາວ ປະຈຳປະເທດໄທ ໃນເລື່ອງການຂໍເປີດດ່ານ 7 ແຫ່ງ ເຊີ່ງທາງລາວ ຈະຕ້ອງໄດ້ລໍຖ້າການປະເມີນຕາມສະຖານະການໂຄວິດ-19 ຕໍ່ໄປໃນອະນາຄົດ