ອານຸໂມທະນາສາທຸນຳ ກິ໊ກ ມະຍຸລິນ ຜ່ອງຜຸດພັນ ໜີ​ຄວາມ​ວຸ້ນ​ວາຍ ບວດ

0
121

ກິ໊ກ ມະຍຸລິນ ຜ່ອງຜຸດພັນ ດາລາດັງໄທ ລຸ້ນໃຫຍ່ທີ່ມີຄວາມສາມາດຫຼາກຫຼາຍ ເປັນດາລານັກສະແດງທີ່ຫຼິ້ນດີຄົນໜຶ່ງ ໂດຍສະເພາະບົດນາງຮ້າຍນິ ຕ້ອງຍົກໃຫ້ເພິ່ນລະ ຄົນລາວເຮົາຮູ້ດີ ແຕ່ລຸ້ນໃຫມ່ອາດມີພຽງບາງຄົນທີ່ຮູ້

ຫຼ້າສຸດສື່ໄທ ໄດ້ເຜີຍແຜ່ຂ່າວ, ພາບ ແລະ ຂໍ້ມູນ ຂອງ ກິກ ມະຍຸລິນວ່າ ຈະຕັດລາທາງໂລກອີກແລ້ວ ຈາກກ່ອນໜ້ານີ້ກໍເຄີຍບວດຊີມາແລ້ວຄັ້ງໜຶ່ງ ຄັ້ງນີ້ຈະບວດອີກ ເປັນຄັ້ງທີ 2 ແລະ ບໍ່ມີກຳນົດວ່າຈະສິກມື້ໃດ ເຕັມອິ່ມໄປດ້ວຍ ສັດທາ ແລະ ບຸນຫຼາຍຍິ່ງ

ບວດຄັ້ງນີ້ທີ່ ວັດປ່າ ໃນປະເທດມຽນມາ ເຂົ້າສູ່ເສັ້ນທາງທຳ ຕັດຂາດທາງໂລກ ເຮັດບຸນ ສວດມົນ ນັ່ງສະມາທິ ປະຕິບັດທຳ ແລະ ການເປັນຈິດອາສາ ທີ່ ກິ້ກຕັ້ງໃຈມາຕະຫຼອດ

ກິ໊ກເຜີຍວ່າຕົນຕັ້ງໃຈເຮັດຜົມສັ້ນໄວ້ ເພື່ອກຽມບວດທີ່ວັດປ່າໃນມຽນມາເປັນເວລາ 6-7 ເດືອນ ເປັນການບວດທີ່ຈິງຈັງ ປິດວາຈາ ຕັດຂາດທາງໂລກ ບໍ່ສາມາດຕິດຕໍ່ໃຜໄດ້ ຫາກພໍ່ແມ່ເປັນຫຍັງກໍຈະບໍ່ຮູ້ ອີກທັງ ກິ໊ກ ກໍໄດ້ກຽມ ພິໄນກຳໄວ້ແລ້ວ ແລະ ບອກອີກວ່າ

ຫາກຕິດໃຈຈະບວດເລີຍ ບໍ່ສິກ ແນວໃດກໍເຫັນໃນຈິດໃຈທຳອັນສູງສົ່ງ ອານຸໂມທະນາສາທຸນຳຫຼາຍໆເດີ້ ສາທຸໆ